ວັດລ່ອງຄູນແລະວັດຖ້ຳຄູຫາສັກກະລິນ: Difference between revisions

Content deleted Content added
ໜ້າໃໝ່: ວັດນີ້ສ້າງຂຶ້ນໃນສະໄໝໃດບໍ່ມີບັນທຶກແນ່ນອນ ເດີມເຊື່ອວ່າເປັນວັດປ...
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 07:45, 26 ມິຖຸນາ 2011

ວັດນີ້ສ້າງຂຶ້ນໃນສະໄໝໃດບໍ່ມີບັນທຶກແນ່ນອນ ເດີມເຊື່ອວ່າເປັນວັດປ່າ ຕໍ່ມາຈຶ່ງມີການສ້າງສາດສະໜາສະຖານທີ່ຖາວອນຂຶ້ນ ນັບເປັນວັດທີ່ມີຄວາມສຳຄັນກ່ຽວຂ້ອງກັບພະລາຊະພິທີລາຊາພິເສກຂອງເຈົ້າມະຫາຊີວິດ ຊຶ່ງຫລາຍພຣະອົງຊົງຜະໜວດທີ່ວັດລ່ອງຄູນກ່ອນຂຶ້ນຄອງລາຊະສົມບັດ ຈົນມາເຖິງລາຊະສະໄໝຂອງເຈົ້າມະຫາຊີວິດສອງອົງສຸດທ້າຍ ແລະ ອົງມຸງກຸດລາຊະກຸມມານ ໄດ້ເກີດມີການປ່ຽນແປງການປົກຄອງໃນປີ ຄ.ສ 1975 ເສຍກ່ອນຈຶ່ງໄດ້ຍົກເລີກທຳນຽມປະຕິບັດທີ່ວ່ານີ້ໄປ ຈຸດເດັ່ນຂອງວັດຢູ່ທີ່ຝາດ້ານໜ້າພະອຸໂບດຖ ມີພາບຂຽນສີລັກສະນະຄ້າຍທະຫານຈີນ 2 ຄົນ ຍືນຢູ່ຄົນລະດ້ານຂອງປະຕູທາງເຂົ້າພຣະອຸໂປສົດ ແຕ້ມຂຶ້ນໃນສະໄໝກາງພຸດທະສັດຕະວັດທີ່ 24 ພາຍໃນພຣະອຸໂປສົດມີພາບຂຽນຝາເລື່ອງພະລັກພະລາມໂດຍຮອບທັງ 3 ດ້ານ ພາຍນອກພຣະອຸໂປສົດທາງດ້ານທິດຕະເວັນອອກຂອງວັດມີຂັ້ນໄດທອດລົງຝັ່ງແມ່ນ້ຳຂອງຕະຫລອດທາງຍາວ ຂັ້ນໄດເຫັນທິວທັດ ເມືອງຫລວງພະບາງຝັ່ງໃນເມືອງຢ່າງກວ້າງໄກ ສວຍງາມ ຕັ້ງແຕ່ບໍລິເວນປາກແມ່ນ້ຳຄານໄຫລມາພົບກັນກັບແມ່ນ້ຳຂອງ ວັດຊຽງທອງ ພຣະລາຊະວັັງຫລວງພະບາງະ ແລະ ພະທາດຈອມສີ. ນອກຈາກນັ້ນ ຖັດຈາກຂັ້ນໄດທາງລົງໄປຍັງແຄມຝັ່ງແມ່ນ້ຳຂອງ ເລັກນ້ອຍ ຍັງສາມາດຍ່າງໄປຕາມທາງນ້ອຍໆ ທີ່ກ້ຽວລັດເລາະໄປຕາມຝັ່ງພູເຂົາ ໄລຍະທາງປະມານ 300-400 ແມັດ ຈະມີຖ້ຳທີ່ຊື່ “ຄູຫາສັກກະລິນ” ຊຶ່ງເປັນສະຖານທີ່ທ່ອງທ່ຽວທີ່ຫາກໍ່ໄດ້ຮັບການຄົ້ນພົບໃໝ່ເມື່ອບໍ່ດົນມານີ້ເອງ ສອບຖາມຈາກຊາວບ້ານ ທີ່ເບິ່ງແຍງຖ້ຳໄດ້ຄວາມວ່າ ເຈົ້າອາວາດສອງກ່ອນໆ ໄດ້ອ່ານພົບໃນບັນທຶກເກົ່າວ່າ ບໍລິເວນນີ້ມີຖ້ຳຂະໜາດໃຫຍ່ຕັ້ງຢູ່ ດັ່ງນັ້ນຈຶ່ງໄດ້ເກນພະເນນອອກໄປສຳຫລວດບໍລິເວນທີ່ວ່າກໍພົບພຽງໂພງດິນນ້ອຍ ໆ ເທົ່ານັ້ນ ບໍ່ພົບເຫັນມີຖ້ຳແຕ່ຢ່າງໃດ ດ້ວຍຄວາມຕ້ອງການຢາກຈະພິສູດບັນທຶກເກົ່າເຫຼັ້ມດັ່ງກ່າວວ່າຂໍ້ມູນທີ່ວ່າໄວ້ນັ້ນ ເປັນຈິງ ຫລື ບໍ່ປະການໃດ ຈຶ່ງໄດ້ໃຫ້ພະເນນ ແລະ ຊາວບ້ານໃນລະແວກນັ້ນຊ່ວຍກັນຂູດລົງໄປໃນໂພງດິນທີ່ໄດ້ຄົ້ນພົບ ເທື່ອທຳອິດ ມື້ລະເລັກມື້ລະນ້ອຍ ໃນທີ່ສຸດກໍພົບວ່າມີຖ້ຳຢູ່ພາຍໃນນັ້ນແທ້ ສາເຫດທີ່ປາກຖ້ຳຖືກດິນຫຼົ່ມລົງມາປິດທາງ ເຂົ້າ-ອອກ ສັນນິດຖານວ່າເນື່ອງຈາກຕອນໜ້າຝົນມີດິນໄຫຼລົງມາ ຈົນເຮັດໃຫ້ບໍ່ອາດເບິ່ງເຫັນປາກທາງ ເຂົ້າອອກຖ້ຳດັ່ງກ່າວນັ້ນເອງ ເມື່ອທຳອິດຄົ້ນພົບພາຍໃນມີພະພຸດທະຮູບຮ້ອຍສັງວານເປັນຈຳນວນຫຼວງຫຼາຍ ຊາວບ້ານຜູ້ເບິ່ງແຍງບອກວ່າ ສະເພາະພະພຸດທະຮູບເກົ່າປາງຕ່າງໆ ນັ້ນມີຫລາຍກວ່າທີ່ພົບໃນຖ້ຳຕິ່ງເສຍອີກ ແຕ່ໜ້າເສຍດາຍທີ່ຖືກໂຈນລັກເອົາໄປບາງສ່ວນ ສ່ວນທີ່ເຫລືອຍູ່ປະຈຸບັນທາງການໄດ້ນຳພະພຸທົດຮູບເຫລົ່ານັ້ນໄປເກັບຮັກສາໄວ້ທີ່ຜະແນກທ່ອງທ່ຽວ ຂອງແຂວງຫລວງພະບາງ “ຖ້ຳຄູຫາສັກກະລິນ” ເປັນຖ້ຳທີ່ສາມາດຍ່າງລົງໄປໄດ້ 5 ຊັ້ນ ພາຍໃນຊັ້ນທີ່ 1 ຈະມີສະຖູບສີຂາວຂະໜາດໃຫຍ່ຕັ້ງຢູ່ທາງຊ້າຍມື ບໍລິເວນດ້ານຂ້າງຈະມີຫິ້ງວາງພະພຸດທະຮູບ ຊຶ່ງຍັງຄົງມີຮ່ອງຮອຍຫລົງເຫລືອຢູ່ແຕ່ພຽງເລັກນ້ອຍ ຊັ້ນທີ່ 2 ເປັນພຽງຊັ້ນເລັກໆຂະໜາດພໍໃຫ້ຄົນຍືນໄດ້ປະມານ 10 ຄົນ, ຊັ້ນທີ່ 3, 4 ແລະ 5 ຈະມີຫີນງອກຫີນຍ້ອນຕາມທຳມະຊາດທີ່ສວຍງາມ.