ວັດສັງຄະໂລກ: Difference between revisions
Content deleted Content added
ໜ້າໃໝ່: ວັດສັງຄະໂລກ (ບາງຕຳລາຂຽນວ່າສະຫວັນຄະໂລກ) ສ້າງໃນປີ ຄ.ສ. 1527 ໃນສະໄໝພະເຈ... |
(ບໍ່ມີຄວາມແຕກຕ່າງ)
|
ລຸ້ນແກ້ໄຂເກົ່າເມື່ອ 07:31, 26 ມິຖຸນາ 2011
ວັດສັງຄະໂລກ (ບາງຕຳລາຂຽນວ່າສະຫວັນຄະໂລກ) ສ້າງໃນປີ ຄ.ສ. 1527 ໃນສະໄໝພະເຈົ້າໂພທິສານ ເປັນວັດທີ່ມີຄວາມສຳຄັນທາງປະຫວັດສາດດ້ານຄວາມເຊື່ອຂອງຊາວຫລວງພະບາງ ເນື່ອງຈາກກ່ອນທີ່ ພຣະພຸດທະສາດສະຫນາຈະເຂົ້າມາສູ່ອານາຈັກລ້ານຊ້າງ ວັດນີ້ເຄີຍເປັນທີ່ຕັ້ງຂອງວິຫານບູຊາຜີຟ້າ ຜີແຖນ ອັນເປັນຄວາມເຊື່ອຖືດັ້ງເດີມ ຫລັງຈາກທີ່ພະພຸດທະສາດສະຫນາເຂົ້າມາແລ້ວ ວັດສັງຄະໂລກກໍກາຍເປັນວັດສຳຄັນໃນການເຜີຍແຜ່ພະພຸດທະສາດສະຫນາ ຊຶ່ງໄດ້ຮັບການອຸປະຖຳເປັນພິເສດຈາກພຣະເຈົ້າໂພທິສານ ຈາກນັ້ນຄວາມເຊື່ອເດີມກໍໄດ້ຫຼຸດໜ້ອຍຖອຍລົງໄປ ໃນປີ ຄ.ສ. 1883 ອຸໂປສົດຖືກລົມພາຍຸພັດເສຍຫາຍ ແລະ ໄດ້ບູລະນະໃຫ້ກັບຄືນມາເປັນສະພາບແບບ ເດິມ