ລະດູຮ້ອນ (ຄຳເຄົ້າ: ຣດູຮ້ອນ[1], ອັງກິດ: Summer, ຝຣັ່ງ: Été) ເປັນລະດູທີ່ມີອາກາດຮ້ອນທີ່ສຸດໃນປີ. ລະດູຮ້ອນໃນເຂດອົບອຸ່ນແລະເຂດໜາວຂອງຊີກໂລກເໜືອ ຈະຢູ່ລະຫວ່າງ ລະດູບານໃໝ່ ແລະ ລະດູໃບໄມ້ຫຼົ່ນ. ໂດຍທົ່ວໄປຈະມີໄລຍະເວລາຕັ້ງແຕ່ 21 ມິຖຸນາ ຫາ 21 ກັນຍາ ຂອງທຸກປີ. ໃນລະດູຮ້ອນກາງວັນຈະຍາວນານກວ່າກາງຄືນ ໂດຍຄວາມຍາວຂອງວັນຈະເລີ່ມລຸດລົງເມື່ອ ລະດູຜ່ານ ປາກົດການ ອາຍັນ ວັນທີ່ເລີ່ມຕົ້ນຂອງລະດູຮ້ອນໃນແຕ່ລະພື້ນທີ່ມີຄວາມແຕກຕ່າງກັນ ຕາມສະພາບແວດລ້ອມ ສັງຄົມ ແລະ ວັດທະນະທຳ.

ອ້າງອີງ ດັດແກ້

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.