‍ໃບອະນຸຍາດຂອງຊອຟຕ໌ແວຣ໌

ໃບອະນຸຍາດຂອງຊອຟຕ໌ແວຣ໌‍ (Software licence) ແມ່ນໃບລິຂະສິດ ທີ່ຜູ້ຜະລິດຊອຟຕ໌ແວຣ໌‍ ບົ່ງບອກສິດທິທີ່ຜູ້ໃຊ້ຊອຟຕ໌ແວຣ໌‍ມີ ໃນການໃຊ້, ປ່ຽນແປງ, ສໍາເນົາ ແລະ ແຈກຈ່າຍຊອຟຕ໌ແວຣ໌‍.

ໃບອະນຸຍາດຂອງຊອຟຕ໌ແວຣ໌‍ ແບ່ງອອກເປັນ 2 ກຸ່ມໃຫຍ່ຕາມແບບຊະຫນິດຂອງຊອຟຕ໌ແວຣ໌:

ຊອຟຕ໌ແວຣ໌ແບບສະຫງວນລິຂະສິດ ດັດແກ້

ໃບອະນຸຍາດຂອງຊອຟຕ໌ແວຣ໌ແບບສະຫງວນລິຂະສິດ ‍ແມ່ນໃບອະນຸຍາດຂອງຊອຟຕ໌ແວຣ໌ ທີ່ຈໍາກັດໃຫ້ຜູ້ໃຊ້ຊອຟຕ໌ແວຣ໌‍ ໃນການໃຊ້, ຈໍານວນການຕິດຕັ້ງຊອຟຕ໌ແວຣ໌, ບໍ່ມີສິດປ່ຽນແປງ, ບໍ່ມີສິດສໍາເນົາ ແລະ ບໍ່ມີສິດແຈກຈ່າຍຊອຟຕ໌ແວຣ໌ ໂດຍຜ່ານການຮັບອະນຸຍາດຈາກຜູ້ຜະລິດຊອຟຕ໌ແວຣ໌‍ກ່ອນ ແລະ ຫ້າມລະເມີດລິຂະສິດ. ຜູ້ລະເມີດລິຂະສິດ ຈະຖືກຟ້ອງຮ້ອງ ແລະ ລົງໂທດຕາມກົດຫມາຍ.

  • ໂຕຢ່າງໃບອະນຸຍາດຂອງຊອຟຕ໌ແວຣ໌ຂອງ Microsoft Windows, Microsoft Office.

ຊອຟຕ໌ແວຣ໌ແບບເປີດເຜີຍຊອຣ໌ສໂຄ້ດ ດັດແກ້

ຊອຟຕ໌ແວຣ໌ແບບເປີດເຜີຍຊອຣ໌ສໂຄ້ດ ຫລື ໂອເພີນຊອຣ໌ສ ແມ່ນຊອຟຕ໌ແວຣ໌ທີ່ຜູ້ໃຊ້ຊອຟຕ໌ແວຣ໌ ສາມາດໄດ້ຮັບຊອຣ໌ສໂຄ້ດຂອງຊອຟຕ໌ແວຣ໌.

ຊອຟຕ໌ແວຣ໌ແບບເປີດເຜີຍຊອຣ໌ສໂຄ້ດ ຫລື ໂອເພີນຊອຣ໌ສ ມີຊະຫນິດໃບອະນຸຍາດຂອງຊອຟຕ໌ແວຣ໌‍ ແບ່ງອອກເປັນ 2 ກຸ່ມນ້ອຍ:

ໃບອະນຸຍາດແບບ GPL ດັດແກ້

ໃບອະນຸຍາດແບບ GPL ແມ່ນໃບອະນຸຍາດຂອງຊອຟຕ໌ແວຣ໌ ທີ່ຜູ້ໃຊ້ຊອຟຕ໌ແວຣ໌‍ມີສິດທິ ໃນການໃຊ້ຊອຟຕ໌ແວຣ໌, ປ່ຽນແປງຊອຣ໌ສໂຄ້ດ, ສໍາເນົາ ແລະ ແຈກຈ່າຍຊອຟຕ໌ແວຣ໌. ຜູ້ທີ່ເຮັດປ່ຽນແປງຊອຣ໌ສໂຄ້ດຂອງຊອຟຕ໌ແວຣ໌ແບບGPL ມີຫນ້າທີ່ຕ້ອງ ເປີດເຜີຍແລະແຈກຈ່າຍຊອຣ໌ສໂຄ້ດຂອງໂຕເອງ.

ໃບອະນຸຍາດແບບ BSD ດັດແກ້

ໃບອະນຸຍາດແບບ BSD ແມ່ນໃບອະນຸຍາດຂອງຊອຟຕ໌ແວຣ໌ ທີ່ຜູ້ໃຊ້ຊອຟຕ໌ແວຣ໌‍ມີສິດທິ ໃນການໃຊ້ຊອຟຕ໌ແວຣ໌, ປ່ຽນແປງຊອຣ໌ສໂຄ້ດ, ສໍາເນົາ ແລະ ແຈກຈ່າຍຊອຟຕ໌ແວຣ໌. ຜູ້ທີ່ເຮັດປ່ຽນແປງຊອຣ໌ສໂຄ້ດຂອງຊອຟຕ໌ແວຣ໌ແບບBSD ມີສິດເລືອກ ທີ່ຈະເປີດເຜີຍແລະແຈກຈ່າຍຊອຣ໌ສໂຄ້ດ ຫລື ຈະບໍ່ເປີດເຜີຍແລະແຈກຈ່າຍຊອຣ໌ສໂຄ້ດຂອງໂຕເອງ. ດັ່ງນັ້ນໃບອະນຸຍາດແບບດັ່ງກ່າວ ຈິ່ງຖືກໃຊ້ເມື່ອຜູ້ຜະລິດບໍ່ຕ້ອງການສະແດງ ຊອຣ໌ສໂຄ້ດຂອງຊອຟຕ໌ແວຣ໌.

ລິ້ງຄ໌ພາຍນອກ ດັດແກ້