ປະທານປະເທດ: Difference between revisions

Content deleted Content added
No edit summary
No edit summary
ແຖວ 7:
 
ປະທານປະເທດມີສິດ ແລະ ໜ້າທີ່ດັ່ງນີ້:
 
1. ປະກາດໃຊ້ລັດຖະທຳມະນູນ ແລະ ກົດໝາຍທີ່ສະພາແຫ່ງຊາດໄດ້ຕົກລົງຮັບຮອງເອົາແລ້ວ.
 
2. ອອກລັດຖະບັນຍັດ ແລະ ລັດຖະດຳລັດ.
 
3. ສະເໜີການແຕ່ງຕັ້ງ ຫລື ປົດຕຳແໜ່ງນາຍົກລັດຖະມົນຕີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຕົກລົງ.
 
4. ແຕ່ງຕັ້ງ ຫລື ປົດຕຳແໜ່ງນາຍຍົກລັດຖະມົນຕີ, ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳແໜ່ງສະມາຊິກລັດຖະບານ ພາຍຫລັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ.
 
5. ແຕ່ງຕັ້ງ ຫລື ປົດຕຳແໜ່ງຮອງປະທານສານປະຊາຊົນສູງສຸດຕາມການສະເໜີຂອງປະທານສານປະຊາຊົນສູງ ສຸດ, ແຕ່ງຕັ້ງ ຫລື ປົດຕຳແໜ່ງຮອງໄອຍາການປະຊາຊົນສູງສຸດຕາມການສະເໜີຂອງໄອຍາການປະຊາຊົນສູງສຸດ. 6. ແຕ່ງຕັ້ງຍົກຍ້າຍ ຫລື ປົດຕຳແໜ່ງເຈົ້າແຂວງ, ເຈົ້າຄອງນະຄອນຕາມການສະເນີຂອງນາຍຍົກລັດຖະມົນຕີ.
 
7. ເປັນແມ່ທັບກຳລັງປະກອບອາວຸດຂອງປະຊາຊົນ.
 
8. ຕົກລົງເລື່ອນຊັ້ນ ຫລື ປົດຊັ້ນນາຍພົນຢູ່ກຳລັງປ້ອງກັນຊາດ - ປ້ອງກັນຄວາມສະຫງົບຕາມການສະເໜີຂອງນາຍ ຍົກລັດຖະມົນຕີ.
9. ຮຽກໂຮມ ແລະ ເປັນປະທານກອງປະຊູມພິເສດຂອງລັດຖະບານ.
10. ຕົກລົງປະດັບຫລຽນຄຳແຫ່ງຊາດ, ຫລຽນກຽດຕິຄຸນ, ຫລຽນໄຊ ແລະ ນາມນະຍົດສູງສຸດແຫ່ງລັດ.
 
11. ຕົກລົງການໃຫ້ອະໄພຍະໂທດ.
 
12. ຕົກການລະດົມພົນທົ່ວໄປ ຫລື ເປັນພາກສ່ວນ, ຕົກລົງພາວະສຸກເສີນໃນທົ່ວປະເທດ ຫລື ໃນທ້ອງຖີ່ນໃດໜື່ງ. 13. ປະກາດໃຫ້ສັດຕະຍາບັນ ຫລື ການລົບລ້າງສົນທິສັນຍາທີ່ໄດ້ເຊັນກັບຕ່າງປະເທດ.
14. ແຕ່ງຕັ້ງຜູ້ຕາງໜ້າທີ່ມີອຳນາດເຕັມຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປປະຈຳຢູ່ຕ່າງປະ ເທດ ຫລື ຮຽກກັບຄືນປະເທດຕາມການສະເໜີຂອງນາຍຍົກລັດຖະມົນຕີ, ຮັບຮອງເອົາຜູ້ຕາງໜ້າທີ່ມີອຳນາດເຕັມ ຂອງຕ່າງປະເທດທີ່ມາປະຈຳຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.