ຜົນປະໂຫຍດ (ເສດຖະສາດ): Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
ໃນ [[ເສດຖະສາດຈຸນລະພາກ]], ''ຜົນປະໂຫຍດ'' ແມ່ນ ບັນທັດຖານແບບນອກໂຕ ຂອງ [[ຄວາມສຸກ]] ຫຼື ຄວາມພໍໃຈ ທີ່ເກີດຈາກ ການຊົມໃຊ້ ສິນຄ້າ ແລະ ການບໍລິການຕ່າງໆ. ພວກເຮົາຈະສາມາດ ເວົ້າເຖິງການ ເພີ່ມຂຶ້ນ ຫຼື ຫຼຸດລົງ ຂອງຕຳລານີ້ ຫຼື ເວົ້າອີກຢ່າງໜຶ່ງ ກໍ່ ແມ່ນ ການອະທິບາຍ ການປະພຶດທາງດ້ານເສດຖະກິດ ເພື່ອຈະຍົກລະດັບ ຜົນປະໂຫຍດ ນີ້ ຂອງ ຜູ້ໃດຜູ້ໜຶ່ງ ໂດຍ ບັນທັດຖານນີ້ໄດ້.
 
==ຕຳລາຜົນປະໂຫຍດ==
 
ໃນ ຂະນະ ທີ່ [[ລົດນິຍົມ]] ຫຼື ຄວາມມັກ ແມ່ນ ພື້ນຖານ ຂອງ [[ເສດຖະສາດຈຸນລະພາກ]], ການ ສະແດງ ລົດນິຍົມ ໂດຍ ຕຳລາຜົນປະໂຫຍດ ແລະ ຊອກຫາ ເຫດຜົນ ຂອງ ລົດນິຍົມ ແບບທາງອ້ອມ ຈະເປັນສິ່ງສະດວກກ່ວາ.
ຖ້າໃຫ້ X ແມ່ນ ''ໝວດການຊົມໃຊ້'', ທີ່ປະກອບດ້ວຍ ບັນດາ ການຊົມໃຊ້ ທີ່ຕ່າງກັນ.
[[ຕຳລາຜົນປະໂຫຍດ]] ຂອງ ຜູ້ຊົມໃຊ້
<math>u : X \rightarrow \textbf R</math>
ຈະກຳນົດລະດັບ ຂອງ ແຕ່ລະ ການຊົມໃຊ້ ໃນ ໝວດການຊົມໃຊ້.
ຖ້າ u(x) > ຫຼື = u(y) (x '''R''' y), ຜູ້ ຊົມໃຊ້ ຈະມັກ x ຫຼາຍກ່ວາ y ຫຼື ເທົ່າກັນ y.
 
ຕົວຢ່າງ, ສົມມຸດວ່າ ໝວດການຊົມໃຊ້ ຂອງ ຜູ້ຊົມໃຊ້ ແມ່ນ
X = {ບໍ່ມີຫຍັງ, ໝາກໂປມ 1 ໝ່ວຍ, ໝາກກ້ຽງ 1 ໜ່ວຍ, ໝາກໂປມ 1 ໜ່ວຍ ແລະ ໝາກກ້ຽງ 1 ໜ່ວຍ, ໝາກໂປມ 2 ໜ່ວຍ, ໝາກກ້ຽງ 2 ໜ່ວຍ},
ແລະ ຕຳລາຜົນປະໂຫຍດ ແມ່ນ
u(ບໍ່ມີຫຍັງ) = 0,
u (ໝາກໂປມ 1 ໜ່ວຍ) = 1,
u (ໝາກກ້ຽງ 1 ໜ່ວຍ) = 2,
u (ໝາກໂປມ 1 ໜ່ວຍ ແລະ ໝາກກ້ຽງ 1 ໜ່ວຍ) = 4,
u (ໝາກໂປມ 2 ໜ່ວຍ) = 2 andແລະ
u (ໝາກກ້ຽງ 2 ໜ່ວຍ) = 3. ໝາຍຄວາມວ່າ
ບາງຂໍ້ສະຫຼຸບ ທີ່ ສາມາດໄດ້ ຈາກ ຕຳລາຜົນປະໂຫຍດທາງເທິງນີ້ກໍ່ຈະແມ່ນ ເຊັ່ນ ຜູ້ຊົມໃຊ້ ມັກ ໝາກກ້ຽງ 1 ໜ່ວຍ ຫຼາຍກ່ວາ ໝາກໂປມ 1 ໜ່ວຍ, ແຕ່ ມັກຢ່າງລະໜ່ວຍ ຫຼາຍກ່ວາ ໝາກກ້ຽງ 2 ໜ່ວຍ.
 
ໃນ ແບບຈຳລອງ (model) ເສດຖະສາດຈຸນລະພາກ, ໂດຍທົ່ວໄປ ມັນຈະມີ ໝວດທີ່ມີຂອບເຂດ ຂອງ ສິນຄ້າ L , ແລະ ຜູ້ຊົມໃຊ້ ສາມາດ ເລືອກ ຊົມໃຊ້ ແຕ່ລະສິນຄ້າ ດ້ວຍປະລິມານ ທີ່ຕົນເອງມັກໄດ້. ເຮັດໃຫ້ ໝວດການຊົມໃຊ້ <math>\textbf R^L_+</math>, ແລະ ການປະສົມປະສານ <math>x \in \textbf R^L_+</math> ແມ່ນ ເວັກເຕີ ທີ່ ປະກອບດ້ວຍ ຈຳນວນຕ່າງໆ ຂອງ ແຕ່ລະສິນຄ້າ. ໃນຕົວຢ່າງ ຂ້າງເທິງ, ແມ່ນ ມີ ສອງ ສິນຄ້າ : ໝາກໂປມ ແລະ ໝາກກ້ຽງ. ຖ້າ ໃຫ້ ໝາກໂປມ ແມ່ນ ສິນຄ້າທຳອິດ, ແລະ ໝາກກ້ຽງ ແມ່ນ ສິນຄ້າທີ່ສອງ, ໝວດການຊົມໃຊ້ X = <math>\textbf R^2_+</math> ແລະ u (0, 0) = 0, u (1, 0) = 1, u (0, 1) = 2, u (1, 1) = 4, u (2, 0) = 2, u (0, 2) = 3 ດັ່ງທີ່ເຫັນໃນ ຂ້າງເທິງ. ເອົາໃຈໃສ່ ວ່າ ເພື່ອທີ່ u ຈະເປັນຕຳລາຜົນປະໂຫຍດ ຂອງ X ນັ້ນ, ມັນຈະຕ້ອງຖືກກຳນົດ ໃນ ທຸກໆ X.