ບຸນທະວີ ຢ່າງ ແມ່ນຊົນເຜົ່າມົ້ງ, ສັນຊາດລາວ ເກີດຢູ່ບ້ານ ນາອ່າງ ເມືອງຈອມເພັດ ແຂວງຫຼວງພະບາງ. ກຳເນີດ ໃນຄອບຄົວຊາວໄຮ່ ທີ່ທຸກຍາກ ຢູ່ໃນເຂດ ຊົນນະບົດ ຊຶ່ງໄລຍະນັ້ນ ຍັງບໍ່ທັນມີໄຟຟ້າ ແລະ ນ້ຳປະປາ ເຂົ້າໄປເຖີງ. ນັບແຕ່ອາຍຸ 10 ປີ ເປັນຕົ້ນມາ, ລາວ ກໍ່ໄດ້ທຸ້ມເທຄວາມພະຍາຍາມຢ່າງສຸດຂິດ ແລະ ຕັດສິນໃຈ ຈາກພໍ່ແມ່ ໃນຊົນຊະບົດ ໄປຮຽນ ຢູ່ໃນເຂດທົ່ງພຽງ ບ່ອນທີ່ມີໂຮງຮຽນ. ທຳອິດ ໄດ້ເລືອກໄປຮຽນ ຢູ່ບ້ານ ນາແຄ້ງ ຊຶ່ງເປັນບ້ານຂອງຊົນເຜົ່າຂຶມຸ ທີ່ຢູ່ໃນເຂດເນີນພູ ຕາມແຄມແມ່ນ້ຳລຶງ ໂດຍຢູ່ທີ່ນັ້ນ ມີໂຮງຮຽນຮອດຊັ້ນ ປໍ4. ຫຼັງຈາກ ຮຽນຈົບປໍ4 ຢູ່ບ້ານ ນາແຄ້ງແລ້ວ, ກໍ່ໄດ້ຍ້າຍມາຮຽນ ຊັ້ນປໍ5 ຢູ່ ທີ່ໂຮງຮຽນປະຖົມສົມບູນປາກຫຼືງ, ແຕ່ພໍຮຽນມາຮອດ ຊັ້ນ ມໍ2, ໝູ່ຄູ່ທັງຫຼາຍ ທີ່ທົນບໍ່ໄຫວ ຕໍ່ຄວາມທຸກຍາກ ກໍ່ໄດ້ລາອອກໂຮງຮຽນ ເປັນອີກກະທືກ ຊຶ່ງຍັງເຫຼືອແຕ່ລາວ ຄົນດຽວ ທີ່ເປັນຕົວແທນ ໃຫ້ແກ່ບ້ານ ມາຮຽນຢູ່ໃນເຂດທົ່ງພຽງ. ຫຼັງຈາກຮຽນຈົບມັດທະຍົມ ມໍ3 ຢູ່ໂຮງຮຽນມັດທະຍົມປາກຫຼຶງແລ້ວ ກໍ່ໄດ້ຍ້າຍມາຮຽນ ທີ່ໂຮງຮຽນມັດທະຍົມສົມບູນ ເມືອງຈອມເພັດ ຊຶ່ງເປັນຝັ່ງກົງກັນຂ້າມກັບ ແຂວງຫຼວງພະບາງ ໃນປະຈຸບັນ. ລາວ ຖືກຄັດເລືອກ ເປັນນັກຮຽນເກັ່ງ ໃຫ້ແກ່ເມືອງ ມາເສັງວິຊາຄະນິດສາດ ໂດຍສາມາດຍາດໄດ້ອັນດັບສອງຂອງແຂວງຫຼວງພະບາງ ໃນປີ 2003 ແລະ ເສັ່ງໄດ້ອັນດັບໜຶ່ງຂອງ ເມືອງໃນປີນັ້ນ. ໂດຍຜົນງານດັ່ງກ່າວ, ລາວ ໄດ້ຮັບທຶນການສຶກສາຂອງກະຊວງສຶກສາ ແລະ ກິລາ ມາຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ພະແນກພາສາເກົາຫຼີ ຊຶ່ງເປັນນັກສຶກສາລຸ້ນທຳອິດ ທີ່ໄດ້ເຂົ້າຮຽນພາສາເກົາຫຼີ ຢູ່ມະຫາວິທະຍາໄລແຫ່ງຊາດ ສປປ ລາວ. ເມື່ອຮຽນຈົບປະລິຍາຕີ ສາຂາພາສາເກົາຫຼີແລ້ວ ກໍ່ໄດ້ເຂົ້າເຮັດວຽກ ກັບບໍລິສັດປືກສາດ້ານກົດໝາຍ ຈິພຽງຈິຊອງຂອງ ສ.ເກົາຫຼີ ໄດ້ ໜຶ່ງປີເຕັມ. ຈາກນັ້ນ ກໍ່ໄດ້ໄປສຶກສາຕໍ່ລະດັບປະລິຍາໂທ ທີ່ສາທາລະນະລັດເກົາຫຼີ ໂດຍໄດ້ຮັບທຶນການສຶກສາຂອງລັດຖະບານເກົາຫຼີ. ເມື່ອຈົບປະລິຍາໂທສາຂາພາສາເກົາຫຼີແລ້ວ ກໍ່ໄດ້ເຂົ້າ ເຮັດວຽກກັບບໍລິສັດໜັງສືພິມອອນໄລ ທີວີເດລີຂອງເກົາຫຼີ ຢູ່ໃນນະຄອນຫຼວງເຊອຸ່ນ ນັບແຕ່ປີ 2013 ຫາ 2014, ຈາກນັ້ນ ກໍ່ໄດ້ມາເຮັດວຽກ ຢູ່ທີ່ສະຖານເອກ ອັກຄະລັດຖະທູດ ສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ ນັບແຕ່ຕົ້ນປີ 2014 ເປັນຕົ້ນມາ ໂດຍຮັບຜິດຊອບ ເປັນນັກຄົ້ນຄວ້າເສດຖະກິດ ປະຈຳສະຖານທູດ.

ຄວາມສາມາດດ້ານພາສາ:

ບຸນທະວີ ສາມາດ ປາກເວົ້າໄດ້ 5 ພາສາ ຄື: ພາສາມົ້ງ, ພາສາລາວ, ອັງກິດ, ເກົາຫຼີ ແລະ ພາສາໄທ

ຈຸດພິເສດ: Bold text

 ເປັນຄົນສຸພາບຖະໜອມຕົວ ແລະ ເບີ່ງໂລກໄປໃນແງ່ບວກຫຼາຍກວ່າ, ການພິຈາລະນາບັນຫາ ແມ່ນຈະຄຳນິງເຖີງຜົນກະທົບຕໍ່ຜູ້ທີ່ສາມ, ເປັນຄົນສັດຊື່ບໍລິສັດ ບໍ່ເຄີຍຖືກຕ້ອງໂທດ ຫຼື ກ່າວຫາໃດໆ ທີ່ເປັນການກະທຳຜິດທາງອາຍາ ບໍ່ວ່າ ຢູ່ໃນ ສປປ ລາວ ກໍ່ຄື ຕ່າງປະເທດ. ເປັນຄົນທີ່ຕັ້ງອົກຕັ້ງໃຈຮຽນ ສະເໜີ ເຄີຍຖືກຍ້ອງຍໍຈາກສາດສະດາຈານເກົາຫຼີ ແລະ ໄດ້ຮັບລາງວັນນັກຮຽນດີເດັ່ນປະເພດໜຶ່ງຂອງ ໂຮງຮຽນມັດທະຍົມສົມບູນເມືອງຈອມເພັດ. 

ອ້າຍເອີ້ອຍນ້ອງສາຍເລືອດດຽວ ມີອ້າຍເອີ້ອຍນ້ອງນຳກັນ 8 ຄົນ, ລາວ ເປັນບຸດຜູ້ທີ່ 2, ມິີອ້າຍ ໜຶ່ງຄົນ ແລະ ນ້ອງ 6 ຄົນ, ຍິງ ສາມຄົນ, ນ້ອງຊາຍກາງສອງຄົນ ກຳລັງຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ຜູ້ກາງໃຫຍ່ ແມ່ນກຳລັງຈະຈົບ ແລະ ຮັບໃບປະກາສະນິຍະຍາດ ໃນເດືອນກັນຍາ 2016 ນີ້. ສ່ວນນ້ອງຊາຍຜູ້ກາງ ຖັດໄປນັ້ນ ແມ່ນ ກຳລັງຮຽນຢູ່ປີທີ່ໜຶ່ງຂອງມະຫາວິທະຍາໄລແຫ່ງຊາດ ເຊັ່ນດຽວກັນ. ສ່ວນນ້ອງ ນ້ອງສາວ ທັງສາມຄົນ ແມ່ນກຳລັງຮຽນຢູ່ ໂຮງຮຽນ ມສ ສັນຕິພາບ ຫຼວງພະບາງ ຊຶ່ງນ້ອງສາວໃຫຍ່ ແມ່ນກຳລັງຈະຈົບຊັ້ນ ມໍ7 ໃນປີ 2017. ສ່ວນພໍ່ແມ່ ປະຈຸບັນ ແມ່ນຖືອາຊີບເຮັດໄຮ່ ປູກໝາກເດືອຍ ແລະ ໝາກງາ ເປັນອາຊີບ.