ການບິນລາວ ທ່ຽວບິນທີ 301

ການບິນລາວ ທ່ຽວບິນທີ 301 (ອັງກິດ: Lao Airlines Flight 301) ແມ່ນທ່ຽວບິນຕາມປົກກະຕິພາຍໃນປະເທດລາວທີ່ເດີນທາງຈາກວຽງຈັນຫາປາກເຊ ໃນວັນທີ 16 ຕຸລາ ຄ.ສ. 2013. ຍົນລຸ້ນ ATR 72-600ໄດ້ຕົກລົງສູ່ແມ່ນ້ຳຂອງ ຢູ່ ປາກເຊ ເຮັດໃຫ້ຜູ້ໂດຍສານແລະລູກເຮືອເສຍຊີວິດທັງໝົດ 49 ຄົນ. ອຸປະຕິເຫດນີ້ແມ່ນຄັ້ງທຳອິດທີ່ເກີດກັບຍົນລຸ້ນ ATR 72-600.[1] ແມ່ນເຫດການຍົນຕົກທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດທີ່ເຄີຍເກີດໃນລາວ ແລະແມ່ນອຸປະຕິເຫດທີ່ມີຜູ້ເສຍຊີວິດຫຼາຍເປັນອັນດັບທີສອງທີ່ເຄີຍເກີດກັບຍົນລຸ້ນ ATR 72 ໂດຍທີ່ເສຍຊີວິດຫຼາຍທີ່ສຸດແມ່ນ Aero Caribbean Flight 883 ແລະ American Eagle Flight 4184 ທີ່ເສຍຊີວິດ 68 ຄົນ ແລະແມ່ນເຫດການຍົນຕົກທີ່ກ່ຽວກັບການບິນລາວເປັນຄັ້ງທຳອິດນັບແຕ່ ຄ.ສ. 2000.[2][3][4][5]

RDPL-34233 (ATR 72-600)

ອ້າງອີງ ດັດແກ້

  1. Taylor, Ellis. "ATR releases more details on Lao Airlines crash", Flightglobal, 17 October 2013
  2. "Laos air safety profile". Aviation Safety Network. Retrieved 16 October 2013.
  3. "Lao Aviation". Aviation Safety Network. Retrieved 16 October 2013.
  4. "Lao Airlines". Aviation Safety Network. Retrieved 16 October 2013.
  5. "Lao Aviation incident record". Aviation Safety Network. Retrieved 29 October 2013.

ແຫຼ່ງຂໍ້ມູນອື່ນ ດັດແກ້