ມຸກດາວັນ ສັນຕິພອນ


ມຸກດາວັນ ສັນຕິພອນ Moukdavanyh Santiphone - ສາວນັກຮ້ອງບ້ານທົງ ໝໍລຳບ້ານນາ ເຈົ້າຂອງຜົນງານເພງ ມົນຮັກບ່າວເມືອງວັງ , ສຽງແຄນແທນໃຈ , ເອີ້ນອ້າຍໃສ່ໝໍ້ໜຶ້ງ , ບ່າວທ່າແຂກ ສາວສະຫວັນ.

ມຸກດາວັນ ສັນຕິພອນ
ຊື່ເກີດມຸກດາວັນ ສັນຕິພອນ
ຊື່ຫຼິ້ນ/ເປັນທີ່ຮູ້ຈັກນັກຮ້ອງບ້ານທົ່ງ ອີເລັກໂທນບ້ານນາ
ເກີດ6 ມິຖຸນາ ຄ.ສ. 1997
ບ້ານທາດອີງຮັງ
ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ
ປະເພດລູກທົ່ງບ້ານນາ ໝໍລຳ
ອາຊີບນັກຮ້ອງ
ຄ່າຍກ້ວຍສຸກຂຽວ

ເກີດມື້ວັນທີ 02/06/1997 ໃນຄອບຄົວປະກອບອາຊີບຊາວນາ ພໍ່ຊື່ ສັນຕິໄຊ ສັນຕິພອນ ແມ່ຊື່ ສົມໝາຍ ສັນຕິພອນ ເປັນລູກສາວຫລ້າ ໃນຈຳນວນລູກ 6 ຄົນ ເປັນຊາວບ້ານ ບ້ານທາດອີງຮັງ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ສປປ.ລາວ


ມຸກດາວັນ ສັນຕິພອນ ໄດ້ມີໂອກາດຮ້ອງເພງຍ້ອນວ່າ ໃນມື້ຊ້ອມວົງ ຂອງ ວົງດົນຕີອີເລັກໂທນກ້ວຍສຸກຂຽວ ຂາດນັກຮ້ອງ ໃນມື້ນັ້ນ ມຸກດາວັນ ສັນຕິພອນ ໄດ້ນັ່ງຢູ່ນັ້ນ ພໍ່ສັນຕິໄຊ ສັນຕິພອນ ພໍ່ມຸກດາວັນ ສັນຕິພອນ ຈຶງໄດ້ບອກໃຫ້ ມຸກດາວັນ ສັນຕິພອນ ລອງຮ້ອງເບິ່ງ ແລະກະເຫັນວ່າຮ້ອງໄດ້ດີພໍສົມຄວນ ນັບແຕ່ນັ້ນມາ ມຸກດາວັນ ສັນຕິພອນ ກະໄດ້ຮ້ອງປະຈຳໃນວົງດົນຕີ ກ້ວຍສຸກຂຽວ.


ຜົນງານ - ນັບແຕ່ເລີມຮ້ອງເພງກະໄດ້ເຂົ້າປະກວດຮ້ອງເພງ ແຕ່ອາຍຸ 5 ປີ ມີໄດ້ລາງວັນກະຫລາຍລາງວັນ ໃນປີ 2008 ມຸກດາວັນ ສັນຕິພອນ ໄດ້ມີໂອກາດເປັນສະມາຊິກສະໂມສອນວັດທະນະທຳ ແຂວງສະຫວັນນະເຂດ ໃນວຽກການຮ້ອງ ການລຳ


ໃນປີ 2010 ມຸກດາວັນ ສັນຕິພອນ ໄດ້ມີໂອກາດເປັນສະມາຊິກນັກສະແດງ ແຂວງສະຫວັນນະເຂດ ຮັບໃຊ้ ງານສະຫລອງນະຄອນຫຼວງວຽງຈັນຄົບຮອບ 450 ປີ ໃນວຽກການຮ້ອງ ການລຳຄອນສະຫວັນ ລຳຜູ້ໄທ

ແລະໄດ້ສະແດງໃນງານບຸນປະຈຳປີ ງານນະມັດສະການພຮະທາດຫລວງ ງານນະມັດສະການພຮະທາດອີງຮັງ ແລະງານປະເພນີຕ່າງໆຂອງສະມາຊິກສະໂມສອນວັດທະນະທຳ ແຂວງສະຫວັນນະເຂດ ທັ້ງໃນແລະຕ່າງປະເທດ.


ຜົນງານ - ໃນດ້ານການບັນທຶກສຽງ ວີຊີດີ ດີວີດີ.

ຜົນງານຊຸດທຳອິດທີ່ ມຸກດາວັນ ສັນຕິພອນ ໄດ້ບັນທຶກສຽງ ຊື່ ຊຸດ ຊຳລະແຜໃຈ ຮ້ອງລວມໝູ່ 4 ຄົນ ເພງທີ່ໄດ້ຮັບການຍອມຮັບ - ເພງໄຫວບໍ່ພໍ່


ຜົນງານຊຸດທີ່ 2 ມຸກດາວັນ ສັນຕິພອນ ໄດ້ບັນທຶກສຽງ ຊື່ ຊຸດ ບ່າວທ່າແຂກ-ສາວສະຫວັນ ຮ້ອງຄູ່ ເພງທີ່ໄດ້ຮັບການຍອມຮັບ - ເພງບ່າວທ່າແຂກ-ສາວສະຫວັນ,ເພງເພຶ່ນມິມັກຂ່ອຍ


ຜົນງານຊຸດທີ່ 3 ມຸກດາວັນ ສັນຕິພອນ ໄດ້ບັນທຶກສຽງ

ຊື່ ຊຸດ ມົນຮັກບ່າວເມືອງວັງ ຮ້ອງດ່ຽວ ເພງທີ່ໄດ້ຮັບການຍອມຮັບ - ເພງເອີ້ນອ້າຍໃສ່ໝໍ້ໜຶ້ງ , ເພງສຽງແຄນແທນໃຈ , ເພງມົນຮັກບ່າວເມືອງວັງ



ໃນປີ 2014 ມຸກດາວັນ ສັນຕິພອນ ໄດ້ມີໂອກາດ ເຂົ້າຮອບ ລາງວັນດວງຈຳປາ Lao music award 2014 ແລະໄດ້ຮັບລາງວັນ ສາຂາ ນັກຮ້ອງລູກທົ່ງບ້ານນາ ຍິງດີເດ່ນ


ໃນປັດຈຸບັນ ມຸກດາວັນ ສັນຕິພອນ ກະຍັງເປັນ ສາວນັກຮ້ອງບ້ານທົງ ໝໍລຳບ້ານນາ ປະຈຳວັງດົນຕີອີເລັກໂທນກ້ວຍສຸກຂຽວ ໃຊ້ຊີວິດເປັນຊາວບ້ານ ບ້ານທາດອີງຮັງ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ສປປ.ລາວ

ແຫຼ່ງຂໍ້ມູນອື່ນ ດັດແກ້

ທ່ານສາມາດຕິດຕໍ່ ແລະຕິດຕາມຜົນງານ ມຸກດາວັນ ສັນຕິພອນ ທາງ facebook ແລະ facebook fanpage

ຫາກທ່ານຕ້ອງການ ຕິດຕາມຜົນງານ ໄດ້ທາງ Youtube KZK OFFICIAL MV