ຈູມມະລີ ໄຊຍະສອນ: Difference between revisions

Content deleted Content added
ແຖວ 6:
ທ່ານ ຈູມມະລີ ໄຊຍະສອນ ເກີດເມື່ອວັນທີ 6 ມີນາ 1936 ໃນຄອບຄົວຊາວນາ ເຜົ່າ[[ລາວລຸ່ມ]] ທີ່ບ້ານວັດເຫນືອ, ເມືອງ[[ໄຊເສດຖາ]], ແຂວງ[[ອັດຕະປື]].
 
ທ່ານໄດ້ເຂົ້າການປະຕິວັດ ໃນປີ 1954 ດ້ວຍການເປັນທະຫານຂຶ້ນໄປເຕົ້າໂຮມຊຳເຫນືອ ແລະ ,ໄດ້ຮັບເຂົ້າເປັນສະມາຊິກພັກປະຊາຊົນລາວ ([[ພັກປະຊາຊົນປະຕິວັດລາວ]])ໃນວັນທີ 7 ທັນວາ 1955.
ທ່ານໄດ້ຜ່ານການຝຶກຝົນທົດສອບ ໃນແປວໄຟຂອງສົງຄາມປະຕິວັດປົດປ່ອຍຊາດ ດ້ວຍການເຂົ້າຮ່ວມໃນບັ້ນຮົບທີ່ສຳຄັນໆ ເລີ່ມຈາກການເຄື່ອນໄຫວສູ້ຮົບປ້ອງກັນເຂດເຕົ້າໂຮມ ໃນປີ 1955-1956 ຈົນເຖິງການບັນຊາກຳລັງປະກອບອາວຸດແຂວງ[[ຊຽງຂວາງ]] ປົດປ່ອຍ [[ສາລາພູຄູນ]]-[[ກາສີ]]-[[ໂພນໂຮງ]]-[[ວຽງຈັນ]] ໃນປີ 1975 ເພື່ອເປັນເງື່ອນໄຂໜຸນໜີບ ໃຫ້ແກ່ການຍຶດອຳນາດໃນທົ່ວປະເທດ ແລະ ສະຖາປະນາ[[ປະເທດລາວ|ສປປ ລາວ]] ໃນວັນທີ [[2 ທັນວາ]] [[1975]].