ວາຈົກ (ອັງກິດ: voice,ສຽງ) ແມ່ນຄຳປະໂຫຍກຄຳເວົ້າທີ່ມີທັງຄຳໂຕຕັ້ງເປັນຜູ້ກະທຳ, ມີທັງໂຕປະກອບເປັນຜຸ້ກະທຳ ແລະເປັນຄຳຖາມເຈາະຈີ້ມ ແບ່ງອອກເປັນ 4 ວາຈົກ ຄື:

1. ກັດຕຸວາຈົກ (ກັຕຕຸວາຈົກ, active voice)

2. ກຳມະວາຈົກ (ກັມວາຈົກ, passive voice)

3. ເຫຕຸກັດຕຸວາຈົກ (ເຫຕຸກັຕຕຸວາຈົກ, reason active voice)

4. ເຫຕຸກຳວາຈົກ (ເຫຕຸກັມວາຈົກ, reason passive voice)

ກັດຕຸວາຈົກ ດັດແກ້

ກັດຕຸວາຈົກ (active voice) ໝາຍເຖິງຄຳ ຫຼື ປະໂຫຍກທີ່ຄຳໂຕຕັ້ງເປັນຜູ້ກະທຳ ຫຼື ສະແດງໂດຍຕົງເຊັ່ນ:

  • ນັກຮົບເຜົາເມືອງ.
  • ແມວກິນປາຫຼາຍໂຕ.
  • ຂ້ອຍມາລົມນຳເຈົ້າ.

ຄຳວ່າ ນັກຮົບ, ແມວ, ແລະ ຂ້ອຍ ເປັນຄຳໂຕຕັ້ງທີ່ເປັນຜູ້ກະທຳ.

ກຳມະວາຈົກ ດັດແກ້

ກຳມະວາຈົກ (passive voice) ໝາຍເຖິງຂໍ້ຄວາມ ຫຼື ປະໂຫຍກທີ່ຄຳໂຕຕັ້ງເປັນຜູ້ຖືກກະທຳໂດຍໂຕປະກອບ ແລະຈະມີຄຳວ່າ ຖືກ ຫຼື ໂດຍ ເຊັ່ນ:

  • ເມືອງຖືກນັກຮົບເຜົາ ຫຼື ເມືອງຖືກເຜົາໂດຍນັກຮົບ.
  • ປາຫຼາຍໂຕຖືກແມວກິນ ຫຼື ປາຫຼາຍໂຕຖືກກິນໂດຍແມວ.
  • ເຈົ້າຖືກຂ້ອຍມາລົມນຳ.

ເຫຕຸກັດຕຸວາຈົກ ດັດແກ້

ເຫຕຸກັດຕຸວາຈົກ (reason active voice) ໝາຍເຖິງປະໂຫຍກທີ່ຢາກຮູ້ຈັກສາເຫດແຫ່ງການກະທຳຂອງຄຳໂຕຕັ້ງຈະມີຄຳວ່າ ຫຍັງ, ເປັນຫຍັງ, ຍ້ອນຫຍັງ, ຫຼື ເຮັດຫຍັງ ເຊັ່ນ:

  • ເປັນຫຍັງນັກຮົບຈຶ່ງເຜົາເມືອງ ຫຼື ນັກຮົບເຜົາເມືອງເຮັດຫຍັງ.
  • ເປັນຫຍັງແມວຈຶ່ງກິນປາຫຼາຍໂຕ ຫຼື ແມວກິນປາຫຼາຍໂຕເຮັດຫຍັງ.
  • ເປັນຫຍັງຂ້ອຍຈຶ່ງມາລົມນຳເຈົ້າ ຫຼື ຂ້ອຍມາລົມນຳເຈົ້າເຮັດຫຍັງ.

ເຫຕຸກຳມະວາຈົກ ດັດແກ້

ເຫຕຸກຳມະວາຈົກ (reason passive voice) ໝາຍເຖິງປະໂຫຍກທີ່ຢາກຮູ້ຈັກສາເຫດຂອງຜູ້ຖືກກະທຳ ແລະມີຄຳວ່າ ຖືກ ຫຼື ໂດຍ ພ້ອມກັບ ຫຍັງ, ເປັນຫຍັງ, ຍ້ອນຫຍັງ, ຫຼື ເຮັດຫຍັງ ເຊັ່ນ:

  • ເປັນຫຍັງເມືອງຈຶ່ງຖືກນັກຮົບເຜົາ ຫຼື ເປັນຫຍັງເມືອງຈຶ່ງຖືກເຜົາໂດຍນັກຮົບ.
  • ເປັນຫຍັງປາຫຼາຍໂຕຈຶ່ງຖືກແມວກິນ ຫຼື ເປັນຫຍັງປາຫຼາຍໂຕຈຶ່ງຖືກກິນໂດຍແມວ.
  • ເປັນຫຍັງເຈົ້າຈຶ່ງຖືກຂ້ອຍມາລົມນຳ.

ອ້າງອີງ ດັດແກ້

  • ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.