ເມືອງປາກເຊ: Difference between revisions

Content deleted Content added
ປາກເຊ ຍ້າຍໄປ ເມືອງປາກເຊ: ເຈາະຈົງວ່າໝາຍເຖິງເມືອງ
No edit summary
ແຖວ 6:
 
ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ ແລະ ໂດ່ງດັງຂອງເມືອງແມ່ ອາດີພະລາຊາວັງຂອງ ສະເດັດບຸນອູ້ມ ນະຈໍາປາສັກ (ໂຮງແຮມຈໍາປາສັກພາເລດສ໌), ວັດພະບາດ, ວັດຫຼວງ, ບ້ານແກ້ວສໍາພັນ ແລະ ແຄມຂອງ. ພະລາດສະວັງສະເດັດບຸນອູ້ມ ເລີ່ມກໍ່ສ້າງໃນປີ ຄສ 1963 ແລະ ສໍາເລັດໃນປີ 1965 ແລະ ເປັນພະລາຊາວັງທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງ ປະເທດລາວທີ່ເຄີຍມີມາຈົນຮອດປະຈຸບັນ. ວັດພະບາດເປັນວັດເກົ່າແກ່ທີ່ສຸດຂອງ ເມືອງປາກເຊ ເຊິ່ງມີອາຍຸໄດ້ 110 ປີແລ້ວ ແລະ ມີຮ່ອງຮອຍພະພາດຂອງພະພຸດທະເຈົ້າ. ວັດຫຼວງເປັນວັດທີ່ເກົ່າແກ່ເປັນອັນດັບສອງ ແຕ່ວ່າມີສະຖາປັດຕະຍາກໍາອັນສວຍງາມ ແລະ ເປັນສະຖານທີ່ຕັ້ງຂອງໂຮງຮຽນສົງທີ່ໃຫຍ່ທີ່ສຸດຂອງແຂວງຈໍາປາສັກ. ບ້ານແກ້ວສໍາພັນເປັນບ້ານທີ່ຕັ້ງຂອງ ຕະຫຼາດທີ່ເກົ່າແກ່ທີ່ສຸດຂອງເມືອງປາເຊທີ່ຍັງຫຼົງເຫືອຢູ່ນັ້ນຄື ຕະຫຼາດແລງຫຼັກ 2 ແລະ ເຄີຍເປັນທີ່ຕັ້ງຄ້າຍທະຫານຂອງຈັກກະພັດຝຣັງໃນສະໃໝລາວເປັນເມືອງຂຶ້ນ ພ້ອມທັງມີທິວທັດທົ່ງນາທີ່ສວຍງານ. ແຄມຂອງເມືອງປາກເຊເປັນສະຖານທີ່ຍອດນິຍົມທີ່ສຸດຂອງຄົນເມືອງປາເຊ ແລະ ທຸກໆແລງຂອງທຸກໆມື້ ຄົນປາກເຊຈະປາກັນຫຼັ່ງໄຫຼໄປຫຼິນນັ່ງຕາກລົມ, ຍ່າງໂອລົມ, ເປັນຈຸດນັດພົບອັນສໍາຄັນ, ຊົມທິວທັດຂອງຟາກຂອງເມືອງໂພນທອງ ແລະ ພູສະເຫຼົ້າ, ແລະ ຊົມຕາເວັນຕົກລັບຂອບຟ້າປົນກັບສາຍນໍ້າຂອງອັນສວຍງານ.
 
ກຸຫຼາບປາກເຊ
 
ປາກ​ເຊ​ດິນ​ແດນ​ທີ່​ຖືກ​ຂະໜານນາມ​ວ່າ ​ແດນ​ອູ່​ເຂົ້າ​ອູ່​ປາ​ຕອນ​ໃຕ້ສຸດ​ຂອງ​ລາວ​ເຮົາ.
ປາກ​ເຊ​ເປັນ​ ເມືອງ​ເອກ​ ຂອງ​ແຂວງ​ຈຳປາ​ສັກ​ທີ່​ຕັ້ງຢູ່​ລຽບຕາມ​ແຄມ​ແມ່ນ້ຳຂອງ ​ແລະ ​ແມ່ນ້ຳ​ເຊ​ໂດນ​ທີ່​ໄຫຼມາ​ຈາກ​ຝາກ​ຝັ່ງ​ທາງ​ແຂວງ​ສາລະ​ວັນ ບ່ອນ​ທີ່​ແມ່ນ້ຳທັງ​ສອງ​ໄຫຼມາ​ບັນຈົບ​ກັນນັ້ນ​ເອີ້ນວ່າ ​ສົບ​ເຊ ​ແລະ ​ເປັນ​ບ່ອນ​ທີ່​ນັກ​ທ່ອງ​ທ່ຽວຈາກ​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ໃຝ່ຝັນ​ຢາກ​ໄປ​ເຫັນ​ ເພາະວ່າ​ນ້ຳຢູ່​ສົບ​ເຊ​ ຈະ​ເປັນນ້ຳສອງ​ສີ​ທີ່​ສອງ​ແມ່ນ້ຳ​ໄຫຼມາ​ບັນຈົບ​ກັນ, ​ໂດຍ​ສະ​ເພາະ​ແມ່ນ​ຍາມ​ຕາ​ເວັນ​ໃກ້​ຊິ​ຕົກ​ດິນ​​ແມ່ນ​ມີ​ຄວາມ​ສວຍ​ງາມ​ທີ່​ສຸດ​ບວກ​ກັບ​ອາກາດ​ອັນ​ເຢັນ​ສະບາຍ​ເໝາະ​ແກ່​ການ​ນັ່ງ​ກິນລົມ​ຊົມ​ວິວ​ແລະ​ຖ່າຍ​ຮູບ​ເປັນ​ຢ່າງ​ຍິ່ງ. ​ເນື່ອງ​ຈາກ​ສະ​ໄໝກ່ອນ ສປປ ລາວ​ຂອງ​ເຮົາ​ຕົກ​ຢູ່​ພາຍ​ໃຕ້​ອານາ​ນິຄົມ​ຂອງຝຣັ່ງ​ ເຊັ່ນ​ດຽວກັບ​ປາກ​ເຊ​ທີ່​ເຄີຍ​ເປັນ​ເມ​ືອງຍຸດ​ທະ​ສາດ​ທິ່ສຳຄັນ​ແລະ​ ເປັນ​ສູນ​ກາງ​ການ​ບັນຊາການ​​ໃນ​ເຂດ​ພາກ​ໄຕ້​ລາວຂອງຝຣັ່ງ​ໃນ​ສະ​ໃໝນັ້ນ ຈິ່ງ​ເຮັດ​ໃຫ້​ປາກ​ເຊ​ປັດຈຸບັນ​ນີ້​ ຍັງ​ມີ​ອະຣິຍະ​ທຳ​​ແບບ​​ເອີ​ຣົບ​ຫຼົງ​ເຫຼືອຢູ່ ​ເປັນຕົ້ນ​ແມ່ນ​ຕຶກ​ອາຄານ​ເກົ່າ​ແກ່​ຕ່າງໆ ທີ່​ເວົ້າ​ໄດ້​ວ່າ​ເປັນ​ສະ​ເໜ່ໜຶ່ງ​ໃຫ້​ແກ່​ຜູ້​ມາ​ພົບ​ເຫັນ, ຍ້ອນ​ຄວາມ​ເປັນ​​ເອກະລັກ​ ແລະ ​ສວຍ​ງາມ​ແບບ​ຄຼາດຊິກ​ ຂອງ​ເມືອງ​ປາກ​ເຊ​ນີ້​ເອງ ຈິ່ງ​ຖືກ​ເລືອກ​ໃຫ້​ເປັນ​ສະຖານ​ທີ່​ຖ່າຍ​ທຳ​ສາກ ສຳຄັນໆ ​ໃນ​ຮູບ​ເງົາ​ເລື່ອງ ”ສະບາຍດີ​ຫຼວງພະ​ບາງ” ທີ່​ໂດ່​ງດັງ​​ໃນ​ປີທີ່​ຜ່ານ​ມາ, ນອກຈາກ​ຕຶກ​ອາຄານ​​ເກົ່າ​ແກ່​ທີ່​ສວຍ​ງາມ​ແລ້ວ​ປາກ​ເຊ​ຍັງ​ມີ​ສະ​ເໜ່ໜຶ່ງອີກ​ຄື​ອາຫານ​ການ​ກິນ​ທີ່​ຍັງ​ຄົງ​ຄວາມ​ເປ​ັນພາກ​ໃຕ້​ໄວ້​ໄດ້​ດີ​ທີ່​ສຸດ​ນັ້ນກໍ​ຄື ອາຫານ​ເມ​ນູທີ່​ກ່ຽວກັບປາ ຖ້າ​ທ່ານ​ຢາກກິນ​ສົ້ມ ຫຼື ກ້ອຍ​ປານ້ຳຂອງ​ແບບ​ເອກະລັກ​ພາກ​ໃຕ້​ແທ້ໆ ລອງ​ໄປ​ທ່ຽວປາກ​ເຊ​ແລ້ວ​ທ່ານ​ຈະ​ໄດ້​ສຳຜັດ​ກັບ​ລົດ​ຊາດ​ທີ່​ແທ້​ຈິງ​. ບັນຍາກາ​ດ​ໃນ​ຕອນ​ຄ່ຳ​ຄືນ​ຂອງ​ປາກ​ເຊ ​ກໍ​​ເຕັມ​ໄປ​ດ້ວຍ​ແສງ​ສີ​ທີ່​ມີ​ການ​ປະດັບ​ປະດາ​ທີ່​ສວຍ​ງາມ, ຖ້າ​ທ່ານ​ຜູ້​ອ່ານ​ຢາກ​ສຳຜັດ​ກັບ​ບັນຍາກາດ​ໃນ​ຍາມ​ຄ່ຳ​ຄືນ​ທີ່​ແຄມ​ຂອງ​ກໍໜ້າສົນ​ໃຈບໍ່​ແພ້​ກັນ​ເພາະວ່າ​ເປັນ​ບ່ອນ​ທີ່​ທຸກ​ຄົນ​ໄປ​ພັກຜ່ອນຢ່ອນ​ໃຈ, ນອກຈາກ​ນັ້ນອອ້ມ​ແອ້ມ​ເມືອງ​ປາກ​ເຊ​ຍັງ​ມີ​ສະຖານ​ທີ່​ທ່ອງ​ທ່ຽວທາງ​ດ້ານ​ທຳ​ມະ​ຊາດ​ຫຼາຍບ່ອນ​ທີ່ໜ້າສົນ​ໃຈ​ເປັນຕົ້ນ​ແມ່ນ​ນ້ຳຕົກຕາ​ດ​ເຊັ່ນ: ນ້ຳຕົກ​ຕາດ​ຜາ​ສວ້ມທີ່ຢູ່​ຫ່າງ​ຈາກ​ຕົວ​ເມືອງ​ປາກ​ເຊ​ປະມານ 40 ກມ​ເທົ່າ​ນັ້ນນອກຈາກ​ນັ້ນຍັງ​ມີ​ຕາດ​ຟານ,ຕາດ​ເຍືອງ​ແລະ​ບ່ອນ​ອື່ນໆອີກ... ນອກຈາກ​ນັ້ນຖ້າ​ທ່ານ​ຕ້ອງການ​ເບິ່ງ​ຜ້າ​ໃໝ​ແດນ​ໃຕ້​ທ່ານ​ກໍ​ສາມາດ​ໄປ​ເບິ່ງ​ໄດ້​ທີ່​ບ້ານ​ສະ​ຜ່າ​ຍ​ເຊິ່ງ​ເປັນ​ບ່ອນ​ປູກ​ມອນ​ລຽ້ງມ້ອນ​ທີ່​ມີ​ຊື່ສຽງຂອງ​ເຂດ​ໃຕ້​ລາວ ທີ່ຢູ່​ຫ່າງ​ຈາກຕົວ​ເມືອງ​ປາກ​ເຊ​ປະມານ 10 ກວ່າ​ກິ​ໂລ​​ແມັດ​ເທົ່າ​ນັ້ນ. ຖ້າ​ຫາກ​ວ່າ​ທ່ານ​ຕ້ອງການ​ຢາກ​ຊື້​ເຄື່ອງ​ປະດັບ​ຫຼື​ເຄື່ອງ​ຫັດຖະກຳ​ກໍ​ສາມາດ​ເຂົ້າ​ໄປ​ຫາ​ເລືອກ​ຊື້​ໄດ້​ທີ່​ຕະຫຼາດດາວ​ເຮືອງ​ເຊິ່ງ​ເປັນ​ບ່ອນ​ທີ່​ນັກ​ທ່ອງ​ທ່ຽວຕ່າງປະ​ເທດ​ນິຍົມ​ກັນ​ໄປ​ທີ່​ສຸດ​(​ໂດຍ​ສະ​ເພາະ​ແມ່ນ​ນັກ​ທ່ອງ​ທ່ຽວຈາກ​ໄທ) ເພາະວ່າ​ເຄື່ອງມີຫຼາກຫຼາຍປະ​ເພດ​ໃຫ້​ເລືອກ​ແລະ​ລາຄາຖືກ ​ບວກ​ກັບ​ນ້ຳ​ໃຈ​ຂອງ​ຊາວ​ເມືອງ​ປາກ​ເຊ​ທີ່​ຍິນ​ດີ​ຕ້ອນຮັບ​ແຂກ​ບ້ານ​ແຂກ​ບ້ານ​ເມືອງ​ແລະ​ເອື້້ອ​ເຟື້ອ​ເພື່ອ​ແຜ່ ຈົນ​ໄດ້​ສາຍ​າວ່າ ”​ໄທ​ໃຕ້​ພີ່ນ້ອງ​ຫຼາຍ” ກຸຫຼາບປາກ​ເຊ​ ຄື​ຊື່ເພງ​ທີ່ຮ້ອງ​ເພື່ອ​ສັນລະ​ເສີນ ​ແລະ​ຍ້ອງຍໍ​ຄວາມ​ງົດ​ງາມ​ຂອງ​ດິນ​ແດນ​ແຫ່ງ​ນີ້ ກໍຄືນຳ​ໃຈ​ຂອງສາ​ວ​ເມືອງ​ປາກ​ເຊ​ທີ່ຈະ​ບໍ່ມີ​ວັນ​ເຫືອດ​ແຫ້ງ​ໂດຍ​ການ​ໃຊ້​ດອກ​ກຸຫຼາບ​ເພື່ອ​​ປຽບທຽບ.