ວັດສີພຸດທະບາດທິພາຣາມ: Difference between revisions

Content deleted Content added
ໜ້າໃໝ່: ວັດສີພຸດທະບາດ ໃນປະຈຸບັນປະກອບດ້ວຍວັດໃນບໍລິເວນດຽວກັນ 3 ແຫ່ງຄື ວັ...
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 09:21, 26 ມິຖຸນາ 2011

ວັດສີພຸດທະບາດ ໃນປະຈຸບັນປະກອບດ້ວຍວັດໃນບໍລິເວນດຽວກັນ 3 ແຫ່ງຄື ວັດປ່າແຄ, ວັດປ່າຝາງຫລື ວັດຊຽງງາມ ແລະ ວັດພະບາດເຫນືອ ມີຈຸດເດັ່ນຢູ່ທີ່ ຮອຍພະພຸທົດບາດເທິງເນີນພູກ່ອນເຖິງຍອດພູສີ ຖືເປັນວັດຄູ່ກັບ ວັດພະບາດໃຕ້ ໃກ້ ກັບຮອຍພະພຸດທະບາດ ມີສາລາຊົມວິວ ສາມາດເບິ່ງເຫັນວິວທິວທັດຂອງແມ່ນ້ຳຄານ ແລະ ພູເຂົາທີ່ອ້ອມຮອບທາງທິດຕະເວັນອອກສຽງໃຕ້ ໄດ້ກວ້າງໄກສຸດສາຍຕາ ບໍລິເວນຂັ້ນໄດທາງຂຶ້ນພູສີມີພະທາດ 3 ອົງຕັ້ງຍັ້ງຍາຍ ເຊື່ອກັນວ່າພະທາດອົງທີ່ຫຸ້ມດ້ວຍແຜ່ນທອງແດງ ແລະ ປະດັບດ້ວຍຊໍ່ຟ້າ 7 ຊັ້ນພາຍໃນບັນຈຸອັດຖິ ພຣະເຈົ້າຈັນຊາດ ພຣະອຸໂປສົດມີລັກສະນະສິລະປະ ແບບລັດຕະນະໂກສິນ ຕອນຕົ້ນ ປະຈຸບັນພາຍໃນວັດມີໂຮງຮຽນມັດຍົມປະຣິຍັດຕິທຳສົງ ສ່ວນວັດປ່າຝາງ ຫລື ວັດຊຽງງາມ ສ້າງໃນສະໄໝພະເຈົ້າອະນຸລຸດ (ຄ.ສ.1779-1718)ເປັນວັດສິລະປະ ແບບລ້ານຊ້າງທີ່ຊັດເຈນຫລາຍ ປະຈຸບັນໄດ້ຮັບການບູລະນະຂຶ້ນໃໝ່ໂດຍການສະໜັບສະໜູນຂອງ "ອົງການມໍລະດົກໂລກ” ວັດປ່າແຄ ສ້າງໂດຍພະເຈົ້ານັນທະຣາດ ໃນ ຄ.ສ 1853ຕົວສິມເປັນສິລະປະແບບວຽງຈັນ ປະຈຸບັນວັດທັງ 2 ເປັນວັດຮ້າງ ບໍ່ມີພະສົງ ແລະ ສາມະເນນຈຳພັນສາ.