ຊ້າງເອຣາວັນ ຂຽນເມື່ອ: ກ.ຍ.. 28, 2010 | ມີ 8 ຄຳເຫັນ ແລະ 0 trackback(s) ໜວດໝູ່: ເລື່ອງຈິງ/ສາລະຄະດີ ເອຣາວັນ Erawan - ໃນເລື່ອງລາມາຍະນະ ແລະຄວາມເຊື່ອຂອງສາສນາຮີນດູ ກ່າວເຖິງພຣະອິນວ່າມີຮ່າງສີຂຽວ ມີພາຫານະເປັນຊ້າງສາມເຊືອກ(ໂຕ) ເຊືອກໜຶ່ງພຣະສີວະເປັນຜູ້ປຣະທານໃຫ້ ຊື່ວ່າເອຣາວັນ ເຊືອກໜຶ່ງພຣະພຣົຫ໌ມເປັນຜູ້ປະທານໃຫ້ ຊື່ວ່າຄີຣີເມຂລາໄຕຣຕາຍຸຄ ແລະອີກເຊືອກໜຶ່ງພຣະວິສນຸເປັນຜູ້ປະທານໃຫ້ຊື່ວ່າເອກະທັນຕາ. - ຊ້າງເອຣາວັນ ເປັນຊ້າງທີ່ມີພະລະກຳລັງຫຼາຍທີ່ສຸດໃນໝູ່ຊ້າງສາມເຊືອກ ແລະເປັນທີ່ໂຜດປານຫຼາຍທີ່ສຸດຂອງພຣະອິນ ເຊື່ອກັນວ່າຊ້າງເຊືອກນີ້ເປັນເທບພະບຸດອົງໜຶ່ງ ເມື່ອພຣະອິນຕ້ອງການຈະສະເດັດໄປໃສມາໃສເອຣາວັນເທບພະບຸດ ກໍຈະແປງກາຍເປັນຊ້າງເຜືອກ ຂະໜາດສູງເທົ່າພູເຂົາເອເວີຣ໌ເຣສ໌ຕ ມີ ໓໓ ສຽນ(ຫົວ) ແຕ່ລະສຽນ ມີ ໗ ງາ, ແຕ່ລະງາຍາວເຖິງ ໔ ລ້ານວາ, ງາມແຕ່ລະງາ ມີສະບົວ ໗ ສະ, ແຕ່ລະສະມີບົວ ໗ ດອກ, ແຕ່ລະດອກມີ ໗ ກີບ ແລະມີ ໗ ເກສອນ, ແຕ່ລະເກສອນມີປາສາດຢູ່ ໗ ຫຼັງ, ແຕ່ລະຫຼັງມີ ໗ ຊັ້ນ, ແຕ່ລະຊັ້ນມີ ໗ ຫ້ອງ, ແຕ່ລະຫ້ອງມີ ໗ ບັນລັງ, ແຕ່ລະບັນລັງມີເທບພະທິດາສະຖິດຢູ່ ໗ ອົງ ແຕ່ລະອົງ ມີເທພທິດາເປັນບໍຣິວານ ໗ ນາງ ມີທາງສີນາງລະ ໗ ທາສີ. - ຣວມທັງນາງເທພອັປສນທັງໝົດປະມານ ໑໙໐.໒໔໘.໔໓໓ ນາງ, ເທພທິດາ ບໍຣິວານຣວມກັນທັງໝົດປະມານ ໑໓.໓໓໑.໖໖໙.໐໓໑ ນາງ, ສຽນທັງ ໓໓ ຂອງຊ້າງເອຣາວັນ ມີອຸເປນະທະເທພະດາ ສະຖິດສຽນລະ ໑ ອົງ, ໂດຍປົກກະຕິສີລະປະລາວບູຮານມັກຈະແຕ້ມຊ້າງເອຣາວັນ ພຽງແຕ່ ໓ ສຽນເທົ່ານັ້ນ, ເຫດທີ່ແຕ້ມ ໓ ສຽນ ເພາະຮັບປະກັນຄວາມງາມ ແລະຄື ຫາກແຕ້ມທັງ ໓໓ ສຽນ ຫົວຊ້າງໂຕບັກໃຫຍ່ຄົງຈະມອງເຫັນຫົວເທົ່າເຂັມນີ້ ມັນກະຊີງາມໄດ້ຈັ່ງໃດ ?