ແມ່ນ້ຳຂອງ: Difference between revisions

Content deleted Content added
ໂຣບົດ ພວມເພີ່ມ: ka:მეკონგი
No edit summary
ແຖວ 1:
ແມ່ນ້ຳຂອງ ເປັນແມ່ນ້ຳທີ່ໃຫຍ່ກວ່າໝູ່ໃນເປັນແມ່ນ້ຳໃຫຍ່ອັນດັບໜຶ່ງ ໃນ[[ແຫລມອີນດູຈີນແຫຼມອີນດູຈີນ]] ແລະ ທີ່ສາມໃນອາຊີ. ແມ່ນ້ຳຂອງກຳເນີດຈາກ[[ພູພຽງຕີເບດ]]( [[ປະເທດຈີນ]] ) ແລ້ວໄຫຼຜ່ານເຂດ ແຂວງເສສວນ, ພູພຽງຢຸນນານ ແລະ ເມືອງ[[ຊຽງຮຸ່ງ]] ຂອງ ສປ ຈີນ ,ມີລວງຍາວທັງໝົດປະມານ 4.500 ກມ ໄຫຼຜ່ານ 6 ປະເທດຄື:ຈີນ [[ສ.ປຈີນ]], [[ມຽນມາສາທາລະນະລັດ ແຫ່ງ ສະຫະພາບມຽນມາ]], [[ສ.ປ.ປ ລາວ]],[[ໄທຣາຊະອານາຈັກໄທ]], [[ກຳປູເຈຍຣາຊະອານາຈັກກຳປູເຈຍ]] ແລະ [[ສ.ສ ຫວຽດນາມ]].ໃນນັ້ນໄຫຼຜ່ານລາວ 1.835 ກມ,ເປັນຊາຍແດນລະຫວ່າງ ລາວ-ໄທ 1.500 ກມ.
ແມ່ນ້ຳຂອງໄຫຼເຂົ້າສູ່ລາວ ທີ່[[ບ້ານປາກນ້ຳລາ]]( [[ແຂວງຫຼວງນ້ຳທາ]] (ຊາຍແດນລາວ-ມຽນມາ-ຈີນ ) ບາງບ່ອນເປັນຊາຍແດນ ຂອງລະຫວ່າງປະເທດ ແລະ ໄຫຼອອກຈາກປະເທດລາວບາງບ່ອນໄຫຼຜ່ານກາງ ເຮັດໃຫ້ເຂດແດນ ຂອງປະເທດລາວ ມີທັງຢູ່ເບື້ອງຊ້າຍມື ແລະ ເບື້ອງຂວາມື. ແລ້ວໄຫຼອອກຈາກດິນແດນປະເທດລາວ ທີ່[[ບ້ານເວີນຄາມ]] [[ແຂວງຈຳປາສັກ]] (ຊາຍແດນ ຊາຍແດນລາວລາວ-ກຳປູເຈຍ ).ເຊິ່ງມີແຕ່ທິດໄຫຼແຕ່ຕາເວັນຕົກສຽງເໜືອຫາຕາເວັນອອກສຽງໃຕ້ລົງຮອດພາກໃຕ້ຫວຽດນາມ ແລ້ວຈິ່ງໄຫຼ ລົງສູ່ທະເລຈີນໃຕ້.
ແຕ່ກ່ອນແມ່ນ້ຳຂອງ ມີຄວາມອຸດົມ ສົມບູນຫຼາຍ, ມີປາຊະນິດຕ່າງໆ ເຖິງ 1.000 ກວ່າຊະນິດ. [[ປາບຶກ]] ເປັນປາໜັງໃຫຍ່ທີ່ສຸດໃນແມ່ນ້ຳຂອງ ແລະ ທັງເປັນປານ້ຳຈືດທີ່ໃຫຍ່ທີ່ສຸດໃນໂລກ, ແຕ່ມາຮອດດຽວ ນີ້ ປາບຶກຕົກຢູ່ ໃນອັນຕະລາຍໃກ້ຈະສູນພັນ, ແຕ່ປະຈຸບັນໄດ້ ມີອົງການອະນຸລັກແນວພັນປາບຶກ ເຂົ້າມາຊ່ວຍອະນຸລັກຮັກສາ ປາບຶກ ແລະ ໂຄງການນີ້ໄດ້ຮັບຄວາມ ສົນໃຈຈາກປະຊາຊົນສອງຝັ່ງລາວ-ໄທ ເພື່ອອະນຸລັກຮັກສາ ປາບຶກ ໄວ້ໃຫ້ ຄົງຢູ່ກັບແມ່ນ້ຳຂອງຕະຫຼອດໄປ. ນອກນີ້ຍັງມີປາ ທີ່ຫາຍາກໃນໂລກ ແຕ່ມີໃນແມ່ນ້ຳຂອງ ເຊັ່ນ: [[ປາຂ່າ]] ຫລື ປາສະມ່ອຍ, ຊຶ່ງເປັນສັດທີ່ລ້ຽງລູກດ້ວຍນົມ ຕະກຸນ ດຽວກັບ ປາໂລມາ ແຫ່ງ[[ແມ່ນ້ຳອີຣະວະດີ]] ຢູ່ໃຕ້ ແກ້ງຫຼີ່ຜີ ລົງໄປບ່ອນນ້ຳຂອງ ແຜ່ກວ້າງເປັນວັງໃຫຍ່. ໃນສະໄໝຝຣັ່ງ ປົກຄອງລາວ ກໍ່ເຄີຍພະຍາຍາມລະເບີດ ແກ້ງຫີນ ໃນບໍລິເວນນີ້ເພື່ອໃຫ້ ການເດີນເຮືອສະດວກ, ແຕ່ບໍ່ສຳ ເລັດ ຈິ່ງເຮັດຂົວພ້ອມທາງລົດໄຟເຊື່ອມຕໍ່ດອນຕ່າງໆ ເພື່ອເຄື່ອນຍ້າຍກຳປັ່ນໄປຕາມທາງລົດໄຟ ອຳນວຍໃຫ້ກຳປັ່ນ ທີ່ຂຶ້ນມາ ແຕ່ທະເລນັ້ນ ສາມາດແລ່ນເຖິງວຽງຈັນ ແລະ ຫລວງພະບາງໄດ້.
 
ແມ່ນ້ຳຂອງມີເສັ້ນທາງເດີນທີ່ຍາວໄກ, ທັງເປັນສາຍນ້ຳທີ່ເຕົ້າໂຮມເອົານ້ຳຈາກສາຂາຕ່າງໆ, ອັນເຮັດໃຫ້ປະລິມານນ້ຳໃນນ້ຳຂອງ ມີຢ່າງຫຼວງຫຼາຍຕະຫຼອດປີ. ສະເລ່ຍບໍລິມາດນ້ຳໄຫຼຕະຫຼອດປີ ໃນລະຫວ່າງ 100.000-140.000x1.000.000 ມ3. ແຕ່ໃນນັ້ນ ປະລິມານນ້ຳຈະເຕົ້າໂຮມໃນລະດູຝົນ 70-74% ຂອງບໍລິມາດນ້ຳທັງໝົດ.
ແມ່ນ້ຳຂອງໄຫຼຜ່ານຫຼາຍພູມສັນຖານທີ່ແຕກຕ່າງກັນ ພາໃຫ້ມີແກ້ງມີຕາດຫຼາຍ,ທັງໄຫຼຄົດໂຄ້ງ,ບ່ອນແຄບ,ບ່ອນເລິກ,ບ່ອນກວ້າງ...ແຕ່ເມືອງສິງເຖິງວຽງຈັນ ແມ່ນ້ຳຂອງຈະມີທ້ອງນ້ຳແຄບ 100-300 ມ,ມີບາງບ່ອນກວ້າງເຖິງ 8.000 ມ.
 
ໃນລະດູແລ້ງ,ນ້ຳໃນນ້ຳຂອງບົກແຫ້ງຫຼາຍ,ເຮັດໃຫ້ການຄົມມະນາຄົມບໍ່ສະດວກ ເປັນຕົ້ນແມ່ນຍ່ານເໜືອ ແລະ ຍ່ານໃຕ້ ໂດຍສະເພາະແມ່ນ [[ແກ້ງຫຼວງ]],[[ແກ້ງກະເບົາ]],[[ ແກ້ງເຂັມມະລາດ]](ຍາວ 150 ມ ),[[ແກ້ງຫຼີ່ຜີ]] ຫຼື [[ຄອນພະເພັງ]] ເປັນແກ້ງໃຫຍ່ກວ່າໝູ່ໃນພາກພຶ້ນ[[ອາຊີ]] ສູງ 15 ມ,ກວ້າງ 8 ມ ແລະ ຍາວ 20 ມ.ໃນລະດູຝົນ,ປະລິມານນ້ຳໃນນ້ຳຂອງຫຼາຍ,ບາງປີເກີດມີໄພນ້ຳຖ້ວມຢ່າງຮ້າຍແຮງ ຢູ່ສອງຝັ່ງແມ່ນ້ຳຂອງ. ໃນລະດູຝົນພັດມີຄວາມສະດວກໃນການຄົມມະນາຄົມທາງນ້ຳ, ແມ່ນ້ຳຂອງຍັງສາມາດສະໜອງ[[ພະລັງງານໄຟຟ້ານ້ຳຕົກ]] ອີກດ້ວຍ.
 
ນ້ຳຂອງ ແລະ ສາຂາ ຂອງມັນ ທີ່ເປັນແມ່ນ້ຳລຳເຊ ອີກສີບກວ່າສາຍເຊັ່ນ: ນ້ຳອູ,ນ້ຳທາ,ນ້ຳແບງ,ນ້ຳຄານ,ນ້ຳງຽບ,ນ້ຳເຊືອງ,ນ້ຳງື່ມ,ນ້ຳເທີນ-ຫີນບູນ,ນ້ຳກະດິງ,ນ້ຳຊັນ,ນ້ຳເຊບັ້ງໄຟ,ນ້ຳເຊໂດນ ເປັນຕົ້ນ. ແມ່ນແຫຼ່ງຊັບ ພະຍາກອນ ທຳມະຊາດ ທີ່ຫຼໍ່ລ້ຽງປະຊາຊົນລາວ ແຕ່ເໜືອຮອດໃຕ້ ແລະ ເປັນເສັ້ນທາງຄົມມະນາຄົມທີ່ອຳນວຍຄວາມສະດວກ ໃຫ້ປະຊາຊົນເຂດຫ່າງໄກສາມາດໄປມາຫາສູ່ກັນໄດ້ຕະຫຼອດປີ. ຕາມແມ່ນ້ຳ ຂອງ ມີເກາະ-ດອນ ນ້ອຍໃຫຍ່ຢັ່ງຢາຍແຕ່ເໜືອເຖິງໃຕ້, ບ່ອນຫລາຍທີ່ສຸດແມ່ນບໍລິເວນ ແຂວງຈຳປາສັກ ເຊິ່ງເອີ້ນວ່າ ສີພັນດອນ. ເກາະດອນ ສ່ວນຫລາຍຢູ່ໃນແມ່ນ້ຳຂອງ ແມ່ນກຳມະສິດ ຂອງ ສ.ປ.ປ ລາວ ຕາມ [[ສັນຍາສະຫຍາມ-ຝຣັ່ງ]] ສະບັບວັນທີ 13 ກຸມພາ ຄ.ສ. 1903, ໂດຍຖືເອົາຮ່ອງນ້ຳເລິກ ໃນແມ່ ນ້ຳ ຂອງ ເປັນ ເສັ້ນຊາຍແດນ. ເຊ່ິງແມ່ນດອນໂຂງ ເປັນດອນ ໃຫຍ່ກວ່າໝູ່ໃນແມ່ ນ້ຳຂອງຄື: ກວ້າງ 6 ກມ, ຍາວ 12 ກມ.
 
[[af:Mekong]]
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ແມ່ນ້ຳຂອງ"