ແມ່ນ້ຳຂອງ ເປັນແມ່ນ້ຳໃຫຍ່ອັນດັບໜຶ່ງ ໃນແຫຼມອິນດູຈີນ ແລະ ທີ່ສາມໃນອາຊີ. ແມ່ນ້ຳຂອງກຳເນີດຈາກພູພຽງຕີເບດ( ປະເທດຈີນ ) ແລ້ວໄຫຼຜ່ານເຂດ ແຂວງເສສວນ, ພູພຽງຢຸນນານ ແລະ ເມືອງຊຽງຮຸ່ງ ຂອງ ສປ ຈີນ ,ມີລວງຍາວທັງໝົດປະມານ 4.880 ກມ ໄຫຼຜ່ານ 6 ປະເທດຄື: ສ.ປຈີນ, ສາທາລະນະລັດ ແຫ່ງ ສະຫະພາບມຽນມາ, ສ.ປ.ປ ລາວ,ຣາຊະອານາຈັກໄທ, ຣາຊະອານາຈັກກຳປູເຈຍ ແລະ ສ.ສ ຫວຽດນາມ.ໃນນັ້ນໄຫຼຜ່ານລາວ 1.835 ກມ,ເປັນຊາຍແດນລະຫວ່າງ ລາວ-ໄທ 1.500 ກມ.

ແມ່ນ້ຳຂອງ
湄公河 (Méigōnghé)
မဲခေါင်မြစ် (Megaung Myit)
ແມ່ນ້ຳຂອງ (Maenam Khong)
แม่น้ำโขง (Maenam Khong)
ទន្លេមេគង្គ (Tonle Mekongk)
Sông Mê Kông / Sông Cửu Long (九龍)
ທີ່ຕັ້ງ
ປະເທດຈີນ, ພະມ້າ, ລາວ, ໄທ, ກຳປູເຈຍ, ຫວຽດນາມ
ລັກສະນະທາງກາຍະພາບ
ຕົ້ນນ້ຳLasaigongma (拉赛贡玛) Spring
 • ຕຳແໜ່ງMt. Guozongmucha (果宗木查), Zadoi, Yushu Tibetan Autonomous Prefecture, ຊີງໄຮ້, ຈີນ
 • ພິກັດພູມສາດ33°42.5′N 94°41.7′E / 33.7083°N 94.6950°E / 33.7083; 94.6950
ປາກນ້ຳດິນດອນສາມຫຼ່ຽມປາກນ້ຳຂອງ
 • ຕຳແໜ່ງ
ຫວຽດນມ
ອັດຕາການໄຫຼ 
 • ຕຳແໜ່ງທະເລຈີນໃຕ້
ລຸ່ມນ້ຳ
ແມ່ນ້ຳສາຂາ 
 • ຊ້າຍນ້ຳຄານ, ນ້ຳທາ, ນ້ຳອູ່
 • ຂວາMun, Tonle Sap, Kok, Ruak
ສະຖານະການປົກປ້ອງ
-ຊື່ທາງການMiddle Stretches of the Mekong River north of Stoeng Treng
ກຳນົດ23 June 1999[1]

ແມ່ນ້ຳຂອງໄຫຼເຂົ້າສູ່ລາວ ທີ່ບ້ານປາກນ້ຳລາ ແຂວງຫຼວງນ້ຳທາ (ຊາຍແດນລາວ-ຈີນ) ບາງບ່ອນເປັນຊາຍແດນ ຂອງລະຫວ່າງປະເທດ ແລະ ບາງບ່ອນໄຫຼຜ່ານກາງ ເຮັດໃຫ້ເຂດແດນ ຂອງປະເທດລາວ ມີທັງຢູ່ເບື້ອງຊ້າຍມື ແລະ ເບື້ອງຂວາມື. ແລ້ວໄຫຼອອກຈາກດິນແດນປະເທດລາວ ທີ່ບ້ານເວີນຄາມ ແຂວງຈຳປາສັກ (ຊາຍແດນ ລາວ-ກຳປູເຈຍ )ລົງຮອດພາກໃຕ້ຫວຽດນາມ ແລ້ວຈິ່ງໄຫຼ ລົງສູ່ທະເລຈີນໃຕ້. ແຕ່ກ່ອນແມ່ນ້ຳຂອງ ມີຄວາມອຸດົມ ສົມບູນຫຼາຍ, ມີປາຊະນິດຕ່າງໆ ເຖິງ 1.000 ກວ່າຊະນິດ. ປາບຶກ ເປັນປາໜັງໃຫຍ່ທີ່ສຸດໃນແມ່ນ້ຳຂອງ ແລະ ທັງເປັນປານ້ຳຈືດທີ່ໃຫຍ່ທີ່ສຸດໃນໂລກ, ແຕ່ມາຮອດດຽວ ນີ້ ປາບຶກຕົກຢູ່ ໃນອັນຕະລາຍໃກ້ຈະສູນພັນ, ແຕ່ປະຈຸບັນໄດ້ ມີອົງການອະນຸລັກແນວພັນປາບຶກ ເຂົ້າມາຊ່ວຍອະນຸລັກຮັກສາ ປາບຶກ ແລະ ໂຄງການນີ້ໄດ້ຮັບຄວາມ ສົນໃຈຈາກປະຊາຊົນສອງຝັ່ງລາວ-ໄທ ເພື່ອອະນຸລັກຮັກສາ ປາບຶກ ໄວ້ໃຫ້ ຄົງຢູ່ກັບແມ່ນ້ຳຂອງຕະຫຼອດໄປ. ນອກນີ້ຍັງມີປາ ທີ່ຫາຍາກໃນໂລກ ແຕ່ມີໃນແມ່ນ້ຳຂອງ ເຊັ່ນ: ປາຂ່າ ຫລື ປາສະມ່ອຍ, ຊຶ່ງເປັນສັດທີ່ລ້ຽງລູກດ້ວຍນົມ ຕະກຸນ ດຽວກັບ ປາໂລມາ ແຫ່ງແມ່ນ້ຳອີຣະວະດີ ຢູ່ໃຕ້ ແກ້ງຫຼີ່ຜີ ລົງໄປບ່ອນນ້ຳຂອງ ແຜ່ກວ້າງເປັນວັງໃຫຍ່. ໃນສະໄໝຝຣັ່ງ ປົກຄອງລາວ ກໍ່ເຄີຍພະຍາຍາມລະເບີດ ແກ້ງຫີນ ໃນບໍລິເວນນີ້ເພື່ອໃຫ້ ການເດີນເຮືອສະດວກ, ແຕ່ບໍ່ສຳ ເລັດ ຈິ່ງເຮັດຂົວພ້ອມທາງລົດໄຟເຊື່ອມຕໍ່ດອນຕ່າງໆ ເພື່ອເຄື່ອນຍ້າຍກຳປັ່ນໄປຕາມທາງລົດໄຟ ອຳນວຍໃຫ້ກຳປັ່ນ ທີ່ຂຶ້ນມາ ແຕ່ທະເລນັ້ນ ສາມາດແລ່ນເຖິງວຽງຈັນ ແລະ ຫລວງພະບາງໄດ້.

ແມ່ນ້ຳຂອງມີເສັ້ນທາງເດີນທີ່ຍາວໄກ, ທັງເປັນສາຍນ້ຳທີ່ເຕົ້າໂຮມເອົານ້ຳຈາກສາຂາຕ່າງໆ, ອັນເຮັດໃຫ້ປະລິມານນ້ຳໃນນ້ຳຂອງ ມີຢ່າງຫຼວງຫຼາຍຕະຫຼອດປີ. ສະເລ່ຍບໍລິມາດນ້ຳໄຫຼຕະຫຼອດປີ ໃນລະຫວ່າງ 100.000-140.000x1.000.000 ມ3. ແຕ່ໃນນັ້ນ ປະລິມານນ້ຳຈະເຕົ້າໂຮມໃນລະດູຝົນ 70-74% ຂອງບໍລິມາດນ້ຳທັງໝົດ. ແມ່ນ້ຳຂອງໄຫຼຜ່ານຫຼາຍພູມສັນຖານທີ່ແຕກຕ່າງກັນ ພາໃຫ້ມີແກ້ງມີຕາດຫຼາຍ,ທັງໄຫຼຄົດໂຄ້ງ,ບ່ອນແຄບ,ບ່ອນເລິກ,ບ່ອນກວ້າງ...ແຕ່ເມືອງສິງເຖິງວຽງຈັນ ແມ່ນ້ຳຂອງຈະມີທ້ອງນ້ຳແຄບ 100-300 ມ,ມີບາງບ່ອນກວ້າງເຖິງ 8.000 ມ.

ໃນລະດູແລ້ງ,ນ້ຳໃນນ້ຳຂອງບົກແຫ້ງຫຼາຍ,ເຮັດໃຫ້ການຄົມມະນາຄົມບໍ່ສະດວກ ເປັນຕົ້ນແມ່ນຍ່ານເໜືອ ແລະ ຍ່ານໃຕ້ ໂດຍສະເພາະແມ່ນ ແກ້ງຫຼວງ,ແກ້ງກະເບົາ, ແກ້ງເຂັມມະລາດ(ຍາວ 150 ມ ),ແກ້ງຫຼີ່ຜີ ຫຼື ຄອນພະເພັງ ເປັນແກ້ງໃຫຍ່ກວ່າໝູ່ໃນພາກພຶ້ນອາຊີ ສູງ 15 ມ,ກວ້າງ 8 ມ ແລະ ຍາວ 20 ມ.ໃນລະດູຝົນ,ປະລິມານນ້ຳໃນນ້ຳຂອງຫຼາຍ,ບາງປີເກີດມີໄພນ້ຳຖ້ວມຢ່າງຮ້າຍແຮງ ຢູ່ສອງຝັ່ງແມ່ນ້ຳຂອງ. ໃນລະດູຝົນພັດມີຄວາມສະດວກໃນການຄົມມະນາຄົມທາງນ້ຳ, ແມ່ນ້ຳຂອງຍັງສາມາດສະໜອງພະລັງງານໄຟຟ້ານ້ຳຕົກ ອີກດ້ວຍ

ນ້ຳຂອງ ແລະ ສາຂາ ຂອງມັນ ທີ່ເປັນແມ່ນ້ຳລຳເຊ ອີກສີບກວ່າສາຍເຊັ່ນ: ນ້ຳອູ,ນ້ຳທາ,ນ້ຳແບງ,ນ້ຳຄານ,ນ້ຳງຽບ,ນ້ຳເຊືອງ,ນ້ຳງື່ມ,ນ້ຳເທີນ-ຫີນບູນ,ນ້ຳກະດິງ,ນ້ຳຊັນ,ນ້ຳເຊບັ້ງໄຟ,ນ້ຳເຊໂດນ ເປັນຕົ້ນ. ແມ່ນແຫຼ່ງຊັບ ພະຍາກອນ ທຳມະຊາດ ທີ່ຫຼໍ່ລ້ຽງປະຊາຊົນລາວ ແຕ່ເໜືອຮອດໃຕ້ ແລະ ເປັນເສັ້ນທາງຄົມມະນາຄົມທີ່ອຳນວຍຄວາມສະດວກ ໃຫ້ປະຊາຊົນເຂດຫ່າງໄກສາມາດໄປມາຫາສູ່ກັນໄດ້ຕະຫຼອດປີ. ຕາມແມ່ນ້ຳ ຂອງ ມີເກາະ-ດອນ ນ້ອຍໃຫຍ່ຢັ່ງຢາຍແຕ່ເໜືອເຖິງໃຕ້, ບ່ອນຫລາຍທີ່ສຸດແມ່ນບໍລິເວນ ແຂວງຈຳປາສັກ ເຊິ່ງເອີ້ນວ່າ ສີພັນດອນ. ເກາະດອນ ສ່ວນຫລາຍຢູ່ໃນແມ່ນ້ຳຂອງ ແມ່ນກຳມະສິດ ຂອງ ສ.ປ.ປ ລາວ ຕາມ ສັນຍາສະຫຍາມ-ຝຣັ່ງ ສະບັບວັນທີ 13 ກຸມພາ ຄ.ສ. 1903, ໂດຍຖືເອົາຮ່ອງນ້ຳເລິກ ໃນແມ່ ນ້ຳ ຂອງ ເປັນ ເສັ້ນຊາຍແດນ. ເຊ່ິງແມ່ນດອນໂຂງ ເປັນດອນ ໃຫຍ່ກວ່າໝູ່ໃນແມ່ ນ້ຳຂອງຄື: ກວ້າງ 6 ກມ, ຍາວ 12 ກມ.


ແມ່ນ້ຳຂອງ


ບັນດາສາຂາຂອງແມ່ນ້ຳຂອງ ແລະ ນ້ຳທີ່ໄຫຼຜ່ານປະເທດລາວ ດັດແກ້

ຊື່ສາຍນ້ຳ ລວງຍາວ (Km) ເນື້ອທີ່ອ່າງ (km²) ບໍລິມາດນ້ຳ (10.000.000m³)
1. ນ້ຳອູ 390 25.800 -
2. ນ້ຳງື່ມ 350 16.500 24.868
3. ເຊບັ້ງຫຽງ 300 - -
4. ນ້ຳທາ 290 2.750 -
5. ນ້ຳກະດິງ 265 - -
6. ນ້ຳເຊກອງ (ຕອນໄຫຼຜ່ານລາວ) 236 - -
7. ເຊໂດນ 195 7.229 -
8. ເຊບັ້ງໄຟ 190 85.000 7.728
9. ນ້ຳຄານ 175 6.100 741.4
10. ນ້ຳລີກ 155 - -
11. ນ້ຳເຊືອງ 150 - -
12. ນ້ຳງຽບ 140 - -
13. ເຊນຳພອນ 140 - -
14. ນຳຫີນບູນ 130 - -
15. ນ້ຳແບງ 125 - -
17. ນ້ຳຊັນ 115 - -
18. ເຊກະໝານ 110 - -
19. ເຊນ້ອຍ 110 - -
20. ນ້ຳແອດ 110 - -
21. ນ້ຳເນີນ (ໄຫຼສູ່ອ່າວຕົງແກງຫວຽດນາມ) 110 - -
22. ນ້ຳຊຳ (ໄຫຼສູ່ອ່າວຕົງແກງຫວຽດນາມ) 100 - -
  1. "Ramsar List". Ramsar.org. Archived from the original on 9 April 2013. Retrieved 12 April 2013.