ຄວາມຂາດແຄນທາງເສດຖະກິດ: Difference between revisions

Content deleted Content added
ໂຣບົດ ພວມເພີ່ມ: ar:عجز اقتصادي
The file Image:Towary.jpeg has been removed, as it has been deleted by commons:User:Herr Kriss: ''Missing essential information: source and/or license''. ''Translate me!''
ແຖວ 1:
 
[[Image:Towary.jpeg|thumb|ຕະຫຼາດຊີ້ນ ຢູ່ ໂປໂລຍ ໃນ ຊຸມປີ 1980.]]
 
'''ຄວາມຂາດແຄນທາງເສດຖະກິດ'''ແມ່ນຄຳສັບໃຊ້ເພື່ອ ສະແດງເຖິງສ່ວນຕ່າງລະຫວ່າງ ປະລິມານຄວາມຕ້ອງການ ແລະ ການສະໜອງ ຂອງ [[ຜະລິດຕະພັນ]] ຫຼື [[ການບໍລິການ]]ໃດໜຶ່ງ ໃນ [[ຕະຫຼາດ]] ໃນກໍລະນີ ທີ່ ຄວາມຕ້ອງການ ໃຫຍ່ກວ່າ ການສະໜອງ. ໂດຍທົ່ວໄປ ຄວາມຂາດແຄນທາງເສດຖະກິດ ຊິສົ່ງຜົນເຮັດໃຫ້ [[ຜູ້ຂາຍ]] ຍົກລາຄາ ຂອງ ຜະລິດຕະພັນ ໄປຈົນຮອດຈຸດດຸນຍະພາບຂອງຕະຫຼາດ.ບາງກໍລະນີ ປັດໃຈພາຍນອກ ເຊັ່ນ ການກີດກັນການຍົກລາຄາ ຫຼື ທີ່ຮັກສາສະພາບບໍ່ສົມດຸນ ຂອງ ຄວາມຕ້ອງການ ແລະ ການສະໜອງ ສາມາດເຮັດໃຫ້ ຄວາມຂາດແຄນທາງເສດຖະກິດ ຕໍ່ເນື່ອງເປັນໄລຍະຍາວໄດ້. ຈຸດພິເສດ ຫຼື ຄວາມແຕກຕ່າງ ຂອງ ຄຳວ່າ ຄວາມຂາດແຄນທາງເສດຖະກິດ ດັ່ງທີ່ໃຊ້ ໃນ ເສດຖະສາດ ແລະ ໃນຊີວິດປະຈຳວັນ ແມ່ນ : ໃນ ຊີວິດປະຈຳວັນ ຄຳວ່າຄວາມຂາດແຄນ ອາດຊິໝາຍເຖິງ ທັງ ກໍລະນີ ທີ່ ຜູ້ຄົນບໍ່ສາມາດຫາຊື້ ສິ່ງຕົນເອງຕ້ອງການ ໃນ ລາຄາທີ່ຕົນເອງສາມາດຈ່າຍໄດ້, ແຕ່ ຄຳວ່າຄວາມຂາດແຄນທາງເສດຖະກິດ ໃນທີ່ນີ້​ ຊິບໍ່ຄຳນຶງເຖິງກໍລະນີຄືດັ່ງກ່າວນີ້. ດັ່ງສາມາດເຫັນໄດ້ງ່າຍໆ ໃນ [[ເສັ້ນໂຄ້ງຄວາມຕ້ອງການ]] ຄວາມຕ້ອງການໃນ ເສດຖະສາດ ແມ່ນ ລະດັບລາຄາ ທີ່ ຜູ້ຄົນພໍໃຈຈ່າຍ ຕໍ່ກັບ ຜະລິດຕະພັນໃດໜຶ່ງ ທີ່ຖືກຜະລິດໃນປະລິມານໃດໜຶ່ງ ໂດຍທີ່ບໍ່ໄດ້ລວມເອົາ ຄວາມຕ້ອງການ ຂອງ ຜູ້ທີ່ຢາກຊື້ ແຕ່ບໍ່ມີເງິນ.