ຜົນຕຳລາການຜະລິດ

ຜົນຕຳລາການຜະລິດ(Production function)

ໃນດ້ານເສດຖະກິດຈຸລະພາກ ແລະ ເສດຖະກິດມະຫາພາກ, ຜົນຕຳລາການຜະລິດ ແມ່ນຜົນດຳລາຫນຶ່ງທີ່ກຳນົດສະເພາະ ຜົນຜະລິດຂອງບໍລິສັດຫນຶ່ງ, ອຸດສາຫະກຳຫນຶ່ງ, ຫລື ຂອງທຸກໆຕົວປ້ອນເພື່ອການຜະລິດ. ຜົນຕຳລາດັ່ງກ່າວ ແມ່ນສາຍສຳພັນທາງເຕັກໂນໂລຊີ ທີ່ຂຶ້ນກັບສະຖານະປະຈຸບັນ ຂອງຄວາມຮູ້ດ້ານວິສະວະກຳ; ມັນເປັນຜົນຕຳລາທີ່ບໍ່ໄດ້ສະແດງຜົນທາງເລືອກດ້ານເສດຖະກິດ, ແຕ່ຫາວ່າ ມັນເປັນຜົນຕຳລາທີ່ມີອິດທິພົນຕໍ່ການພິຈາລະນາຕັດສິນໃນເລື່ອງເສດຖະກິດ. ບັນດາທິດສະດີ ກ່ຽວກັບເສດຖະກິດສ່ວນໃຫຍ່ ສະຫນັບສະຫນູນ ຜົນຕຳລາການຜະລິດ ໃນລະດັບບໍລິສັດ ແລະ ສະຫະບໍລິສັດ. ສິ່ງນີ້, ສະແດງໃຫ້ເຫັນວ່າ ຜົນຕຳລາການຜະລິດ ແມ່ນແນວຄວາມຄິດຫນຶ່ງທີ່ສຳຄັນ ຕໍ່ກັບທິດສະດີທີ່ຜ່ານມາ. ຍັງມີນັກເສດຖະສາດຈຳນວນຫນຶ່ງ ປະຕິເສດແນວຄວາມຄິດ ຂອງຜົນຕຳລາການຜະລິດແບບສະຫະບໍລິສັດ.