ໂສມງາມກັບເຈົ້າຊາຍອະສູນ

ໂສມງາມກັບເຈົ້າຊາຍອະສູນ (ຝະລັ່ງ: La Belle et la Bête) ແມ່ນນິທານບູຮານດັ້ງເດີມ​ ສະບັບທຳອິດເຊິ່ງແມ່ນພາສາຝະລັ່ງ ປະພັນໂດຍມາດາມGabrielle-Suzanne Barbot de Villeneuve ໃນ ຄ.ສ.​ 1740 ສະບັບທີ່ມີຊື່ສຽງທີ່ສຸດ ແມ່ນສະບັບທີ່ໄດ້ຮັບການຫຍໍ້ເລື່ອງຂອງມາດາມ Villeneuve ໃນ ຄ.ສ. 1756 ໂດຍ ມາດາມ Jeanne-Marie Leprince de Beaumont ສະບັບພາສາອັງກິດສະບັບທຳອິດໄດ້ອອກມາໃນ ຄ.ສ. 1757[1]

ຫຼາກຫຼາຍສະບັບຂອງນິທານເລື່ອງໂສມງາມກັບເຈົ້າຊາຍອະສູນ ໄດ້ເປັນທີ່ຮູ້ຈັກດີໃນເອີລົບ[2] ຍົກໂຕຢ່າງ ໃນປະເທດຝະລັ່ງ Zémire et Azor ແມ່ນສະບັບໂອເປລາຂອງນິທານເລື່ອງນີ້ ປະພັນໂດຍ Marmontel ແລະຈັດບັນເລງໂດຍGrétry​ໃນ​ ຄ.ສ. 1771​​ ສະບັບໂອເປລານີ້ໄດ້ຮັບຊື່ສຽງຫຼາຍໃນສັດຕະວັດທີ 19[3] ສະບັບນີ້ແມ່ນສະບັບທີ່ໃຊ້ໂຄງຮ່າງຂອງສະບັບມາດາມ Jeanne-Marie Leprince de Beaumont.

ບົດສະລຸບ ດັດແກ້

 
ພາບປະກອບຂອງໂສມງາມກັບເຈົ້າຊາຍອະສູນໂດຍທ້າວ ວອນເທີ ຄະເລນ

ພໍ່ຄ້າຜູ້ຮັ່ງມີຜູ້ໜຶ່ງ ອາໄສຢູ່ໃນເມືອງກັບລູກສາວສາມຄົນ. ລູກສາວຄົນສຸດທ້ອງໄດ້ຮັບການຕັ້ງຊື່ວ່າ ເບວ (ແປວ່າຈົບງາມ ໃນພາສາຝະລັ່ງ: Belle) ຍ້ອນວ່າລາວເປັນເດັກທີ່ມີຈິດໃຈດີແລະບໍລິສຸດ. ພໍ່ຄ້າຜູ້ຮັ່ງມີ ໃນມີ່ສຸດ ກໍໄດ້ສູນເສຍຊັບສິນທີ່ລາວມີທັງໝົດໄປ. ຄວາມໂຊກຮ້າຍຂອງລາວ ເຮັດໃຫ້ລາວກັບລູກທັງສາມ ຕ້ອງຍ້າຍບ່ອນພັກອາໄສໄປຢູ່ແຖບຊົນນະບົດ ລຸນຫຼັງການອາໄສຢູ່ກັບຄວາມລຳບາກກາຍມາເປັນປີ ໆ ພໍ່ຄ້າກໍໄດ້ຮັບຂ່າວວ່າເຮືອສັບພະສິນຄ້າທີ່ລາວເຄີຍສົ່ງອອກຂາຍໃນອະດີດ ໄດ້ກັບຄືນມາສູ່ທ່າເຮືອ ເຊິ່ງແມ່ນເຮືອທີ່ລີ້ເຈົ້າໜີ້ມາໄດ້. ດັ່ງນັ້ນ ພໍ່ຄ້າຈຶ່ງຕັດສິນໃຈວ່າ ​ຈະໄປເບິ່ງໃນເມືອງວ່າ ເຮືອລຳນັ້ນຍັງມີຫຍັງຫຼົງເຫຼືອໃຫ້ລາວແລະລູກໆ​ ຢູ່. ກ່ອນທີ່ຈະຈາກລູກ ໆ ​ໄປ ໃນຊົນນະບົດໄປຍັງໃນເມືອງ ລາວໄດ້ຖາມລູກ ໆ ວ່າຢາກໄດ້ຂອງຂວັນຫຍັງແດ່ ລູກຄົນໂຕທັງສອງ ບອກກັບພໍ່ຂອງເຂົາເຈົ້າວ່າ ຢາກໄດ້ເຄື່ອງເພັດ ແລະຊຸດງາມ ໆ ໂດຍຄຶດວ່າພໍ່ຕ້ອງກັບມາພ້ອມກັບຄວາມຮັ່ງມີຢ່າງແນ່ນອນ. ເບວຜູ້ເປັນລູກສາວສຸດທ້ອງ ຢາກໄດ້ພຽງແຕ່ດອກກຸຫຼາບພຽງດອກດຽວ ຍ້ອນໃນຊົນນະບົດ​ ບໍ່ມີກຸຫຼາບຈັກດອກ. ເມື່ອພໍ່ຄ້າຮອດທ່າເຮືອ ກໍໄດ້ພົບພໍ້ກັບຄວາມຜິດຫວັງ ຍ້ອນວ່າເຮືອສັບພະສິນຄ້ານັ້ນ ໄດ້ຖືກເຈົ້າໜີ້ຍຶດເອົາໄປເສຍແລ້ວ ເຊິ່ງເຮັດໃຫ້ລາວບໍ່ມີເງິນທີ່ຈະຊື້ຫຍັງໃຫ້ລູກ ໆ.

ອ້າງອິງ ດັດແກ້

  1. Jeanne-Marie Leprince de Beaumont, Beauty and the Beast (ອັງກິດ)
  2. Heidi Anne Heiner, "Tales Similar to Beauty and the Beast Archived 2017-07-28 at the Wayback Machine" (ອັງກິດ)
  3. Thomas, Downing. Aesthetics of Opera in the Ancien Régime, 1647-1785. Cambridge: Cambridge UP, 2002. (ອັງກິດ)

ລິງກ໌ ດັດແກ້