ຕັບ (ອັງກິດ: liver) ແມ່ນອະໄວຍວະສຳຄັນທີ່ພົບໃນສັດມີກະດູກສັນຫຼັງແລະສັດລາງຊະນິດ ໃນຮ່າງກາຍມະນຸດ ຢູ່ໃນຊ່ອງທ້ອງເບື້ອງຂວາທາງເທິງກ້ອງກຳບັງລົມ ມີໜ້າທີ່ຫຼາຍຢ່າງລວມທັງການກຳຈັດພິດຮ້າຍໃນເມແທບໍໄລ (ອັງກິດ: metabolites) (ສານທີ່ໄດ້ຈາກຂະບວນການເມແທບໍລິຊຶມ) ການສັງເຄາະປະໂລເຕອິນ ແລະການຜະລິດສານຊີວະເຄມີຕ່າງ ໆ ທີ່ຈຳເປັນໃນຂະບວນການຍ່ອຍອາຫານ. ຄັນຕັບລົ້ມເຫຼວ ໜ້າທີ່ຂອງຕັບບໍ່ສາມາດທົດແທນໄດ້ໃນໄລຍະຍາວ ໂດຍທີ່ເຕັກນີກການຟອກຕັບໃຫ້ສະອາດ (ອັງກິດ: liver dialysis) ອາດຊ່ວຍເຫຼືອໄດ້ໃນໄລຍະສັ້ນ.

ອ້າງອີງ ດັດແກ້