ເມືອງຊຳເໜືອ ເປັນເມືອງເອກ ຂອງແຂວງຫົວພັນ ມີຊາຍແດນຕິດກັບຫວຽດນາມ ຕັ້ງຢູ່ທ່າມກາງຮ່ອມພູ ອັນຂຽວຂະຈີ ທີ່ຄວາມສູງ 1,200 ແມັດ ເປັນເມືອງທີ່ມີວິວທິວທັດທີ່ສວຍງາມ ຕະຫລາດໃນເມືອງຍາມເຊົ້າຈະມີຊາວເຜົ່າຕ່າງໆ ອອກມາຍ່າງຊື້ເຄື່ອງບ່ອນນີ້ ເປັນຕະຫລາດໃຫຍ່ທີ່ສຸດໃນເຂດນີ້ ມີສິນຄ້າໃຫ້ເລືອກຫລາກຫລາຍ ທັງອາຫານສົດ, ອາຫານແຫ້ງ ຈາກຈີນ, ຫວຽດນາມ ແລະ ໄທ. ຜ້າຕ່ຳມື ຊຶ່ງເປັນສິນຄ້າທີ່ມີຊື່ສຽງ ຂອງລາວ ທີ່ສົ່ງໄປຂາຍ ຫລວງພະບາງ ແລະ ນະຄອນຫຼວງວຽງຈັນ ມີລວດລາຍທີ່ປານີດສວຍງາມ.