ພະເຈົ້າບຸເຣງນອງ: Difference between revisions

Content deleted Content added
ໜ້າໃໝ່: '''ພະເຈົ້າບຸເຣງນອງ''' (ອັງກິດ: Bayinnaung) ກະສັດພະມ່າພະອົງທີ່ 3 ໃນ[[ຣາດຊະວົ...
 
No edit summary
ແຖວ 1:
'''ພະເຈົ້າບຸເຣງນອງ''' ([[ອັງກິດ]]: Bayinnaung) ກະສັດພະມ່າພະອົງທີ່ 3 ໃນ[[ຣາດຊະວົງຕອງອູ]] ອາດຮຽກໄດ້ວ່າ ເປັນກະສັດພະມ່າອົງທີ່ຄົນໄທແລະລາວ ຫລືຊາວຕ່າງຊາດ ຮູ້ຈັກດີທີ່ສຸດກໍວ່າໄດ້ ເນື່ອງດ້ວຍກຽດຕິປະຫວັດອັນເລື່ອງລື ຈົນມີສາຍາວ່າ '''"ພະເຈົ້າຊະນະສິບທິດ"''' ອີກທັ້ງໃນປະເທດໄທຍັງມີວັນນະຄະດີປະເພດ ນິຍາຍປອມພົງສາວະດານຊື່ດັງທີ່ມີພະອົງເປັນຕົວເອກຂອງເຮື່ອງ ຄື "[[ຜູ້ຊະນະສິບທິດ]]" ດ້ວຍ ຊຶ່ງໄດ້ມີການນຳໄປສ້າງເປັນລະຄອນ ພາບພະຍົນໃນພາຍຫຼັງຫຼາຍຕໍ່ຫຼາຍຄັ້ງ
ພະເຈົ້າບຸເຣງນອງ ປະສູດເມື່ອ[[ວັນພຸດ]] ຂຶ້ນ 12 ຄ່ຳ ເດືອນ[[ກຸມພາ]] ຄ.ສ. 1516 ກ່ອນ[[ພະເຈົ້າຕະເບັງຊະເວຕີ້]]ພຽງ 1 ເດືອນ ຕາມຄວາມເຊື່ອຂອງຄົນທົ່ວໄປ ເຊື່ອວ່າພະນາມດັ້ງເດີມຂອງພະອົງຄື "ຈະເດັດ" (ຕາມນິຍາຍຜູ້ຊະນະສິບທິດຂອງໄທ) ແຕ່ຕາມຫຼັກຖານທາງປະຫວັດສາດ ພະນາມດັ້ງເດີມຂອງພະອົງອາດອອກສຽງວ່າ "ຈະເຕັດ" ໂດຍອາດແປວ່າ "ເຈົ້າປວກໄຕ່" (ຈະໝາຍຖຶງ ປວກ ເຕັດ ໝາຍຖຶງ ໄຕ່ ຫລື ປ່າຍປີນ) ແລະມີອີກໜຶ່ງຫຼັກຖານທີ່ຣະບຸວ່າ ພະນາມດັ້ງເດີມຄື "ເຊັງເຍທຸດ" ໂດຍແປໄດ້ວ່າ "ເຈົ້າຍອດຜູ້ກ້າ" (ເຊັງ ເປັນຄຳທີ່ຮຽກໜ້າຊື່ບຸກຄົນສຳຄັນ ເຍ ໝາຍຄວາມວ່າ ກ້າຫານ ແລະ ທຸດ ອາດແປໄດ້ຫຼາກຫຼາຍ ແຕ່ໃນບໍຣິບົດເຊັ່ນນີ້ຄວນແປວ່າຍອດ)
ພະເຈົ້າບຸເຣງນອງ ນັບວ່າເປັນກະສັດພະມ່າທີ່ທາງພະມ່ານັບວ່າ ເປ້ນກະສັດທີ່ຍິ່ງໃຫຍ່ 1 ໃນ 3 ພະອົງ ດ້ວຍຄວາມເປັນກະສັດນັກຮົບອັນເປັນທີ່ປາກົດພະກຽດຕິເລື່ອງລິ ໂດຍຍຸກສະໄໝຂອງພະອົງ ອານາຈັກຕອງອູ ເຂັ້ມແຂັງແລະແຜ່ໄພສານຢ່າງທີ່ສຸດໃນປະຫວັດສາດ ໂດຍຄອບຄຸມອານາເຂດຕັ້ງແຕ່ລຸ່ມນ້ຳອິຣະວະດີຈົນຖຶງລຸ່ມແມ່ນ້ຳຂອງ ມີປະເທດສະຣາດຕ່າງໆ ຫຼາຍຫຼວງໃນພູມພາກອຸສາກຄະເນ ໄດ້ແກ່ ຫົງສາວະດີ(ມອນ), ລ້ານຊ້າງ(ລາວ), ໄທໃຫຍ່, ຂະເໝນ, ຍວນ, ອະຍຸດທະຍາ(ສະຫຍາມ), ຊຽງໃໝ່(ລ້ານນາ) ເປັນຕົ້ນ
 
[[de:Bayinnaung]]
[[en:Bayinnaung]]