ປະທານ ສຸພານຸວົງ ເກີດເມື່ອວັນທີ່ 13 ເດືອນ ກໍລະກົດ ປີ 1909 ທີ່ ແຂວງຫຼວງພະບາງ ເປັນເຊື້ອເຈົ້າລ້ານຊ້າງຫລວງພະບາງ ເປັນປະທານປະເທດລາວ ຜູ້ທຳອິດຫຼັງຈາກປ່ຽນແປງການປົກຄອງຈາກ ພຣະຣາຊອານາຈັກລາວ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອ ຄ.ສ 1975 ທົ່ວໂລກຮູ້ຈັກ ໃນນາມ ເຈົ້າຊາຍແດງ ຫຼື "The Red Prince"

ທ່ານ ສຸພານຸວົງ
ຮູບພາບ ປະທານ ສຸພານຸວົງ
ປະທານ ສຸພານຸວົງ
ເກີດ13 ກໍລະກົດ 1909 (113 ປີ)
ຫຼວງພະບາງ
ທຸງຊາດຂອງປະເທດລາວ ປະເທດລາວ
ເຖິງແກ່ກຳ9 ມັງກອນ 1995 (86 ປີ)
ນະຄອນຫຼວງວຽງຈັນ
ທຸງຊາດຂອງປະເທດລາວ ປະເທດລາວ
ສັນຊາດລາວ
ການສຶກສາ
ຈົບຈາກ
ອາຊີບ
  • Politician
  • Revolutionary
  • Statesman
ພັກການເມືອງ
ຮູບທຸງພັກ ພັກປະຊາຊົນປະຕິວັດລາວ
ຄູ່ສົມລົດວຽງຄຳ ສຸພານຸວົງ (Nguyễn Thị Kỳ Nam)(ປີແຕ່ງງານ)
ພໍ່ແມ່
ຍາດພີ່ນ້ອງຄອບຄົວຣາຊະວົງລາວ
ລາງວັນSee list

ປະຫວັດ ດັດແກ້

ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ ຄ.ສ 1909 ເປັນບຸດ 1 ໃນ 23 ພະອົງ ຂອງສົມເດັດພະເຈົ້າມະຫາອຸປະຣາດບຸນຄົງ ກັບ ເຈົ້າຍິງຄຳອ້ວນ ເປັນເຈົ້າຍິງ ລຳດັບທີ 11 ເປັນຍາດກັບ ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ ບຸດຂອງພຣະຊາຍາເອກ ແລະ ເຈົ້າສຸວັນນະຣາດ ເປັນບຸດທີ່ເກີດຈາກ ເຈົ້າຍິງລຳດັບທີ 9

ທ່ານ ສຸພານຸວົງ ໄດ້ຮັບການສຶກສາຈາກ ອາຈານຄົນຝຣັ່ງ ໃນຫລວງພະບາງ ແລ້ວໄດ້ໄປສຶກສາຕໍ່ທີ່ ສະຖາບັນລີເຊອັນແບຊາໂຣ ທີ່ ຮ່າໂນ້ຍ ເຮັດໃຫ້ເພ່ິນມີຄວາມສຳພັນຢ່າງໜຽວແໜ້ນ ກັບຫວຽດນາມ ມາຕະຫຼອດຊີວິດ ເພິ່ນສາມາດເວົ້າໄດ້ 3 ພາສາຄື: ພາສາຝຣັ່ງ, ພາສາຫວຽດນາມ ແລະ ພາສາອັງກິດ ໄດ້ດີຫຼາຍ. ຫຼັງຈາກຈົບການສຶກສາລະດັບປະລິນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງທີ່ ປາຣີ ປະເທດຝຣັ່ງ ໄດ້ເດີນທາງ ກັບຄືນມາປະເທດລາວ ແລະ ໄດ້ແຕ່ງງານກັບ ຍິງສາວຫວຽດນາມ ຊື່ວ່າ ຫວຽນຖິ ພາຍຫຼັງໄດ້ປ່ຽນຊື່ເປັນ ວຽງຄຳ ສຸພານຸວົງ ມີລູກນຳກັນລວມ 10 ຄົນ ເປັນ ຊາຍ 8 ຄົນ ແລະ ຍິງ 2 ຄົນ.

ເພ່ິນເຂົ້າຮ່ວມຂະບວນການຕໍ່ຕ້ານຝຣັ່ງເພື່ອເອກະລາດ ຈົນໄດ້ຮັບບາດເຈັບໃນການຕໍ່ສູ້ກັບຝຣັ່ງທີ່ ເມືອງທ່າແຂກ ລະຫວ່າງໜີຂ້າມ ແມ່ນ້ຳຂອງ ຂ້າມໄປຝັ່ງໄທ ໃນປີ ຄ.ສ 1946, ເພ່ິນໄດ້ສ້າງຕັ້ງກອງທັບປົດປ່ອຍປະຊາຊົນລາວ ໃນ ເມືອງຊຳເໜືອ, ແຂວງຫົວພັນ ໃນປີ ຄ.ສ 1949 ພາຍໃຕ້ການສະໜັບສະໜູນຂອງ ປະທານ ໂຮຈິມິນ ເຊ່ິງຕໍ່ມາເປັນຂະບວນການກອມມູນິດປະເທດລາວ ຕໍ່ມາອີກສອງປີ ຂະບວນການປະເທດລາວກໍສາມາດ ປົດປ່ອຍພື້ນທີ່ 1 ໃນ 3 ຂອງປະເທດໄດ້ ແລະ ຕັ້ງຖານທີ່ໝັ້ນທີ່ຍາກແກ່ການທຳລາຍໃນຖ້ຳຫີນປູນ ທີ່ ເມືອງຊຳເໜືອ, ແຂວງຫົວພັນ ແລະ ແຂວງຜົ້ງສາລີ

ຄ.ສ 1953 ຝຣັ່ງໄດ້ຈັດຕັ້ງລັດຖະບານປະສົມຊົ່ວຄາວຂື້ນ ຢູ່ພາຍໃຕ້ການນຳຂອງນາຍົກລັດຖະມົນຕີຫຼາຍທ່ານ ທີ່ເປັນພວກຝ່າຍຂວາຈັດ ໄດ້ແກ່ເຈົ້າ ສຸວັນນະຣາດ ແລະ ເຈົ້າສຸວັນນະພູມມາ.

ໃນປີ ຄ.ສ 1974 ທ່ານໄດ້ກັບຄືນວຽງຈັນ ໄດ້ດຳລົງຕຳແໜ່ງເປັນປະທານສະພາທີ່ປຶກສາແຫ່ງຊາດ 18 ເດືອນ ຈົນສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທ່ານ ກໍໄດ້ຮັບເລືອກໃຫ້ເປັນ ປະທານປະເທດ ແລະ ປະທານສະພາປະຊາຊົນສູງສູດ ຜູ້ທຳອິດ. ພ້ອມກັນນັ້ນ ທ່ານກໍໄດ້ສະຫຼະຖານະເຈົ້າຊາຍ ຕັ້ງແຕ່ສະໄໝເກົ່າ. ເຈົ້າສຸພານຸວົງ ເປັນປະທານທີ່ເຄົາລົບຮັກຂອງປວງຊົນລາວ ຈົນເອີ້ນກັນວ່າ ລຸງສຸພານຸວົງ ໄດ້ດຳລົງຕຳແໜ່ງປະທານປະເທດຈົນເຖິງ ຄ.ສ 1986 ຈຶ່ງລາອອກ ຍ້ອນເພິ່ນມີບັນຫາດ້ານສຸຂະພາບ. ທ່ານໄດ້ປາກົດຕົວຕໍ່ໜ້າສາທາລະນະຊົນຄັ້ງສຸດທ້າຍໃນສະໄໝປະຊຸມພັກຄັ້ງທີ 5 ເມ່ືອເດືອນ ມີນາ ຄ.ສ 1991

ເພ່ິນໄດ້ເຖິງແກ່ກຳ ເມື່ອວັນທີ 9 ມັງກອນ 1995 ທີ່ນະຄອນຫລວງວຽງຈັນ

ປະຫວັດການສຶກສາ ດັດແກ້

  • ຈົບຊັ້ນປະຖົມສຶກສາທີ່ ແຂວງຫຼວງພະບາງ
  • ຄ.ສ 1920 ໄປສຶກສາຕໍ່ຊັ້ນມັດທະຍົມສຶກສາ ທີ່ ນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມ
  • ຄ.ສ 1937 ສຳເລັດການສຶກສາລະດັບປະລີນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງ ທີ່ ປາຣີ ປະເທດຝຣັ່ງ
  • ເມື່ອສຳເລັດການສຶກສາໄດ້ເຮັດວຽກເປັນວິສະວະກອນທີ່ ສຳນັກງານໂຍທາ ເມືອງ ຢາຈາງ ປະເທດຫວຽດນາມ
  • ວັນແຫກຄຸກຄັ້ງປະຫວັດສາດຂອງທ່ານຜູ້ນຳ ວັນທີ 23 ພຶດສະພາ 1960

ປະຫວັດດ້ານການເມືອງ ດັດແກ້

ຫຼັງຈາກທີ່ ທ່ານ ໂຮຈິມິນ ໄດ້ຕັ້ງ ພັກກອມມູນິດອິນດູຈີນ ເມື່ອ ປີ ຄ.ສ 1937 ທ່ານ ສຸພານຸວົງ ກໍໄດ້ເຂົ້າຮ່ວມເປັນສະມາຊິກພັກ ແລະ ເປັນຜູ້ນຳປະຊາຊົນລາວໃນການຕໍ່ສູ້ເພື່ອຮຽກຮ້ອງເອກະລາດ ຈາກ ພວກລ່າເມືອງຂື້ນຝຣັ່ງ ແລະ ເປັນຜູ້ນຳພັກປະຊາຊົນປະຕິວັດລາວ ໃນຍຸກກໍ່ຕັ້ງພັກ ແລະ ເມື່ອມີການປ່ຽນແປງການປົກຄອງ ເມື່ອວັນທີ 2 ທັນວາ ຄ.ສ 1975 ທ່ານ ສຸພານຸວົງ ໄດ້ດຳລົງຕຳແໜ່ງເປັນປະທານປະເທດຈົນເຖິງ ປີ ຄ.ສ 1991