ໝາກເຜັດ ແມ່ນໝາກໃນຕະກູນ Solanaceae ມີຊື່ທາງວິທະຍາສາດວ່າ Capsicum frutescens L. ຊື່ພາສາອັງກິດ Chilli peppers, chili, chile ຫຼື chilli ມາແຕ່ຄຳພາສາສະແປນວ່າ chile. ແມ່ນສ່ວນຫຼາຍແລ້ວ ຊື່ແນວນີ້ໝາຍເຖິງ ໝາກເຜັດທີ່ມີຂະໜາດນ້ອຍ ສ່ວນໝາກເຜັດຂະໜາດໃຫຍ່ທີ່ມີລົດອ່ອນກວ່າແມ່ນເອີ້ນວ່າ Bell Pepper. ໃນສະຫະລັດອະເມລິກາ Pepper ໃນປະເທດອັງກິດແລະໄອແລນ, capsicum ໃນປະເທດອິນເດຍນຳອົດສະຕາລີ ແລະ Paprika ໃນປະເທດທະວີບເອີຣົບຫຼາຍປະເທດ ໝາກຊະນິດຕ່າງໆ ມີເຄົ້າກຳເນີດມາແຕ່ທະວີບອະເມລິກາ ເຊິ່ງໃນປັດຈຸບັນນີ້ໄດ້ມີປູກກັນໃນຫຼາຍປະເທດທົ່ວໂລກ ຍ້ອນໝາກເຜັດແມ່ນເຄື່ອງເທດທີ່ສຳຄັນຊື່ໜຶ່ງ ແລະຍັງມີຄຸນະສົມບັດເປັນຢາສະໝຸນໄພນຳກັນ.