ວັດອາຮາມອຸດຕະມະທານີ: Difference between revisions

Content deleted Content added
ໜ້າໃໝ່: ພຣະອຸໂປສົດວັດອາຮາມ ສ້າງໂດຍພຣະເຈົ້າມັນທາຕຸລາດ ໃນປີ ຄ.ສ. 1822 ດ້ານຂ້...
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 08:05, 26 ມິຖຸນາ 2011

ພຣະອຸໂປສົດວັດອາຮາມ ສ້າງໂດຍພຣະເຈົ້າມັນທາຕຸລາດ ໃນປີ ຄ.ສ. 1822 ດ້ານຂ້າງພຣະອຸໂປສົດ ຈະເປັນທີ່ຕັ້ງຂອງຫໍເສື້ອເມືອງ ຫລື ຫໍ “ປູ່ເຍີ-ຍ່າເຍີ” ຫລັງຄາມີລັກສະນະຊ້ອນກັນຢູ່ 3 ຊັ້ນສູນກາງສັນຫລັງຄາມີຊໍ່ຟ້າຮູບຊົງແປກຕາຈາກວັດທົ່ວ ໄປໃນຫລວງພະບາງ ຂ້າງຂັ້ນໄດທາງຂຶ້ນ ພຣະອຸໂປສົດດ້ານໜ້າມີຮູບປັ້ນສິງຟູລອຍຕົວ ທາດ້ວຍປູນຂາວ ຖັດອອກໄປດ້ານຂ້າງທັງສອງດ້ານເປັນຮູບປັ້ນຄົນຍັກລອຍຕົວບາງ ຕຳລາກ່າວວ່າ ເປັນທະວານບານ ພຣະອຸໂປສົດໄດ້ຮັບການບູລະນະໃນປີ ຄ.ສ.1931 ແລະ ຄົ້ນພົບບູຮານວັດຖຸມີຄ່າຫລາຍຢ່າງ ທີ່ຝັງຢູ່ໃຕ້ພຣະອຸໂປສົດ ໜ້າພຣະອຸໂປສົດ ມີພະທາດ 2 ອົງ ອົງໜຶ່ງເປັນພະທາດຊົງແປດຫລ່ຽມໃນອະດີດມີຫໍປົກຢູ່ ອີກອົງເປັນພະທາດຫຍໍ້ມຸມບໍລິເວນມຸມຖານທັງສີ່ດ້ານປະດັບດ້ວຍເສົາຮູບດອກບົວ ດ້ານຂ້າງວັດອາຮາມມີປະຕູນ້ອຍໆ ສາມາດຍ່າງເພື່ອເຂົ້າໄປຊົມ ພຣະທາດໝາກໂມ ໃນເຂດວັດວິຊຸນແລະ ພຣະອຸໂປສົດໄດ້ຢ່າງສະດວກ.