ເມືອງ​ນາ​ຊາຍ​ທອງ ນະຄອນ​ຫລວງ​ວຽງ​ຈັນ​ນີ້​ ປະ­ກອບດ້ວຍ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທາງດ້ານ​ທຳ​ມະ​ຊາດ ແລະ ວັດ​ທະນະ​ທຳ ເຊິ່ງ​ມີ​ຮ່ອງ­ຮອຍ​ປະ­ຫວັດສາດ​ທີ່​ຫນ້າ​ສົນ­ໃຈ​ຫລາຍໆ​ບ່ອນບໍ່​ວ່າ​ຈະ​ເປັນ​ນ້ຳ­ຕົກ­ຕາດ​ຖ້ຳ​ເສືອຕາດ​ມູນ, ຫ້ວຍ​ຫີນ​ຄັນ­ນາ, ຕາດຊອນ, ນ້ຳ​ຫຸມ, ນ້ຳ​ຊວງ ເຊິ່ງ​ສະຖານ​ທີ່​ເຫລົ່າ​ນີ້​ເປັນ​ບ່ອນ​ທີ່​ໄດ້ຮັບ​ຄວາມ​ນິ­ຍົມ​ຈາກ​ຊາວ​ນະຄອນ​ຫລວງ​ເປັນ​ສ່ວນ​ໃຫຍ່, ຕ່າງ​ແຂວງ ແລະ ນັກ​ທ່ອງ​ທ່ຽວຊາວ​ຕ່າງ­ປະ­ເທດ​ນຳ​ອີກ ສິ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ນີ້​ເປັນ​ສະ­ຖານທີ່​ພັກ­ຜ່ອນ​ແບບ​ສະ­ບາຍ​ດ້ວຍການ​ຫລິ້ນ​ນ້ຳ​ກັນ​ຢ່າງ​ຄຶກ­ຄັກມ່ວນ­ຊື່ນ, ນອນ​ພັກ­ຜ່ອນ​ໃນ​ຕູບພະ​ລານ​ຫີນ​ຈົນ​ຮອດ​ປູ​ສາດ​ກິນເຂົ້າ​ປ່າ ແລະ ກິດ­ຈະ­ກຳ​ອື່ນໆ​ອີກ ຫລາຍ​ຢ່າງ ທ່ານ​ສາ­ມາດ​ເຮັດໄດ້​ໃນ​ເຂດ​ດັ່ງ­ກ່າວ​ນີ້​ທັງ​ຫມົດ​ທີ່ໄດ້​ເລົ່າ​ມາ​ແມ່ນ​ເຫມາະ​ສົມ​ກັບບຸກ­ຄົນ ຫລື ຄອບ­ ຄົວ​ຜູ້​ທີ່​ບໍ່​ຄ່ອຍມີ​ເວ­ລາ​ໄປ​ທ່ຽວ​ຕ່າງ​ແຂວງ ຫລື ໄປ​ທ່ຽວ​ບໍ່​ໄກ ແຕ່​ກໍ່​ສາ­ມາດ​ມ່ວນໄດ້​ແບບ​ຄຸ້ມ​ຄ່າ ພ້ອມ​ໄດ້​ລົດ​ຊາດດ້ວຍ​ການ​ໄປ​ຫລາຍ​ບ່ອນ​ໃນ​ວັນດຽວ​ກັນ ທັງ​ໄລ­ຍະ​ທາງ​ກໍ່​ບໍ່​ໄກປານ­ໃດ ເພາະ​ເປັນ​ສະ­ຖານ­ທີ່​ຢູ່ໃນ​ຂອບ​ເຂດ​ນະ­ຄອນ­ຫລວງທ່ານ​ສາ­ມາດ​ພັກ­ຜ່ອນ​ໄດ້​ຕາມອັດ​ທະ​ຍາ​​ໄສ.

ສະ­ຖານ­ທີ່​ດັ່ງ­ກ່າວ​ ນັ້ນ​ແມ່ນໄປ​ທາງ​ເລກ​ທີ 13 ເຫນືອ ທາງເມືອງ​ນາ​ຊາຍ​ທອງ ເປັນ​ບ່ອນ​ຮູ້ຈັກ​ກັນ​ດີ​ຂອງ​ຊາວ​ນະ­ຄອນຫລວງ​ວຽງ​ຈັນ, ສຳ­ລັບ​ສະ­ຖານທີ່​ນ້ຳ­ຕົກ­ຕາດ​ຖ້ຳ​ເສືອ, ຕາດ​ມູນແມ່ນ​ຕັ້ງ​ຢູ່​ທາງ​ເຂົ້າ​ບ້ານ​ຫນອງແຕ່ງ ໄກ​ປະ­ມານ 9 ກິ­ໂລ­ແມັດ, ຕາດ​ຫ້ວຍ​ຫີນ​ຄັນ­ນາຕັ້ງ​ຢູ່​ທາງເຂົ້າ​ຫ້ອງ​ການ­ເມືອງ​ນາ​ຊາຍທອງ ກິ­ໂລ­ແມັດ 16 ແລ້ວ​ລ້ຽວ ຊ້າຍ​ເຂົ້າ​ໄປ​ປະ­ມານ 9 ກິ​ໂລແມັດ ສ່ວນ​ນ້ຳ­ຕົກ­ຕາດ​ຊອນ ຢູ່​ທີ່ຫລັກ​ກິ­ໂລ­ແມັດ​ທີ 22 ບ້ານ​ຫົວຂົວ ເມືອງ​ນາ​ຊາຍ​ທອງ ເຊັ່ນ​ກັນ ແລະ ລ້ຽວ​ຊ້າຍ​ປະ­ມານ 8 ກິ​ໂລ ແມັດ​ກໍ່​ຈະ​ຮອດ