ສະຖານີໂທລະພາບແຫ່ງຊາດລາວ

ສະຖານີໂທລະພາບແຫ່ງຊາດລາວ; (ທຊລ ຫຼືຊື່ຫຍໍ້ເກົ່າ ສທລ) ແມ່ນສະຖານີໂທລະພາບແຫ່ງຊາດແຫ່ງທຳອິດຂອງປະເທດລາວ

ສະຖານີໂທລະພາບແຫ່ງຊາດລາວ
ໂລໂກ້ ສັນ​ຍະລັກ ສທລ ແລະ ໂລໂກ້ ສັນຍະລັກ ທຊລ I Logo_png
ເລິ່ມອອກອາກາດ1 ​ທັນ​ວາ 1983
ເຄືອຂ່າຍສະຖານີໂທລະພາບ/ສະຖານີວິທະຍຸ
ເຈົ້າຂອງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ
ລະບົບພາບ576 ໄອ
ຄຳຂວັນໂທລະພາບແຫ່ງຊາດລາວ ຂ່າວການສຶກສາ ການບັນເທີງຂອງທ່ານສໍາລັບທ່ານ
ປະເທດປະເທດລາວ ລາວ
ພື້ນທີ່ແພ່ພາບປະເທດລາວ ປະເທດລາວ
ເວັບໄຊຕ໌www.lntv.gov.la

ປະຫວັດ ດັດແກ້

ສະຖານີໂທລະພາບແຫ່ງຊາດລາວ ມີຊື່ຫຍໍ້ວ່າ ສທລ ກໍ່ຕັ້ງຂຶ້ນໃນວັນທີ 1 ທັນວາ ປີ 1983 ເປັນສ່ວນໜຶ່ງຂອງ ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ໂດຍມີທ່ານໄກສອນ ພົມວິຫານ ນາຍົກລັດຖະມົນຕີ ເປັນປະທານເປິດສະຖານີ ໃນຍຸກທຳອິດ ສທລ ອອກອາກາດມຶ້ລະ 3 ຊົ່ວໂມງ ຕັ້ງແຕ່ເວລາ 19:00 ຫາ 22:00 ໂມງ ຂອງທຸກມື້ ແລະອອກອາກາດສະເພາະໃນນະຄອນຫຼວງວຽງຈັນທາງຊ່ອງ 8 ໂດຍ ສທລ ສ້າງຕັ້ງຂຶ້ນເພື່ອກະຈາຍຂ່າວສານລັດຖະບານໄປຍັງປະຊາຊົນ

ໃນປີ 1993 ສທລ ໄດ້ຮັບທຶນຈາກອົງການສື່ສານມວນຊົນແຫ່ງປະເທດໄທ ໃຫ້ຈັດຕັ້ງສະຖານີໂທລະພາບໃນບັນດາແຂວງ ແລະໄດ້ປ່ຽນເລກຊ່ອງຈາກ 8 ເປັນ 9 ແລະໄດ້ເປິດສະຖານີຊ່ອງ ສທລ3 ອີກ 1 ສະຖານີ

ສທລ ໄດ້ປ່ຽນຊື່ຫຍໍ້ຈາກ ສທລ ເປັນ ທຊລ ໃນປີ 2009 ແລະໃນວັນທີ 1 ມັງກອນ 2013 ທຊລ1 ຂະຫຍາຍໄລຍະເວລາການອອກອາກາດຈາກການອອກອາກາດ 2 ພາກ ໂດຍພາກເຊົ້າ ອອກອາກາດຕັ້ງແຕ່ເວລາ 06:30 ໂມງ ຫາ 13:00 ໂມງ ແລະພາກແລງ ອອກອາກາດຕັ້ງແຕ່ເວລາ 16:00 ໂມງ ຫາ 23:00 ໂມງ ເປັນອອກອາກາດພາກດຽວ ຕັ້ງແຕ່ເວລາ 05:30 ໂມງ ຫາ 23:00 ໂມງ ແລະໃນວັນທີ 1 ທັນວາ 2016 ໄດ້ຂະຫຍາຍເວລາການເປິດສະຖານີເປັນ 05:00 ໂມງ ໂດຍໄດ້ຂະຫຍາຍເວລາການອອກອາກາດຂ່າວເຊົ້າອາລຸນວັນໃໝ່ ເປັນ 2 ຊົ່ວໂມງ ຕັ້ງແຕ່ເວລາ 06:00 ໂມງ ຫາ 08:00 ໂມງ ແລະຍັງເພີ່ມລາຍການຂ່າວຕົ້ນຊົ່ວໂມງໃນຊ່ວງເວລາ 10:00 ໂມງ ຫາ 17:00 ໂມງ ແລະໄດ້ເລິ່ມນຳໃຊ້ ticker bar ໃນລາຍການຂ່າວພາກຄ່ຳ

ສະຖານີໃນສັງກັດ ດັດແກ້

ສະຖານີສ່ວນກາງ ດັດແກ້

ສະຖານີໂທລະພາບແຫ່ງຊາດລາວ ມີສະຖານີໂທລະພາບຢູ່ນະຄອນຫຼວງວຽງຈັນ 2 ສະຖານີ

  • ທຊລ1 ອອກອາກາດໂດຍລະບົບ VHF ຊ່ອງ 9 ກຳລັງສົ່ງ 10/2 ກິໂລວັດ ຕັ້ງແຕ່ເວລາ 05:00 ໂມງ ຫາ ເວລາ 23:15 ໂມງ ສາມາດເບິ່ງໄດ້ໃນນະຄອນຫຼວງວຽງຈັນ ແລະໃນຈັງຫວັດໜອງຄາຍຂອງປະເທດໄທ ເນັ້ນລາຍການສາລະຂອງລັດຖະບານ ລາຍການສາລະຄະດີ ຂ່າວ ບັນເທິງທົ່ວໄປ ແລະຍັງເປັນສະຖານີຖ່າຍທອດສົດການປະກາດຜົນລາງວັນຫວຍພັດທະນາໃນວັນຈັນ ແລະວັນພະຫັດ ເວລາ 20:00 ໂມງ
  • ທຊລ3 ເລິ່ມອອກອາກາດໃນປີ 1993 ໂດຍການຮັບທຶນສ້າງຈາກສະຖານີໂທລະພາບຊ່ອງ 3 ປະເທດໄທ ປະຈຸບັນອອກອາກາດໃນລະບົບ UHF ຊ່ອງ 33 ກຳລັງສົ່ງ 20 ກິໂລວັດ ຕະຫຼອດ 24 ຊົ່ວໂມງ ເນັ້ນລາຍການບັນເທິງ ໂດຍສະເພາະລາຍການເພງແລະຮູບເງົາຕ່າງປະເທດ ໂດຍ ທຊລ3 ເຄີຍເປັນສະຖານີຖ່າຍທອດສົດການແຂ່ງຂັນກິລາຊີເກມ ຄັ້ງທີ 25 ເຊິ່ງຈັດຢູ່ນະຄອນຫຼວງວຽງຈັນໃນປີ 2009 ເຮັດໃຫ້ທາງ ສທລ ຕ້ອງຂະຫຍາຍໄລຍະເວລາການອອກອາກາດເປັນມື້ລະ 24 ຊົ່ວໂມງ

ສະຖານີສ່ວນທ້ອງຖິ່ນ ດັດແກ້

ທຊລ ມີສະຖານີໂທລະພາບສ່ວນທ້ອງຖິ່ນ ບໍລິຫານຮ່ວມລະຫວ່າງ ທຊລ ກັບຫ້ອງການປົກຄອງແຂວງ ໂດຍ 1 ແຂວງມີ 1 ຊ່ອງ ສະຖານີໂທລະພາບໃນບັນດາແຂວງຜະລິດລາຍການເອງ ແລະ ນຳລາຍການຈາກ ທຊລ ສ່ວນກາງ

ລາຍການທີມີຊື່ສຽງ ດັດແກ້

ລາຍການຂ່າວ ດັດແກ້

ໃນອະດີດລາຍການຂ່າວອອກອາກາດໃນ 5 ພາກ - ພາກເຊົ້າ ໃນລາຍການ ຂ່າວເຊົ້າອາລຸນວັນໃໝ່ ເວລາ 07:00-08:00 ໂມງ ພາກ 10 ໂມງ ເວລາ 10:00-10:30 ໂມງ ພາກທ່ຽງ ເວລາ 12:00-12:30 ໂມງ ພາກແລງ ເວລາ 18:45-19:30 ໂມງ ແລະພາກເດິກ ເວລາ 22:00-22:30 ໂມງ ໃນປີ 2013 ໄດ້ເພີ່ມລາຍການຂ່າວຕົ້ນຊົ່ວໂມງໃນທຸກຊົ່ວໂມງຕັ້ງແຕ່ເວລາ 10:00 ໂມງ ຫາ 17:00 ໂມງ ແລະຂະຫຍາຍລາຍການຂ່າວເຊົ້າອາລຸນວັນໃໝ່ເປັນ 06:30-08:00 ແລະໃນປີ 2016 ໄດ້ຂະຫຍາຍເປັນ 06:00-08:00

ນອກຈາກລາຍການຂ່າວໃນພາສາລາວ ທຊລ ກໍ່ມີລາຍການຂ່າວໃນພາສາມົ້ງ ພາສາກຶມມຸ ພາສາອັງກິດ ພາສາຝຣັ່ງ ແລະໃນປີ 2016 ໄດ້ເພີ່ມລາຍການຂ່າວໃນພາສາຫວຽດນາມອີກນຳ ໂດຍຂ່າວໃນພາສາມົ້ງແລະກຶມມຸ ປະຈຸບັນອອກອາກາດທຸກມື້ໃນເວລາ 05:00-06:00 ແລະ 18:00-18:45 ຂ່າວພາສາອັງກິດ ພາສາຝຣັ່ງ ອອກອາກາດໃນເວລາ 20:00-20:30 ແລະ 22:30-23:00 ແລະຂ່າວພາສາຫວຽດອອກອາກາດເປັນລາຍການສຸດທ້າຍ ໃນເວລາ 23:00-23:15 ໂມງ

ລາຍການທົ່ວໄປ ດັດແກ້

  • ເພງຍາມບ່າຍ ລາຍການເພງລາວສະໄໝ ອອກອາກາດທາງ ທຊລ3 ທຸກວັນຈັນ-ສຸກ ໃນເວລາ 12:30-13:30 ເລິ່ມອອກອາກາດໃນປີ 2008 ໂດຍມີວາດສະໜາ ໄຊອຸດົມ ເປັນພິທີກອນ
  • ຊ່ອງ 3 ຍາມແລງ ລາຍການເພງລາວສະໄໝ ອອກອາກາດທາງ ທຊລ3 ທຸກວັນຈັນ-ສຸກ ໃນເວລາ 16:00-17:00 ເລິ່ມອອກອາກາດໃນປີ 2008 ໂດຍໃນຍຸກທຳອິດມີ ອານຸລັກ ວີລະວົງ ຫຼືວີເຈນ້ອຍ ເປັນພິທິກອນ
  • 7 ວັນຫັນສາ ລາຍການເພງລາວສະໄໝ ອອກອາກາດທາງ ທຊລ3 ທຸກວັນຈັນ-ສຸກ ໃນເວລາ 17:00-18:00 ເລິ່ມອອກອາກາດໃນປີ 2008 ໂດຍມີສຸດາລັດ ຄຸນມາລາ ເປັນພິທີກອນ ເປັນລາຍການທີ່ໄດ້ຮັບຄວາມນິຍົມສູງສຸດໃນປະເທດລາວ
  • ສານຝັນໃຫ້ເປັນດາວ ລາຍການປະກວດຮ້ອງເພງແບບ Reality show ລາຍການທຳອິດຂອງປະເທດລາວ ອອກອາກາດທາງ ທຊລ

3 ໃນປີ 2011 ຜະລິດໂດຍບໍລິສັດ Lao Art Media ໂດຍອອກອາກາດຂ່າວສານຂອງບັນດາຜູ້ເຂົ້າແຂ່ງຂົນທຸກວັນຈັນ-ສຸກ ເວລາ 20:00-20:15 ໂມງ ແລະອອກອາກາດການຖ່າຍທອດສົດການປະກວດທຸກວັນເສົາແລງ

ພິທີກອນ ດັດແກ້

ລາຍການຂ່າວທຸກລາຍການ, 30ນາທີທີວີລາວ ລາຍການຂ່າວທຸກລາຍການ