ບຸນເດືອນຫ້າ(ບຸນປີໃໝ່ລາວ) ເດືຶອນຫ້າສັງຂານຂຶ້ນ ຣະດູປີຟ້າໃຫມ່ ເປັນຫຍັງບຸນປີໃໝ່ລາວ ຂອງເຮົາຈິ່ງຈັດຂຶ້ນເດືອນຫ້າ ແທນທີ່ຈະເປັນເດືອນໜຶ່ງຂອງສາກົນ? ຄຳຖາມຄຳນີ້ຈະໄດ້ຍິນຢູ່ເລື້ອຍ ຈາກປາກຂອງຄົນຕ່າງຊາດທີ່ມີຄວາມສົນໃຈ ໃນປະເພນີວັດທະນະທັມຂອງລາວເຮົາ. ສ່ວນຫຼາຍ ຄົນລາວກໍມີບາງຄົນທີ່ຕອບຄຳຖາມນີ້ບໍ່ໄດ້ ແລະ ໃນເດືອນຫ້າ. ວັນປີໃໝ່ ຄືສັງຂານຂຶ້ນ ກໍບໍ່ໄດ້ກົງກັບວັນຄ່ຳໜຶ່ງ ອັນເປັນວັນຕັ້ງຕົ້ນ ຂອງເດືອນນັ້ນເລີຍ ແຕ່ຕົກໃສ່ມື້ເດືອນຫ້າ ຂຶ້ນ 6 ຄ່ໍາ ໄປຫາເດືອນຫົກຂຶ້ນ 5 ຄ່ໍາໃນຣະຍະ ໜຶ່ງເດືອນນັ້ນເປັນວັນຂຶ້ນປີໃໝ່ ຈະຖືກວັນໃດກໍແລ້ວແຕ່ ວັນຄຳນວນເລກ ແຕ່ບໍ່ກາຍຫຼືຫຼຸດໜຶ່ງເດືອນນີ້. ຕາມທີ່ທ່ານ ອາຈານ ມະຫາ ສີລາວິຣະວົງສ໌ ໄດ້ຂຽນໄວ້ໃນຮີດສິບສອງ ສະບັບວິຈານ ວັນຂຶ້ນປີໃໝ່ແທ້ໆ ຂອງລາວເຮົາແຕ່ດັ້ງເດີມນັ້ນ ຕົກຢູ່ໃນເດືອນອ້າຍ(ເດືອນຈຽງ) ຄືເດືອນທີ 1 ຫຼືຶເດືອນກົກ (ອ້າຍແປວ່າກົກ ຕົ້ນ ເດືອນ) ຂຶ້ນຄ່ຳໜຶ່ງ ເດືຶອນອ້າຍກໍ່ເປັນເດືອນທີ 1 ຂອງປີ ຊື່ເດືອນຊື່ປີ ຊື່ວັນຂອງລາວແຕ່ກ່ອນບໍ່ຄືດຽວນີ້ ຄືວັນມີຢູ່ 10 ວັນແຕ່ເຮົາຮຽກວ່າ ແມ່ມື້ດັ່ງຕໍ່ໄປນີ້: ມື້ກາບ, ມື້ຮັບ, ມື້ຮວາຍ, ມື້ເມິ່ງ, ມື້ເປິກ, ມື້ກັດ, ມື້ກົດ, ມື້ຮ້ວງ, ມື້ເຕົ່າ, ມື້ກ່າ. ເດືອນ ກໍມີສິບສອງເດືອນ ຄືປັດຈຸບັນ ແຕ່ຮຽກຕ່າງຕາມລຳດັບດັ່ງນີ້: 1. ເດືອນອ້າຍ ກົງກັບເດືອນ ທັນວາ(ຫຼືເດືອນຈຽງ) 2. ₭ ຍີ່ ₭ ມະກະຣາ(ມັງກອນ) 3. ₭ ສາມ ₭ ກຸມພາ 4. ₭ ສີ່ ₭ ມີນາ 5. ₭ ຫ້າ ₭ ເມສາ 6. ₭ ຫົກ ₭ ພຶສພາ(ພຶດສະພາ) 7. ₭ ເຈັດ ₭ ມິຖຸນາ 8. ₭ ແປດ ₭ ກໍຣະກະດາ(ກໍລະກົດ) 9. ₭ ເກົ້າ ₭ ສິງຫາ 10. ₭ ສິບ ₭ ກັນຍາ 11. ₭ ສິບເອັດ ₭ ຕຸລາ 12. ₭ ສິບສອງ ₭ ພຶສຈິກາ(ພະຈິກ) ປີ ກໍມີ 12 ປິີຮຽກດັ່ງນີ້: 1. ປີ ໄຈ້ ກົງກັບປີ ຊວດ 2. ₭ ເປົ້າ ₭ ສລຸ(ສະຫຼູ) 3. ₭ ຍີ່ ₭ ຂານ 4. ₭ ເໝົ້າ ₭ ເຖາະ 5. ₭ ສິ ₭ ມະໂລງ 6. ₭ ໄສ້ ₭ ມະເສງ 7. ₭ ສະງ້າ ₭ ມະເມັຽ 8. ₭ ມົດ ₭ ມະແມ 9. ₭ ສັນ ₭ ວອກ 10. ₭ ເຮົ້າ ₭ ຣະກາ(ຫຼັງກາ) 11. ₭ ເສັດ ₭ ຈໍ 12. ₭ ໄຄ້ ₭ ກຸນ ຕາມຄວາມເປັນຈິງແລ້ວ ແຕ່ດຶກດຳບັນແລ້ວ ລາວເຮົາບໍໄດ້ຕັ້ງຖິ່ນຖານ ຢູ່ບ່ອນເມືອງລາວເຮົາປະຈຸບັນນີ້ ເຮົາໄດ້ມີພູມຖິ່ນຖານເດີມ ຢູ່ໃນເຂດແດນຂອງຈີນ ຕໍ່ມາເຮົາໄດ້ອົບພະຍົບ ລົງມາຕັ້ງຖິ່ນຖານໃໝ່ ໃນດິນແດນສຸວັນນະພູມນີ້. ເມື່ອເຮົາລົງມາຢູ່ໃນດິນແດນ ສຸວັນນະພູມ ເຮົາຈິ່ງໄດ້ນຳເອົາວັດທະນະທຳຂອງພວກມອນ ພະມ້າ ແລະຂະເມນ ມາໃຊ້ ຊື່ຂອງວັນເດືອນປີ ແລະ ສັກກະຣາຊ ກໍເອົາຂອງເຂົາ ຈົນຕະຫຼອດ ເດືອນປີໃໝ່ກໍຄືກັນ ດັ່ງນັ້ນ ວັນປີໃໝ່ຂອງລາວເຮົາ ຈຶ່ງຕົກມາໃນເດືອນ 5 ແຕ່ອອກໃໝ່ 6 ຄ່ຳໄປເຖິງເດືອນ 6 ຂຶ້ນ 5ຄ່ຳ ຕາມແບບພະມ້າ ແລະມອນຊຶ່ງພວກນີ້ກໍໄດ້ມາຈາກ ຊາວອິນເດຍບູຮານ ອີກຕໍ່ໜຶ່ງ. ເຫດໃດ ເພິ່ນຈິ່ງກຳນົດເອົາເດືອນ5 ຕໍ່ເດືອນ 6 ເປັນວັນຂຶ້ນປີໃໝ່? ໃນເລື່ອງນີ້ມີຄຳອະທິບາຍໄວ້ວ່າ ຣະຍະເວລາກາງເວັນ ກັບກາງຄືນມີທໍ່ກັນນັ້ນ ມີຢູ່ 2 ຣະຍະຄື ຣະຍະເດືອນ5(ເມສາ) ກັບເດືອນ 11(ຕຸລາ) ໃນຣະຍະ ສອງເດືອນນີ້ ເວລາກາງຄືນກັບກາງເວັນ ມີ 12 ຊົ່ວໂມງທໍ່ກັນ ນັບແຕ່ເດືອນເມສາໄປ ເວລາກາງເວັນຈະຍາວຂຶ້ນສະເໝີ ຈົນເຖິງເດືອນ 8(ກໍຣະກະດາ) ເປັນເວລາກາງເວັນຍາວທີ່ສຸດ ຄືມີ 14 ຊົ່ວໂມງ ກັບອີກ 14 ນາທີ. ພວກນັກປຣາຊ ຊາວອິນເດຍແຕ່ປາງບູຮານ ຖືວ່າເວລາແລກຕັ້ງມື້ກາງເວັນມີເວລາຍາວຂຶ້ນນັ້ນ ເປັນເວລາພະອາທິດ ປິ່ນຂຶ້ນທາງເໜືອ ເປັນເວລາຟ້າຝົນຕັ້ງຕົ້ນອຸດົມສົມບູນ ແລະມະນຸສສາມາດປະກອບກິດຈະການ ອັນໃຫ້ພືດຜົນສຳລັບລ້ຽງຊີວິດໄດ້ດີກວ່າຣະດູອື່ນ ຈຶ່ງກຳນົດເອົາ ເວລາຕັ້ງຕົ້ນຍາມກາງເວັນມີຫຼາຍກວ່າກາງຄືນ ຄືມີຫຼາຍກວ່າ 12 ຊົ່ວໂມງ ເປັນວັນຂຶ້ນປີໃໝ່ ຊຶ່ງຕາມທຳມະດາ ມັນຕົກຢູ່ໃນເດືອນ 5 ຣະຫວ່າງວັນທີ 13-14 ແລະ 15 ເມສາ ມະເໝີ... ແຕ່ການຈະໃຫ້ຮູ້ລະອຽດ ດີວ່າມັນຈະຕົກມື້ໃດແທ້ ກໍຕ້ອງຄໍານວນ ຕາມວິທີເລກ ໂຫລາສາດ ທີ່ແບ່ງປະຣິມົນທົນຂອງຟ້າອອກເປັນ 12ເດືອນ ຫຼື 12 ຣາສີ, ຣາສີລະ 30 ອົງສາ ໂຮມທັງຫມົດມີ 360 ອົງສາ, ໂດຍກຳນົດເດືອນ ພຶສພາ(ຣາສີພຶສພາ) ເປັນຣາສີິທີ 1 ວຽນໄປຈົນມາເຖິງຣາສີ ເມສ ຫຼືເດືອນເມສາ ເປັນຣາສີທີ 12 ແຕ່ຮຽກວ່າຣາສີ 0 ແລະອົງສາ ກໍນັບ 1 ມາແຕ່ຣາສີເມສ (0) ຈົນເຖິງ ຣາສີມິນ ໂຮມທັງເໝິດກໍໄດ້ 360 ອົງສາ. ວັນຄົບຮອບ 360 ອົງສານີ້ ແລະ ເປັນວັນສັງຂານຂຶ້ນ ຂີດຂັ້ນເໝືອນຈຸດ ຣະຫວ່າງກາງ ຂອງ 360 ອົງສາ ກັບ 1 ອົງສາ ຈັດໃຫ້ເປັນວັນເນົາ ສະນັ້ນ ໃນປະຕິທິນລາວ ເພິ່ນຈິ່ງບອກວັນທັງສາມ ນີ້ໄວ້ທຸກໆປີວ່າ. 1. ວັນສັງຂານລວ່ງ (ຄົບ 360 ອົງສາ) ກົງກັບວັນທີທໍ່ນັ້ນ. ສ່ວນຫຼາຍແມ່ນວັນທີ່ 13 ເມສາ) ເດືອນນັ້ນຂຶ້ນແຮມ ທໍ່ນັ້ນໆ(ຕົກຣະຫວ່າງ ແຕ່ເດືອນ 5 ຂຶ້ນ 6ຄໍ່າ ໄປເຖິງ ເດືອນ 6 ຂຶ້ນ 5 ຄໍ່າ). 2. ວັນເນົາ (ຈຸດກາງຣະຫວ່າງ 360 ອົງສາ ກັບ 1 ອົງສາ ຄືວັນຂຶ້ນຣະຫວ່າງປີເກົ່າກັບປີໃໝ່) ກົງກັບວັນທີທໍ່ນັ້ນໆ ສ່ວນຫລາຍຈະແມ່ນວັນທີ 14 ແລະວັນເນົາບາງປີກໍມີສອງມື້ ຍ້ອນວ່າອົງສາຄາບກ່ຽວກັນ ຣະຫວ່າງສອງມື້. 3. ວັນສັງຂານຂຶ້ນ (ຄືວັນຕັ້ງຕົ້ນ ນັບ 1 ອົງສາໃໝ່) ກົງກັບວັນທໍ່ນັ້ນໆ (ສ່ວນຫຼາຍ ຈະແມ່ນວັນທີ 15) ຕາມຮູບຂອງ 12 ຣາສີ (360 ອົງສາ ເປັນດັ່ງນີ້) ອະທິບາຍພາບຣາສີ 12 ຣາສີເມສ 6. ຣາສີຕຸລາ 1. ຣາສີພຶສພາ 7. ຣາສີພຶສຈິກາ 2. ຣາສີມິຖຸນາ 8. ຣາສີທັນວາ 3. ຣາສີກໍຣະກະດາ 9. ຣາສີມະກະຣາ 4. ຣາສີສິງຫ໌ 10. ຣາສີກຸມພາ 5. ຣາສິກັນຍ໌ 11. ຣາສີມີນາ. ມື້ທີ 1 ສັງຂານໄປ (ລວ່ງ) - ປັດກວາດ ເຊັດຖູເຮືອນຊານບ້ານຊ່ອງ ປະດັບປະດາດວ້ຍດອກໄມ້. - ປັດກວາດ ເຊັດຖູທຳຄວາມສະອາດວັດວາອາຮາມ ພຣະພຸດທະຮູບ ແລະ ທາດຂອງຜູ້ຕາຍ. - ຊັກເຄື່ອງນຸ່ງຫົ່ມຕ່າງໆ. ການລ້າງຊັກ ແມ່ນລ້າງຄວາມເປິະເປື້ອນ ຂອງປີເກົ່າອອກຖິ້ມໄປ. ມື້ທີ 2 ມື້ເນົາ (ພາສາຂະເມນ ມອນ ແປວ່າຢູ່) ບໍ່ເຮັດວຽກ - ມ່ວນຊື່ນ ຫົດນໍ້າກັນ ຟ້ອນລໍາ ແລະດື່ມຢ່າງມ່ວນຊື່ນ. - ຜູ້ເຖົ້າເຂົ້າວັດຟັງທັມ (ຜູ້ໜຸ່ມກໍ່ເຂົ້າໄດ້ຄືກັ) ການຫົດສົງຜູ້ເຖົ້າ ຜູ້ແກ່ ແລະພຣະສົງອົງຄະເຈົ້າ ແລະ ພຣະພຸດທະຮູບ. ມື້ທີ 3 ມືຶ້ສັງຂານຂຶ້ນ ມື້ປີໃໝ່ - ຕັກບາດຢາດນ້ຳ ຖວາຍອາຫານແກ່ ພຣະພິກຂຸສົງ. - ກິນລ້ຽງ ຟ້ອນລຳມ່ວນຊື່ນ. - ຫົດນ້ຳກັນ - ບາສີສູ່ຂວັນ. - ນະມັສການ ຜູ້ທີ່ລວ່ງລັບໄປແລ້ວ. ກ່ຽວກັບການສູດມຸງຄຸນ ຢູ່ທີ່ວັດບາງບ່ອນ ກໍສູດສາມມື້ນັບຕັ້ງແຕ່ວັນສັງຂານລວ່ງ ວັນເນົາ ແລະວັນຂຶ້ນປີໃໝ່ ແລະມື້ຕໍ່ໄປຫຼືມື້ທີ່ສີ່ເປັນມື້ຕັກບາດກໍມີ.