ເບຍລາວ (ອັງກິດ: Beerlao) ແມ່ນຜະລິດຕະພັນເບຍຂອງບໍລິສັດເບຍລາວ, ຕົ້ນຕໍແມ່ນຈໍາຫນ່າຍພາຍໃນປະເທດລາວ, ແຕ່ຈໍານວນຫນຶ່ງແມ່ນສົ່ງອອກຂາຍຕ່າງປະເທດ. ປະຫວັດຄວາມເປັນມາຂອງ ບໍລິສັດ ເບຍລາວ ຈຳກັດ • ບໍລິສັດເບຍລາວ ຈຳກັດ ສ້າງຕັ້ງຂື້ນໃນປີ 1973 ໂດຍການຮ່ວມທຶນລະຫວ່າງນັກທຸລະກິດຊາວຝຣັ່ງເສດ ແລະ ລາວ ໂດຍໃຊ້ຊື່ວ່າ: ໂຮງງານເຫຼົ້າເບຍ ແລະ ນ້ຳກ້ອນລາວ, ສາມາດຜະລິດເບຍໄດ້ 3 ລ້ານລິດຕໍ່ປີ. • ພາຍຫຼັງປົດປ່ອຍຢ່າງສົມບູນໃນປີ 1975, ໂຮງງານດັ່ງກ່າວໄປເປັນກຳມະສິດຂອງລັດຖະບານ. • ໃນປີ 1993, ບໍລິສັດ ເບຍລາວ ຈຳກັດ ໄດ້ເລີ່ມຮ່ວມທຶນກັບບໍລິສັດຕ່າງໆຈາກຕ່າງປະເທດ, ສາມາດຜະລິດເບຍໄດ້ 20 ລ້ານລິດຕໍ່ປີ • ປີ 1997, ບໍລິສັດ ເບຍລາວ ຈຳກັດ ໄດ້ເລີ່ມມີການສົ່ງອອກ. • ປີ 2002, ບໍລິສັດ ເບຍລາວ ຈຳກັດ ໄດ້ເຊັນສັນຍາຮ່ວມທຶນກັບບໍລິສັດ ຄາລສະເບີກ ບຣີເວີລີ ຈາກປະເທດເດັນມາກ ຖືຫຮຸ້ນ 50% ແລະ ລັດຖະບານລາວຖືຮຸ້ນ 50% ກຳລັງການຜະລິດເບຍ 120 ລ້ານລິດ ຕໍ່ປີ. • ປີ 2008, ບໍລິສັດ ເບຍລາວ ຈຳກັດ ໄດ້ສ້າງຕັ້ງໂຮງງານແຫ່ງທີ່ສອງທີ່ແຂວງຈຳປາສັກ ສາມາດຜະລິດເບຍໄດ້ 180 ລ້ານລິດ ຕໍ່ປີ. • ປີ 2011, ບໍລິສັດ ເບຍລາວ ຈຳກັດ ໄດ້ໂຮມຕົວກັບບໍລິສັດ ນ້ຳຫວານລາວ ຈຳກັດ ແລະ ດຳເນີນທຸລະກິດພາຍໃຕ້ຊື່ຂອງ ບໍລິສັດ ເບຍລາວ ຈຳກັດ ໂດຍທີ່ບໍລິສັດ ຄາລສະເບີກ ບຣີເວີລີ ຖືຮຸ້ນ 51% ແລະ ລັດຖະບານລາວຖືຮຸ້ນ 49%.ກຳລັງການຜະລິດເບຍ 220 ລ້ານລິດ ຕໍ່ປີ. • ປີ 2012, ບໍລິສັດ ເບຍລາວ ຈຳກັດ ໄດ້ເພີ່ມຂະຫຍາຍກຳລັງການຜະລິດເບຍ: 340 ລ້ານລິດ ຕໍ່ປີ, ນ້ຳອັດລົມ: 70 ລ້ານລິດຕໍ່ປີ ແລະ ນ້ຳດື່ມ 180 ລ້ານລິດ ຕໍ່ປີ. ສຳນັກງານໃຫຍ່ ສຳນັກງານໃຫຍ່ຂອງບໍລິສັດ ເບຍລາວ ຈຳກັດ ຕັ້ງຢູ່ຖະໜົນທ່າເດື່ອ, ບ້ານສາລາຄຳ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ

ຜະລິດຕະພັນເບຍລາວ

ຜະລິດຕະພັນ ດັດແກ້

ແຫຼ່ງຂໍ້ມູນອື່ນ ດັດແກ້