ບັນທັດຖານວັດແທກ ລາຍໄດ້ ແລະ ຜົນຜະລິດ ແຫ່ງຊາດ: Difference between revisions

Content deleted Content added
ໜ້າໃໝ່: ບັນທັດຖານວັດແທກ ລາຍໄດ້ ແລະ ຜົນຜະລິດ ແຫ່ງຊາດ ຈະຖືກໃຊ້ ໃນ [[ເສດຖະສາ...

No edit summary
ແຖວ 1:
ບັນທັດຖານວັດແທກ ລາຍໄດ້ ແລະ ຜົນຜະລິດ ແຫ່ງຊາດ ຈະຖືກໃຊ້ ໃນ [[ເສດຖະສາດ]] ເພື່ອປະເມີນ ມູນຄ່າ ຂອງ ສິນຄ້າ ແລະ ການບໍລິການ ທີ່ໄດ້ຖືກຜະລິດຂຶ້ນ ໃນ ເສດຖະກິດໃດໜຶ່ງ. ໂດຍທົ່ວໄປ ການປະເມີນດັ່ງກ່າວ ຈະອີງໃສ່ ລະບົບ[[ບັນຊີແຫ່ງຊາດ]](Natonal account) ທີ່ຖືກພັດທະນາຂຶ້ນ ໃນລະຫວ່າງ ຊຸມປີ 1940. ບັນທັດຖານ ທີ່ ຖືກໃຊ້ກັນໂດຍແຜ່ຫຼາຍກໍ່ຈະມີ

:* [[ລວມຍອດຜະລິດຕະພັນແຫ່ງຊາດ]] (Gross National Product:GNP)
:* [[ລວມຍອດຜະລິດຕະພັນພາຍໃນ]] (Gross Domestic Product:GDP)
:* [[ລວມຍອດລາຍໄດ້ແຫ່ງຊາດ]] (Gross National Income:GNI)
:* [[ຜະລິດຕະພັນແຫ່ງຊາດສຸດທິ]] (Net National Product:NNP)
:* [[ລາຍໄດ້ແຫ່ງຊາດສຸດທິ]] (Net National Income:NNI)

ບັນດາຕົວເລກຂ້າງເທິງນີ້​ ສາມາດປະເມີນ ໂດຍຫຼາຍໆທາງ ເຊັ່ນ:
:* ຈາກການຊົມໃຊ້
::** ປະເມີນ ໂດຍການສັງລວມ ຄວາມຕ້ອງການ ຫຼື ລວມຍອດການໃຊ້ຈ່າຍແຫ່ງຊາດ ໂດຍ ບວກ ການຊົມໃຊ້ພາກເອກະຊົນ, ການລົງທຶນ, ການຊົມໃຊ້ພາກລັດຖະບານ ແລະ ການດຸນການຄ້າແລະການດຸນການຄ້າ.
:* ຈາກລາຍໄດ້
::** ໂດຍການສັງລວມ ຄ່າແຮງງານ, ຄ່າເຊົ່າ, ດອກເບ້ຍ, ກຳໄລ, ຄ່າທຳນຽມ ແລະ ລາຍໄດ້ຈາກຕ່າງປະເທດສຸດທິ.
ໂດຍຫຼັກການ ມູນຄ່າສັງລວມ ຈາກ ແຕ່ລະວິທີຈະເທົ່າກັນສະເໝີ ແຕ່ ໃນຕົວຈິງ ມັນຈະມີການຜິດດ່ຽງເລັກນ້ອຍ ເຊິ່ງເນື່ອງມາຈາກ ການປ່ຽນແປງ ຂອງ ສິນຄ້າໃນສາງ ແລະ ຄວາມຜິດດ່ຽງດ້ານເວລາ. ເຊັ່ນ ມູນຄ່າສິນຄ້າໃນສາງ ເຊິ່ງແມ່ນສິນຄ້າທີ່ຜະລິດແລ້ວ ແຕ່ຍັງບໍ່ໄດ້ຂາຍ ຈະຖືກລວມໃນ ການປະເມີນ ຈາກລາຍໄດ້ ໃນ ຂະນະທີ່ຈະບໍ່ຖືກລວມ ໃນ ການຄິດໄລ່ຈາກການຊົມໃຊ້. ແນ່ນອນວ່າ ຄວາມຜິດດ່ຽງດ້ານເວລາ ໃນ ການຊຳລະ ໂດຍສະເພາະ ເວລາມີການນຳໃຊ້ສິນເຊື່ອ ກໍ່ຈະສົ່ງຜົນເຮັດໃຫ້ຜົນການຄິດໄລ່ ແຕກຕ່າງເຊັ່ນດຽວກັນ.

== ບັນດາສູດຄິດໄລ່ບັນຊີແຫ່ງຊາດ (ຈາກການຊົມໃຊ້) ==
C = ການຊົມໃຊ້ໂດຍຄົວເຮືອນ

I = ລວມຍອດການລົງທຶນພາກເອກະຊົນພາຍໃນ

G = ການຊົມໃຊ້ພາກລັດຖະບານ

X = ລວມຍອດການສົ່ງອອກສິນຄ້າ ແລະ ການບໍລິການ

M = ລວມຍອດານນຳເຂົ້າສິນຄ້າ ແລະ ການບໍລິການ

ລວມຍອດຜະລິດຕະພັນພາຍໃນ (GDP) = C + I + G + ( X - M )

ແຖວ 25:
ລວມຍອດຜະລິດຕະພັນແຫ່ງຊາດ (GNP) = GDP + NR

CC = ການເຊື່ອມຄ່າ

IBT = ບັນດາອາກອນທາງອ້ອມຕໍ່ທຸລະກິດ

NDP = ຜະລິດຕະພັນພາຍໃນສຸດທິ

NI = ລາຍໄດ້ແຫ່ງຊາດ

PI = ລາຍໄດ້ສ່ວນບຸກຄົນ

DI = ລາຍໄດ້ສາມາດຊົມໃຊ້

ເອົາໃຈໃສ່: (X - M) ມັກຖືກຂຽນເປັນ "NX," ທີ່ໝາຍເຖິງ "ການສົ່ງອອກສຸດທິ(Net Exports)"

GDP = C + I + G + (X - M)

GNP = C + I + G + (X - M) + NR

GNI = C + I + G + (X - M) + NR - IBT

NI = C + I + G + (X - M) + NR - IBT - CC

'''ກະແສລາຍໄດ້'''

GDP - ການເຊື່ອມຄ່າ = NDP

NDP - IBT + NR = NI

NI - ອາກອນວິສາຫະກິດ - ຄັງສະສົມພາຍໃນທຸລະກິດ - ຄ່າປະກັນສັງຄົມ + ການໂອນຊຳລະ + ດອກເບ້ຍສຸດທິ = PI

PI - ອາກອນສ່ວນບຸກຄົນ = DI

{{ເສດຖະສາດມະຫາພາກ-ໝາຍເຫດສົ້ນເອກະສານ}}

[[Category:ເສດຖະກິດ]]