ຕຳລາຄວາມຕ້ອງການ

ໃນ ເສດຖະສາດ, ຕຳລາຄວາມຕ້ອງການ ໝາຍເຖິງ ຕຳລາທີ່ສະແດງເຖິງຄວາມສຳພັນລະຫວ່າງ ລະດັບ ຄວາມຕ້ອງການແລະ ບັນດາໂຕອະທິບາຍ ເຊັ່ນ ລາຄາ, ລາຍໄດ້, ຄວາມພໍໃຈ.

ຕຳລາຄວາມຕ້ອງການຣິກສ໌ (ຕັ້ງຕາມຊື່ ນັກເສດຖະສາດ ທ່ານ ຈອນ ຮິກສ໌) ດັດແກ້

ບາງເທື່ອກໍ່ເອີ້ນກັນວ່າ ຕຳລາຄວາມຕ້ອງການແບບທົດແທນ (compensated demand function).

 

ໃນນີ້​ p ແມ່ນ ລາຄາ ແລະ u ແມ່ນ ຄວາມມີຜົນປະໂຫຍດ ຫຼື ຄວາມພໍໃຈ (utility). ໝາຍຄວາມວ່າ ຖ້າລາຄາສິນຄ້າ ແມ່ນ p ຜູ້ຊົມໃຊ້ນີ້​ ຈະຕ້ອງຊົມໃຊ້ເປັນຈຳນວນ x ເພື່ອ ໃຫ້ໄດ້ ຄວາມພໍໃຈ u. e ໝາຍເຖິງການໃຊ້ຈ່າຍ.

ຕຳລາຄວາມຕ້ອງການມາແຊລ ດັດແກ້

ບາງເທື່ອກໍ່ເອີ້ນກັນວ່າ ຕຳລາຄວາມຕ້ອງການແບບບໍ່ທົດແທນ (uncompensated demand function).

 .

ໃນນີ້ p ແມ່ນລະດັບລາຄາ ແລະ w ແມ່ນ ລາຍໄດ້. ໝາຍຄວາມວ່າ ຜູ້ຊົມໃຊ້ ທີ່ ມີຄວາມຕ້ອງການຕາມຕຳລານີ້ ຈະຊົມໃຊ້ x ຖ້າລາຍໄດ້ຕົນເອງ ແມ່ນ w ໃນເວລາທີ່ ລາຄາສິນຄ້າທີ່ຢາກຊົມໃຊ້ ແມ່ນ p.