ເມືອງນານ ເປັນເມືອງທີ່ສຳຄັນຂອງແຂວງຫຼວງພະບາງເມືອງໜຶ່ງ. ຫ່າງຈາກຕົວເທດສະບານເມືອງຫຼວງພຣະບາງ ປະມານ 40 ກິໂລແມັດ ຈາກຕົວເມືອງຫຼວງພຣະບາງ. ສາມາດຂື້ນລົດໂດຍສານ ຫຼວງພຣະບາງ-ເມືອງນານ ຢູ່ ຄີວລົດເມືອງນານ ຫ່າງຈາກຕະລາດໂພສີ 2 ກິໂລແມັດ, ໃຊ້ເວລາ ແລ່ນລົດປະມານ 2-3 ຊົ່ວໂມງ ລົດຈະແລ່ນຜ່ານເມືອງຊຽງເງິນ ແລ້ວລ້ຽວຂວາ ທາງສາມແຍກ ຕາມທາງ ຫຼວງພຣະບາງ - ໄຊຍະບຸລີ (ແຕ່ນະຄອນຫຼວງວຽງຈັນຫາ ແຂວງໄຊຍະບູລີ ກໍ່ແລ່ນສາຍທາງນີ້) ທາງສາຍນີ້ເປັນທາງປູຢາງສອງຊັ້ນ ມີຫຸບພູເຂົາ ສາມາດເຫັນທຳມະຊາດແລະວິຖີຊີວິດຊາວບ້ານໄດ້ສອງຂ້າງທາງ.

ເມືອງນານເປັນເມືອງທີ່ມີປະຊາກອນປະມານ(ຍັງບໍ່ມີຂໍ່ມູນ) ມີ ຈຳນວນໝູ່ບ້ານ(ຍັງບໍ່ມີຂໍ້ມູນ) ປະຊາຊົນສວນຫຼາຍນັບຖືສາສະໜາພຸດ ໂດຍມີພຣະພຸດທະຮູບທີສຳຄັນ ຄື ພຣະພູດທະຮູບສີຫິງ ທຸກໆ ວັນປີໃໝ່ລາວ ເຈົ້າເມືອງແລະປະຊາຊົນ ຕ່າງພາກັນໄປຫົດໄປສົ່ງນ້ຳທຸກໆປີ. ນອກຈາກນີ້ ຊາວເມືອງນານຍັງມີຄວາມເຊື່ອຜີ(ເປັນສ່ວນໜ້ອຍ),ມີແຫຼ່ງທ່ອງທ່ຽວສຳຄັນ ທີ່ດືງດູດຊາວຕ່າງເມືອງແລະຕ່າງແຂວງ ມາທ່ອງທ່ຽວທຸກປີ ເຊັ່ນ ນ້ຳຕົກຕາດ ຫ່ຽນ ຜ່າດັ່ງຄວາຍ ແລະ ອື່ນໆ.