ສານ: Difference between revisions

Content deleted Content added
robot Ajoute: ar:محكمة
No edit summary
ແຖວ 1:
ສານ ແມ່ນ ອົງກອນຕຸລາການ ທີ່ ມີ ອຳນາດຕຸລາການ ຫຼື ອຳນາດໃນການຕັດສິນວ່າ ການກະທຳໃດໜຶ່ງ ຖືກຫຼືຜິດ ກົດໝາຍ ໃນປະເທດໃດໜຶ່ງ.ມັນ ແມ່ນ ໜຶ່ງ ໃນ 3 ອຳນາດລັດຄື (1)[[ອຳນາດນິຕິບັນຍັດ]]([[ສະພາ]]), (2)[[ອຳນາດບໍລິຫານ]]([[ລັດຖະບານ]]) ແລະ (3)[[ອຳນາດຕຸລາການ]]([[ສານ]]). ລະບົບ ສານນັ້ນ ຈະແຕກຕ່າງກັນໄປຕາມ ແຕ່ລະປະເທດ ເຊັ່ນ ບາງປະເທດ ກໍ່ໃຊ້ ລະບົບ 2 ຂັ້ນ, 3 ຂັ້ນ ເປັນຕົ້ນ. ນອກຈາກ [[ສານຕຸລາການ]] ໂດຍທົ່ວໄປແລ້ວ ບາງ ປະເທດ ກໍ່ຍັງມີ ສານພິເສດ ເຊັ່ນ [[ສານລັດຖະທຳມະນູນ]], [[ສານທະຫານ]] ອີກ.
 
 
 
== ສານປະຊາຊົນສູງສຸດ ແລະອົງການໄອຍາການປະຊາຊົນ ແຫ່ງ ສປປລ ==
 
 
ສານປະຊາຊົນແມ່ນອົງການພິພາກສາຂອງລັດຊື່ງປະກອບດ້ວຍ: ສານປະຊາຊົນສູງສຸດ .ສາສອຸທອນ. ສານປະຊາ ຊົນແຂວງ, ນະຄອນ. ສານປະຊາຊົນເມືອງ. ສານທະຫານ. ໃນກໍລະນີທີ່ຈຳເປັນອາດຈະສ້າງຕັ້ງສານສະເພາະ ຕາມຂະແໜງການຂື້ນກໍ່ໄດ້ ໂດຍການຕົກລົງຂອງຄະນະປະຈຳສະພາແຫ່ງຊາດ.
 
ສານປະຊາຊົນສູງສຸດ ແມ່ນອົງການພິພາກສາສຸງສຸດຂອງລັດ. ສານປະຊາຊົນສູງສຸດຄຸ້ມຄອງດ້ານບໍລິຫານຕໍ່ສານ ປະຊາຊົນທຸກຂັ້ນ, ສານທະຫານ ແລະ ກວດກາຄຳຕັດສີນຂອງສານດັ່ງກ່າວ.
 
ຮອງປະທານສານປະຊາຊົນສູງສຸດ ແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫລື ປົດຕຳແໜ່ງ ຕາມການສະເໜີຂອງ ປະທານສານປະຊາຊົນສູງສຸດ. ບັນດາຜູ້ພິພາກສາຂອງສານປະຊາຊົນສູງສຸດ, ປະທານ, ຮອງປະທານ ແລະ ບັນດາຜູ້ພິພາກສາຂອງສານທະຫານແມ່ນຄະນະປະຈຳສະພາແຫ່ງຊາດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳ ແໜ່ງຕາມການສະເໜີຂອງສານປະຊາຊົນສູງສຸດ.
 
 
ສານປະຊາຊົນພິຈາລະນາຕັດສີນເປັນໝູ່ຄະນະ. ໃນເວລາພິຈາລະນາຕັດສີນ ຜູ້ພິພາກສາຕ້ອງເປັນເອກະລາດ ແລະ ມີແຕ່ປະຕິບັດຕາມກົດໝາຍເທົ່ານັ້ນ.
 
 
ການໄຕ່ສວນຄະດີໃນທີ່ປະຊູມສານຕ້ອງດຳເນີນຢ່າງເປີດເຜີຍ ເວັ້ນເສຍແຕ່ກໍລະນີທີ່ໄດ້ກຳນົດໄວ້ໃນກົດໝາຍ. ຜູ້ຖືກຫາມີສິດຕໍ່ສູ້ຄະດີທີ່ຕົນຖືກກ່າວຟ້ອງ, ທະນາຍຄວາມມີສິດຊ່ວຍເຫລືອທາງດ້ານກົດໝາຍແກ່ຜູ້ຖືກກ່າວຟ້ອງ.
 
 
ຜູ້ຕາງໜ້າບັນດາອົງການຈັດຕັ້ງສັງຄົມມີສິດເຂົ້າຮ່ວມຄະດີຢູ່ສານຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
 
ຄຳຕັດສີນຂອງສານປະຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ ທຸກອົງຈັດຕັ້ງພັກ, ອົງການຈັດຕັ້ງລັດ, ແນວລາວ ສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ພົນລະເມືອງທຸກຄົນຕ້ອງເຄົາລົບ, ບຸກຄົນ ແລະ ອົງການຈັດຕັ້ງທີ່ມີສ່ວນກ່ຽວຂ້ອງຕ້ອງປະຕິບັດຢ່າງເຂັ້ມງວດ.
 
ອົງການໄອຍາການປະຊາຊົນແມ່ນອົງການຕິດຕາມກວດກາການປະຕິບັດກົດໝາຍຊື່ງປະກອບດ້ວຍ. ອົງການໄອຍາ ການປະຊາຊົນສູງສຸດ. ອົງການໄອຍາການປະຊາຊົນຂັ້ນອຸທອນ. ອົງການໄອຍາການປະຊາຊົນແຂວງ, ນະຄອນ. ອົງການໄອຍາການເມືອງ. ອົງການໄອຍາການທະຫານ. ອົງການໄອຍາການປະຊາຊົນມີສິດ ແລະ ໜ້າທີ່ດັ່ງນີ້:
1. ຕິດຕາມກວດກາການເຄົາລົບກົດໝາຍຢ່ງຖືກຕ້ອງ ແລະ ເປັນເອກກະພາບຢູ່ໃນທຸກກະຊວງ, ອົງການທຽບເທົ່າ ກະຊວງ, ອົງການທີ່ຂື້ນກັບລັດທະບານ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການປົກຄອງທອ້ງຖີ່ນ, ວິສາຫະກິດ, ລັດຖະກອນ ແລະ ພົນລະເມືອງ.
2. ປະຕິບັດສິດກ່າວຟ້ອງ.
 
ໄອຍາການປະຊາຊົນສູງສຸດຊີ້ນຳການເຄື່ອນໄຫວຂອງອົງການໄອຍາການປະຊາຊົນທຸກຂັ້ນ. ຮອງໄອຍາການປະຊາ ຊົນສູງສຸດ ແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫລື ປົດຕຳແໜ່ງຕາມການສະເໜີຂອງໄອຍາການປະຊາຊົນສູງ ສຸດ. ໄອຍາການປະຊາຊົນ ແລະ ຣອງໄອຍາການປະຊາຊົນຂັ້ນອຸທອນ, ແຂວງ, ນະຄອນ, ເມືອງ, ໄອຍາການ ທະຫານ ແມ່ນໄອຍາການປະຊາຊົນສູງສຸດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳແໜ່ງ.
 
 
ໃນເວລາປະຕິບັດໜ້າທີ່ຂອງຕົນນັ້ນອົງການປະຊາຊົນມີແຕ່ປະຕິບັດຕາມກົດໝາຍ ແລະ ຄຳສ່ງຂອງໄອຍາການປະ ຊາຊົນສູງສຸດເທົ່ານັ້ນ.
 
 
==ເບິ່ງຕື່ມ==
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ສານ"