ເຄື່ອງໝາຍຊາດລາວ

ຄື່ອງໝາຍຊາດດ້ານລຸ່ມມີຮູບເຄິ່ງກົງຈັກເປັນແຂ້ວ ແລະໂບສີແດງ ຂຽນອັກສອນ​"ສາທາລະນະລັດ ປະຊາທິປະໄຕ​ປະຊາຊົນລາວ". ສອງຂ້າງ​ອ້ອມດ້ວຍຮວງເຂົ້າສຸກເປັນຮູບເຟື້ອງພະຈັນ​ແລະໂບສີແດງຂຽນອັກສອນ ​ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ. ລະຫວ່າງກາງຂອງສອງປາຍຮວງເຂົ້າ ຮູບຄ້ອນຄຽວ ດາວ, ເສົາໄຟຟ້າ ,ຢູ່ກາງຮູບວົງມົນມີຫົນທາງ, ທົ່ງນາ, ປ່າໄມ້​ແລະເຂື່ອນໄຟຟ້ານໍ້າຕົກ. ແຕ່ໃນປີ 1991 ລາວໄດ້ນຳໃຊ້ນະໂຍບາຍຈິນຕະນາການໃໝ່ ຈື່ງໄດ້ປ່ຽນຈາກຮູບຄ້ອນຄຽວ ດາວ ແລະເສົາໄຟຟ້າ ເປັນຮູບພະທາດຫລວງວຽງຈັນແທນ​.