ອົງສາຖານສິບ (ພາສາອັງກິດ: Decimal degrees) ຖືກນຳໃຊ້ເລື້ອຍ ໃນ ລະບົບຂໍ້ມູນພູມສາດ (ພາສາອັງກິດ: Geographic information systems ຫຼື GIS), ໂປແກມໝາຍແຜນທີ່ເທິງເວັບ ເຊັ່ນ Google Maps, ແລະ ເຄື່ອງມື ຈີພິເອັສ(ພາສາອັງກິດ:GPS) ເພື່ອສະແດງເຖິງ ໂຕປະສານ ຂອງ ເສັ້ນຂະໜານ ແລະ ເສັ້ນແວງ ແທນ ການສແດງ ໂຕປະສານພູມສາດ ໂດຍ ອົງສາ, ນາທີ ແລະ ວິນາທີ(dms).

ໂຕຢ່າງ, ໂຕປະສານພູມສາດ ຕາມ ລະບົບ dms ຂອງ ນະຄອນຫຼວງສະຫະລັດອາເມລິກາ ແມ່ນ "38° 53' 23" ເໜືອ (ອ່ານວ່າ 38 ອົງສາ 53 ນາທີ 23 ວິນາທີ ເໜືອ), 77° 00' 32" ຕາເວັນຕົກ (ອ່ານວ່າ 77 ອົງສາ 00 ນາທີ 32 ວິນາທີ ຕາເວັນຕົກ)". ແຕ່ ໃນລະບົບອົງສາຖານສິບ , ທິດຕາເວັນຕົກ ແລະ ທິດໃຕ້ຈະເປັນຈຳນວນລົບ ແລະ ສູດປ່ຽນ ແມ່ນ (D + M/60 + S/3600), ສະນັ້ນ ໂຕປະສານພູມສາດ ຂອງ ນະຄອນຫຼວງສະຫະລັດອາເມລິກາ ຈະແມ່ນ "38.8898341, -77.0088651".