ເລກທີ 44 ຫມາຍ​ເຖີງສິດ​ພື້ນຖານ​ອັນ​ຫນື່ງຂອງ​ພົນລະ​ເມືອງ​ລາວ​ດັ່ງ​ທີ່​ລະບຸ​ໄວ້​ໃນ​ລັດຖະທຳ​ມະນູ​ນ ຂອງ ສ.ປ.ປ ລາວ[ຕ້ອງການອ້າງອີງ] ມາດ ​ຕາ​44 ທີ່​ວ່າ: “ພົນ​ລະ​ເມືອງ​ລາວ​ມີ​ສິດ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ​, ຂີດ​ຂຽນ​, ໂຮມ​ຊຸມ​ນຸມ​, ຈັດ​ຕັ້ງ​ສະ​ມາ​ຄົມ​ແລະ​ເດີນ​ຂະບວນ​ທີ່​ບໍ່​ຂັດ​ກັບ​ລະ​ບຽບ​ກົດ​ໝາຍ​”

ໂດຍ ​ອີງ​ໃສ່​ນະ​ໂຍບາຍ​ຂອງ​ພັກ ແລະ ລັດຖະບານດ້ານ​ຂໍ້​ມູນ​ຂ່າວສານ ແລະ ການ​ສື່ສານ ດັ່ງ​ທີ່​ໄດ້​ລະບຸ​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ (2006-2010), ລາວ 44 ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ພ້ອມ​ທັງ​ຊຸກຍູ້​ການ​ມີ​ສ່ວນ​ ຮ່ວມ​ຂອງ​ປວງ​ຊົນ​ເຂົ້າ​ໃນ​ວຽກງານ​ການປົກ​ປັກ​ຮັກສາ ແລະ ສ້າງສາ​ປະ​ເທ​ດຊາດ ໂດຍ​ການ​ເປັນແຫ​ລ່ງຂໍ້​ມູນ​ຂ່າວສານ​ພາສາ​ລາວ ຂອງທຸກໆຂະ​ແຫນງ​ການ​ທົ່ວ​ປະ​ເທດ ເຊັ່ນ: ກະສິກຳ-ປ່າ​ໄມ້, ສຸຂະພາບ, ການ​ສຶກສາ, ພູມ​ປັນຍາ​ທ້ອງ​ຖີ່​ນ, ບົດບາດ​ຍີ​ງ-ຊາຍ ແລະ ຮວມ​ໄປ​ເຖີງລະບຽບກົດ​ຫມາຍ, ແຜນການ ແລະ ນະ​ໂຍບາຍຕ່າງໆຂ​ອງ ລັດຖະບານ. ຂໍ້​ມູນ​ຂ່າວສານ​ປະກອບມີ​ຫລາຍ​ຮູບ​ຫລາຍ​ສີ​ເຊັ່ນ: ຟ້າຍເອກະສານ, ວິ​ດິ​ໂອ, ຮູບ​ພາບ ແລະ ການ​ສົນທະນາ​ກະທູ້​ຕ່າງໆ ເຊິ່ງຂໍ້​ມູນ​ຂ່າວສານທັງ​ຫມົດ​ເປັນ​ຮູບ​ແບບ​ດິຈີ​ຕ້ອນ.

ລາວ 44 ໄດ້​ຖືກ​ສ້າງ​ຂື້ນ ແລະ ບໍລິຫານ​ຮ່ວມ​ກັນໂດຍອົງການ Helvetas, ອົງການ​ບ້ານ​ຈຸດ​ສູ​ມສາກົນ (VFI), CRWRC, ອົງການ​ມິ​ດຕະພາບ​ເມັນ​ໂນ​ນາຍ (MCC), CIDSE, DED, ອົງການພັດທະນາປະເທດເນເທີແລນ (SNV), ກູ່​ມພັດທະນາບົດບາດ​ຍີ​ງ- ຊາຍ (GDG), ສະມາຄົມພັດທະນາກະສິກຳ ແລະ ສີ່ງແວດລ້ອມແບບຍືືນຍົງ (SAEDA), ສະມາຄົມ ​CKSA, ສະມາຄົມພັດທະນາ ແລະ ຫລຸດຜ່ອນຄວາມທຸກຈົນ (PORDEA), ບໍລິສັດ ທີ່ປຶກສາດ້ານພັດທະນາ & ວິສາຫະກິດ ຈຳກັດ (EDC), ແລະ ສູນອົບຮົມຮ່ວມພັດທະນາ (PADETC) ໂດຍການສະຫນັບສະຫນູນຈາກກອງ​ສົ່ງ​ເສີມ​ກະ​ສິກຳ ແລະ ປ່າ​ໄມ້ (NAFES), ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາ​ດ ແລະ ເຕັກນິກກະ​ສິກຳ ແລະ ປ່າ​ໄມ້ (NAFRI) ແລະ ​ໂຄງການສົ່ງເສີມກະສິກຳ (LEAP).

Website ດັດແກ້

  • Lao44 ມີເອກະສານຫລາຍກ່ວາ 800 ສະບັບ ແລະ ວິດີໂອຫລາຍກ່ວາ 180 ເລື້ອງ