ແມ່ນ້ຳຂອງ: Difference between revisions

Content deleted Content added
ໜ້າໃໝ່: ແມ່ນ້ຳຂອງ ເປັນແມ່ນ້ຳທີ່ໃຫຍ່ກວ່າໝູ່ໃນແຫລມອີນດູຈີນ. ແມ່ນ້ຳຂອງກ...
 
No edit summary
ແຖວ 1:
ແມ່ນ້ຳຂອງ ເປັນແມ່ນ້ຳທີ່ໃຫຍ່ກວ່າໝູ່ໃນແຫລມອີນດູຈີນ. ແມ່ນ້ຳຂອງກຳເນີດຈາກພູພຽງຕີເບດ ( ປະເທດຈີນ ), ມີລວງຍາວທັງໝົດປະມານ 4.500 ກມ ໄຫຼຜ່ານ 6 ປະເທດຄື:ຈີນ,ມຽນມາ,ລາວ,ໄທ,ກຳປູເຈຍ ແລະ ຫວຽດນາມ. ໃນນັ້ນໄຫຼຜ່ານລາວ 1.898835 ກມ,ເປັນຊາຍແດນລະຫວ່າງ ລາວ-ໄທ 1.500 ກມ.
ແມ່ນ້ຳຂອງໄຫຼເຂົ້າສູ່ລາວ ທີ່ບ້ານປາກນ້ຳລາ( ຊາຍແດນລາວ-ມຽນມາ-ຈີນ )ແລະ ໄຫຼອອກຈາກປະເທດລາວ ທີ່ບ້ານເວີນຄາມ( ຊາຍແດນລາວ-ກຳປູເຈຍ ).ເຊິ່ງມີແຕ່ທິດໄຫຼແຕ່ຕາເວັນຕົກສຽງເໜືອຫາຕາເວັນອອກສຽງໃຕ້.
ແມ່ນ້ຳຂອງມີເສັ້ນທາງເດີນທີ່ຍາວໄກ,ທັງເປັນສາຍນ້ຳທີ່ເຕົ້າໂຮມເອົານ້ຳຈາກສາຂາຕ່າງໆ.ອັນເຮັດໃຫ້ປະລິມານນ້ຳໃນນ້ຳຂອງ ມີຢ່າງຫຼວງຫຼາຍຕະຫຼອດປີ.ສະເລ່ຍບໍລິມາດນ້ຳໄຫຼຕະຫຼອດປີ ໃນລະຫວ່າງ 100.000-140.000x1.000.000 ມ3. ແຕ່ໃນນັ້ນ ປະລິມານນ້ຳຈະເຕົ້າໂຮມໃນລະດູຝົນ 70-74% ຂອງບໍລິມາດນ້ຳທັງໝົດ.
ແມ່ນ້ຳຂອງໄຫຼຜ່ານຫຼາຍພູມສັນຖານທີ່ແຕກຕ່າງກັນ ພາໃຫ້ມີແກ້ງມີຕາດຫຼາຍ, ທັງໄຫຼຄົດໂຄ້ງ, ບ່ອນແຄບ, ບ່ອນເລິກ, ບ່ອນກວ້າງ...ແຕ່ເມືອງສິງເຖິງວຽງຈັນ ແມ່ນ້ຳຂອງຈະມີທ້ອງນ້ຳແຄບ 100-300 ມ,ມີບາງບ່ອນກວ້າງເຖິງ 8.000 ມ.
ໃນລະດູແລ້ງ, ນ້ຳໃນນ້ຳຂອງບົກແຫ້ງຫຼາຍ, ເຮັດໃຫ້ການຄົມມະນາຄົມບໍ່ສະດວກ ເປັນຕົ້ນແມ່ນຍ່ານເໜືອ ແລະ ຍ່ານໃຕ້ ໂດຍສະເພາະແມ່ນແກ້ງຫຼວງ, ແກ້ງກະເບົາ, ແກ້ງເຂັມມະລາດ(ຍາວ 150 ມ ), ແກ້ງຫຼີ່ຜີ ຫຼື ຄອນພະເພັງ ເປັນແກ້ງໃຫຍ່ກວ່າໝູ່ໃນພາກພຶ້ນອາຊີ ສູງ 15 ມ, ກວ້າງ 8 ມ ແລະ ຍາວ 20 ມ. ໃນລະດູຝົນ,ປະລິມານນ້ຳໃນນ້ຳຂອງຫຼາຍ, ບາງປີເກີດມີໄພນ້ຳຖ້ວມຢ່າງຮ້າຍແຮງ ຢູ່ສອງຝັ່ງແມ່ນ້ຳຂອງ. ໃນລະດູຝົນພັດມີຄວາມສະດວກໃນການຄົມມະນາຄົມທາງນ້ຳ, ແມ່ນ້ຳຂອງຍັງສາມາດສະໜອງພະລັງງານໄຟຟ້ານ້ຳຕົກ ອີກດ້ວຍ.
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ແມ່ນ້ຳຂອງ"