ເສດຖະຄະນິດສາດ: Difference between revisions

Content deleted Content added
ເພີ່ມ ພາກ ພາສາຄະນິດສາດໃຊ້ກັນຫຼາຍໃນ ເສດຖະສາດ ໃສ່
ແຖວ 1:
'''ເສດຖະຄະນິດສາດ''' ໝາຍເຖິງ ການນຳໃຊ້ ວິທີການທາງ [[ຄະນິດສາດ]] ເພື່ອ ສະແດງ ທິດສະດີເສດຖະສາດ ແລະ ຊອກຫາຄຳຕອບ ຕໍ່ ຄຳຖາມ ໃນ [[ເສດຖະສາດ]]. ໂດຍທົ່ວໄປ ມັນໝາຍເຖິງ ການສ້າງແບບຈຳລອງ ຂອງ ເສດຖະກິດ ແລະແມ່ນ ການສະແດງຄວາມສຳພັນທາງເສດຖະກິດ ແບບຂັດຈ້ອນ ແລະ ພາຍໃຕ້ສົມມຸດຕິຖານຕ່າງໆນາໆ ໂດຍ [[ຕຳລາຄະນິດສາດ]]. ຄະນິດສາດ ເຮັດໃຫ້ ນັກເສດຖະສາດ ສາມາດ ຕັ້ງ [[ສົມມຸດຕິຖານ]] ຂອງ ເສດຖະກິດ ເຊິ່ງແມ່ນ[[ລະບົບສັບສົນ]]ໜຶ່ງ ແບບມີຄວາມໝາຍ ແລະ ສາມາດທົດສອບໄດ້.
 
== ຄວາມເປັນມາ ==
ການນຳໃຊ້ ຄະນິດສາດ ໃນ ເສດຖະສາດ ເລີ່ມຕົ້ນ ໃນ ສັດຕະວັດ ທີ 19. ບັນດານັກເສດຖະສາດ ໃນ ສະໄໝນັ້ນ ພະຍາຍາມ ຢາກ ພັດທະນາເສດຖະສາດ ນຳໃຊ້ ຄະນິດສາດ ຕໍ່ ກັບ ຄຳວ່າ [[ຜົນປະໂຫຍດຂອບເຂດ (ເສດຖະສາດ)|ຜົນປະໂຫຍດຂອບເຂດ]]. ແຕ່ຄວາມພະຍາຍາມດັ່ງກ່າວ ບໍ່ໄດ້ຮັບຄວາມສຳເລັດເທົ່າທີ່ຄວນ ຈົນຮອດຫຼັງ [[ສົງຄາມໂລກຄັ້ງທີສອງ]]. ເສດຖະຄະນິດສາດ ແມ່ນ ຄວາມພະຍາຍາມ ເຮັດໃຫ້ ເສດຖະສາດ ມີລັກສະນະວິທະຍາສາດຂຶ້ນ ໂດຍການນຳໃຊ້ [[ຄະນິດສາດ]] ເຊິ່ງແມ່ນເຄື່ອງມືຂອງ ທຸກໆວິທະຍາສາດທຳມະຊາດ. ເຖິງວ່າ ເສດຖະຄະນິດສາດ ຈະໄດ້ຮັບພັດທະນາຫຼາຍ ມາຮອດປະຈຸບັນ ແຕ່ ການນຳໃຊ້ສົມມຸດຕິຖານທີ່ຫ່າງເຫີນຈາກຄວາມເປັນຈິງຫຼາຍ ກໍ່ແມ່ນເຫດຜົນໜຶ່ງ ທີ່ ມັນຍັງຖືກວິພາກວິຈານຈາກ ນັກວິທະຍາສາດ ໃນ ຫຼາຍໆສາຂາອື່ນໆ​ຢູ່.
 
== ພາສາຄະນິດສາດໃຊ້ກັນຫຼາຍໃນເສດຖະສາດ ==
==ອ້າງອີງ==
=== ເວັກເຕີ ===
ໃນ [[ເສດຖະສາດ]],[[ເວັກເຕີ]]ມັກຖືກໃຊ້ ເພື່ອສະແດງ ເຖິງ ກຸ່ມຂອງ ຈຳນວນ ທີ່ ບໍ່ສາມາດບວກເຂົ້າກັນໄດ້. ຕົວຢ່າງ ຖ້າ ສິນຄ້າ ທີ່ສາມາດຊົມໃຊ້ໄດ້ ມີ 10 ປະເພດ ຄື x1, x2, x3, ..., x10 ກຸ່ມການຊົມໃຊ້ ຂອງ ຜູ້ໃຊ້ໃດໜຶ່ງ ກໍ່ຈະແມ່ນ X = (x1, x2, x3, ..., x10):
*ຜູ້ຊົມໃຊ້ ທີ່ ບໍ່ຊົມໃຊ້ຫຍັງເລີຍ
X = (0, 0, 0, ..., 0)
*ຜູ້ຊົມໃຊ້ ທີ່ ຊົມໃຊ້ ແຕ່ 2 ຫົວໜ່ວຍ ຂອງ x1 ແລະ 5 ຫົວໜ່ວຍຂອງ x10
X = (2, 0, 0, ..., 5)
 
=== ມາຕຣິກ ===
[[ມາຕຣິກ]]ສາມາດໃຊ້ ເພື່ອສະແດງເຖິງ ຈຳນວນ ທີ່ ມີສອງຄຸນລັກສະນະ ເຊັ່ນ ຖ້າຢາກສະແດງວ່າ ມີ ບໍລິສັດ1, ບໍລິສັດ2,ບໍລິສັດ3 ທີ່ຜະລິດ ສິນຄ້າ1, ສິນຄ້າ2,..., ສິນຄ້າ10 ກໍ່ອາດຈະໃຊ້ ມາຕຣິກ ເຊັ່ນ C<sub>i</sub><sub>j</sub> ໂດຍທີ່ i = 1,2,3 ແລະ j = 1,2,3,...,10. C<sub>2</sub><sub>1</sub>=8 ກໍ່ຈະໝາຍຄວາມວ່າ ບໍລິສັດ2 ຜະລິດ ສິນຄ້າ1 ໄດ້ 8 ຫົວໜ່ວຍ.
 
== ອ້າງອີງ ==
* [[Gerard Debreu]] (1987). "Mathematical Economics," ''[[The New Palgrave: A Dictionary of Economics]]'', v. 3, pp. 399-404.
* [[F.Y. Edgeworth]] ([1925] 1987). "Mathematical Method in Political Economy," ''The New Palgrave: A Dictionary of Economics'', v. 3, pp. 404-05.