ເຜົ່າກາຕາງທີ່ມີເອກະລັກບໍ່ຄືໃຜ ເປັນຊົນເຜົ່າທີ່ໃຫຍ່ທັງຖືກຈັດຢູ່ໃນອັນດັບທີ 6 ຂອງບັນ­ດາ­ເຜົ່າໃນລາວ, ລັກ­ສະ­ນະການຕັ້ງບ້ານເຮືອນແມ່ນຍາວຢຽດກັນໄປ ໂດຍແທກໄດ້ຕ່ຳສຸດ 100 ແມັດ (ລວງຍາວ) ສ່ວນໃຫຍ່ແລ້ວເຜົ່າກາຕາງ ແມ່ນອາ­ໄສຢູ່ເຂດເມືອງຕຸ້ມລານ, ແຂວງສາ­ລະວັນ, ສຳ­ລັບຊົນ­ເຜົ່າ ກະຕູ ແມ່ນມີຮີດຄອງປະເພນີຄ້າຍຄືກັບຊົນເຜົ່າອາລັກ, ເມື່ອເວົ້າເຖິງຊົນ­ເຜົ່າລະເວນ ກໍ່ແມ່ນຊົນເຜົ່າກຸ່ມຫນຶ່ງທີ່ຍົກຍ້າຍມາຈາກກຳປູເຈຍໃນສະ­ຕະ­ວັດທີ 9-13, ຊົນ­ເຜົ່າເຫລົ່ານີ້ຖືວ່າເປັນ ຊົນ­ເຜົ່າທີ່ດຸ­ຫມັ່ນ ແລະ ມີຫົວ­ຄິດປະ­ດິດສ້າງໃນການອອກ­ແຮງງານ ໂດຍສະ­ເພາະກໍ່ແມ່ນການປູກ­ຝັງ, ລ້ຽງ­ສັດ ທັງມີຄວາມຊຳ­ນານດ້ານການປູກກາ­ເຟ ເຊິ່ງເປັນພືດເສດ­ຖະ­ກິດທີ່ສຳ­ຄັນຂອງຊາດ.