ພາສາແອສປາໂຍລ
ພາສາແອສະປາໂຍນ ຫຼື ພາສາແອັສປາໂຍລ (español) ຫຼື ພາສາສະແປນ ແມ່ນພາສາໂລມັງພາສາໜຶ່ງ ອັນມີຕົ້ນກຳເນີດແຕ່ປະເທດສະແປນ. ມີຜູ້ເວົ້າປະມານ 387 ລ້ານຄົນເປັນພາສາແມ່ ອັນເຮັດໃຫ້ເປັນພາສາທີ່ເວົ້າຫຼາຍທີ່ສຸດອັນດັບທີ່ 2 ຂອງໂລກ ຕາມຫຼັງພາສາຈີນກາງ. ປະເທດແມກຊິໂກມີຜູ້ເວົ້າພາສາເອັສປາໂຍນຫຼາຍທີ່ສຸດ. ພາສາແອສະປາໂຍນແມ່ນໜຶ່ງໃນພາສາທາງກາງທັງ 6 ຂອງສະຫະປະຊາຊາດ ແລະມີການໃຊ້ເປັນພາສາທາງການໃນສະຫະພາບເອີລົບແລະໃນຕະລາດກາງຕອນໃຕ້.
ພາສາແອສະປາໂຍນແມ່ນພາສານຶ່ງເຊິ່ງຈັດຢູ່ໃນກຸ່ມພາສາອີເບໂລ-ໂລມັງ ເຊິ່ງມີການວິວັດທະນາການມາຈາກພາສາຖິ່ນຕ່າງໆ ຂອງພາສາລາແຕັງສາມັນໃນແຄວ້ນອີເບລີ ລຸນຫຼັງການຫຼົ້ມສະຫຼາຍຂອງອານາຈັກໂລມັງຕາເວັນຕົກໃນສະຕະວັດທີ 5. ພາສາແອສະປາໂຍນມີການບັນທຶກຂຽນເທື່ອທຳອິດໃນແຄວ້ນອີເບລີເໜືອກາງໃນສະຕະວັດທີ 9 ແລະມີການຂະຫຍາຍໂຕທີແລະໜ້ອຍໄປພ້ອມກັບການຂະຫຍາຍໂຕຂອງອານາຈັກກາສະຕີ ຈົນໄປຮອດພາກກາງແລະພາກໃຕ້ຂອງແຄວ້ນອີເບລີ. ທຳອິດຄຳສັບພາສາແອສະປາໂຍນໄດ້ຮັບອິດທິພົນຈາກພາສາບາດແລະພາສາອີເບໂລ-ໂລມັງອື່ນໆ ແລະພາຍຫຼັງພາສາແອສະປາໂຍນໄດ້ຮັບຄຳສັບຈາກພາສາອາລັບ ລະຫວ່າງທີ່ຊາວມຸສະລິມຄອງຄາບສະໝຸດອີເບລີ. ພາສາແອສະປາໂຍນຍັງໄດ້ຮັບຄຳສັບເຊິ່ງບໍ່ໄດ້ມາຈາກກຸ່ມພາສາອີເບລີອີກນຳ ເຊັ່ນພາສາອົກຊີຕັງ ພາສາຝະລັ່ງ ພາສາອິຕາລີ ພາສາຊາກ ແລະເລີ່ມມີຄຳຈາກພາສາອັງກິດໃນຍຸດປັດຈຸບັນອີກນຳ. ພາສາແອສະປາໂຍນໄດ້ມີການໃຊ້ແພ່ໄປຮອດຫົວເມືອງຂອງອານາຈັກແອສະປາຍໃນສະຕະວັດທີ 16 ທີ່ເປັນທີ່ຮູ້ຈັກກັນດີແມ່ນໃນພື້ນທີ່ໃນທະວີບອາເມລິກາ ແລະບ່ອນອື່ນໆ ໃນທະວີບອາຟະລິກ ທະວີບໂອຊີອານີ ແລະ ຟີລິບປິນ.