ໄທໃຫຍ່ ​​​​​​​​​​​​​​​​​​ຫຼື ສານ (ໄທໃຫຍ່: ໄຕ໊ ພະມ້າ: ရှမ်းလူမျိုး; ໄທ: ไทใหญ่ ຫຼື ฉาน; ຈີນ: 掸族 ຫຼື 傣族; ພິນອິນ: Dǎizú) ຫຼື ງ້ຽວ ເຊິ່ງເປັນຄຳເອິ້ນບໍ່ສຸພາບ ແມ່ນກຸ່ມຊາດພັນໃນຕະກູນໄທ-ໄຕ​​​​​​​ ອັນເປັນກຸ່ມຊາດພັນສ່ຳໃຫຍ່ອັນດັບສອງຂອງພະມ້າ. ສ່ວນຫຼາຍຢູ່ກິນໃນລັດໄທໃຫຍ່ ປະເທດພະມ້າແລະບາງສ່ວນອາໄສຢູ່ບໍລິເວນດອຍໄຕແລງ ຊາຍແດນປະເທດໄທ-ປະເທດພະມ້າ. ຄົນໄທໃຫຍ່ໃນປະເທດພະມ້າມີປະມານ 3 ຫຼື 4 ລ້ານຄົນ ແຕ່ມີໄທໃຫຍ່ຫຼາຍແສນຄົນຜູ້ໄດ້ອົບພະຍົບເຂົ້າສູ່ປະເທດໄທເພື່ອໜີບັນຫາທາງການເມືອງແລະການຫາວຽກ. ຕາມພາສາຂອງເຂົາເຈົ້າເອງຈະເອີ້ນໂຕເອງ ໄຕ໊ ຫຼື ໄຕ (ຕາມສຳນຽງລາວ) ພີ່ນ້ອງໄຕໃນພະມ້າມີຫຼາຍກຸ່ມ ເຊັ່ນ ໄຕຂືນ ໄຕແລງ ໄຕຄຳຕີ ໄຕລື້ ແລະ ໄຕເມົາ. ແຕ່ກຸ່ມໃຫຍ່ກວ່າໝູ່ແມ່ນ ໄຕໂຫຼງ ໄຕ = ໄທ ແລະ ໂຫຼງ (ຫຼວງ) = ໃຫຍ່ ອັນຄົນລາວເອີ້ນ ໄທໃຫຍ່. ເພາະສະນັ້ນຈະເຫັນໄດ້ວ່າພາສາໄທໃຫຍ່ ແລະພາສາລາວຄ້າຍຄືກັນແດ່ແຕ່ບໍ່ຄື​ກັນ. ນອກຈາກນີ້ຍັງມີຄຳຮຽກໄທໃຫຍ່ອີກຢ່າງວ່າ ງ້ຽວ ແຕ່ເປັນຄຳທີ່ບໍ່ສຸພາບໃນການເອີ່ນເຖິງຊາວໄທໃຫຍ່.

ໄທໃຫຍ່
ໄຕ໊
ປະຊາກອນທັງໝົດ
ປະມານ 6 ລ້ານຄົນ
ພູມິພາກທີມີປະຊາກອນຢ່າງສຳຄັນ
ລັດສານ ລັດຄະສິ່ນ
ລັດກະຫຼ່ຽງ ເຂດມັນທະເລ
ທຸງຊາດຂອງໄທ ໄທປະເທດຈີນ ປະເທດຈີນ
ທຸງຊາດຂອງປະເທດກຳປູເຈຍ ກຳປູເຈຍທຸງຊາດຂອງຫວຽດນາມ ຫວຽດນາມ
ພາສາ
ພາສາໄທໃຫຍ່, ຄຳເມືອງ, ພາສາພະມ້າ ແລະພາສາໄທ
ສາສະໜາ
ສ່ວນໃຫຍ່ນັບຖືສາສະໜາພຸດນິກາຍກຶງຈອງ ສ່ວນນ້ອຍນັບຖືນິກາຍກຶງໂຍນ[1]

ຊາວໄທໃຫຍ່ຖືວັນທີ່ 7 ກຸມພາເປັນວັນຊາດ ນະຄອນຫຼວງຂອງລັດສານຄື ຕອງຍີ ມີປະຊາກອນປະມານ 150,000 ຄົນ ສ່ວນເມືອງສຳຄັນອື່ນໆ ໄດ້ແກ່ ສີປໍ້ ລ່າສ້ຽວ ຊຽງຕຸງ ແລະທ່າຂີ້ເຫຼັກ

ແຫຼ່ງຂໍ້ມູນອື່ນ ດັດແກ້

ອ້າງອີງ ດັດແກ້

  1. เสมอชัย พูลสุวรรณ. รัฐฉาน (เมืองไต):พลวัติของชาติพันธุ์ในบริบทประวัติศาสตร์และการเมืองร่วมสมัย. กรุงเทพฯ:ศูนย์มานุษยวิทยาสิรินธร (องค์การมหาชน), 2552. หน้า 66