ພະບາງ ເປັນພະພຸດທະຮູບປາງຫ້າມທະເລ ສູງສອງສອກເຈັດນິ້ວ (ປະມານ 1.14 ແມັດ) ຫລໍ່ດ້ວຍທອງສຳລິດ (ທອງຄຳປະສົມ 90 ເປີເຊັນ) ໂດຍມີພຸດທະລັກສະນະຄື ປະທັບຍືນຍົກພະຫັດຂຶ້ນ ນິ້ວພະຫັດລຽບສະເໝີກັນ ພະພັກຂ້ອນຂ້າງເປັນຮູບສີ່ຫລ່ຽມ ພະນະລາດກວ້າງ ພະຂະໜົງເປັນຮູບປີກກາ ພະເນຕົນລຽວ ພະນາສິກຂ້ອນຂ້າງແບນ ພະໂອດບາງ ພະສຽນ ແລະ ພະເກດມາລາກ້ຽງ ສຳລັບສວມເຄື່ອງຊົງປັ້ນພະອົງນ້ອຍ ພະໂສພີໃຫຍ່ ຄອງຈີວົນຫົ່ມຄຸມ ແລເຫັນແຖບົດບົງ ແລະ ໜ້ານາງ.

ພະບາງ

ຕາມຕຳນານວ່າ ພະເຈົ້າກຸງອິນທະປັດ ຫລື ກຳປູເຈຍ ໄດ້ມາຈາກລັງກາທະວີບ ພະອໍລະຫັນ ນາມວ່າ ຈຸນນາກຄະເຖລະ ເປັນຜູ້ຫລໍ່ຂຶ້ນ 107 ປີ ກ່ອນ ຄ.ສ ໂດຍອັນເຊີນພະບໍລົມສາລີລິກະທາດ ມາປະດິດສະຖານ ໃນອົງພະບາງ ເຖິງຫົກຕຳແໜ່ງ ວັດຖຸທີ່ໃຊ້ ຫລໍ່ເປັນຄຳ ປະສົມທອງແດງ ແລະ ເງີນ ໂດຍມີເນື້ອຄຳເຖິງ 90%.

ຈົນເມື່ອ ຄ.ສ 1359 ພະເຈົ້າຟ້າງຸ່ມ ກະສັດແຫ່ງອານາຈັກລ້ານຊ້າງ ຊຶ່ງມີຄວາມກ່ຽວພັນທາງເຄືອຍາດ ກັບພະເຈົ້າກຸງຂະເໝນ ໄດ້ຕີເມືອງຊຽງດົງຊຽງທອງແລ້ວ ມີພະຣາຊະ ປະສົງທີ່ຈະເຜີຍແຜ່ພະພຸດທະສາດສະຫນາ ໃຫ້ປະດິດສະຖານຫມັ້ນຄົງ ໃນພະຣາຊະອານາຈັກ ຈຶ່ງໄດ້ທູນຂໍພະບາງຕໍ່ ພະເຈົ້າກຸງອິນທະປັດ ຊຶ່ງເປັນພໍ່ເຖົ້າ ເພື່ອມາປະດິດສະຖານ ທີ່ເມືອງຊຽງທອງ ອັນເປັນນະຄອນຫລວງ ຂອງອານາຈັກລ້ານຊ້າງໃນຂະນະນັ້ນ

ແຕ່ເມື່ອອັນເຊີນພະບາງມາໄດ້ເຖິງ ເມືອງວຽງຄຳ ເພື່ອໜີເສີກກັບພະມ້ານັ້ນ ກໍມີເຫດອັດສະຈັນຂຶ້ນ ຈົນບໍ່ສາມາດເດິນທາງຕໍ່ໄປໄດ້ ພະບາງຈຶ່ງໄດ້ປະດິດສະຖານຢູ່ທີ່ເມືອງນີ້ ຈົນເຖິງ ຄ.ສ 1512 ອັນເປັນສະໄໝຂອງພະເຈົ້າວິຊຸນນະຣາດ ຜູ້ຊຶ່ງເຄຍເປັນເຈົ້າເມືອງວຽງຄຳມາກ່ອນ ຄັ້ນປີ ຄ.ສ 1560 ພະເຈົ້າໄຊຍະເຊດຖາທິລາດ ຍ້າຍເມືອງຫລວງລົງມາ ວຽງຈັນ ພ້ອມໄດ້ອັນເຊີນພະແກ້ວມໍລະກົດ ມາວຽງຈັນນຳ ຈຶ່ງສາມາດນຳເອົາພະບາງ ຂຶ້ນໄປປະດິດຖານໄວ້ ທີ່ວັດວິຊຸນນະຣາດ ໃນນະຄອນຊຽງທອງຕໍ່ໄປ ພ້ອມກັບປ່ຽນຊື່ເມືອງຊຽງທອງ ເປັນນະຄອນຫລວງພະບາງ ເຮັດໃຫ້ເມືອງຊຽງທອງຖືກເອີ້ນວ່າ ຫລວງພະບາງ ນັບແຕ່ນັ້ນເປັນຕົ້ນມາ.

ຕໍ່ມາໃນສະໄໝ ທີ່ ສົມເດັດພະເຈົ້າຕາກສິນມະຫາລາດ ໄດ້ຍົກທັບເຂົ້າຍຶດຄອງອານາຈັກລ້ານຊ້າງໄວ້ໄດ້ ຈຶ່ງໄດ້ອາລາດທະນາພະບາງ ພ້ອມທັງພະແກ້ວມໍລະກົດ ລົງມາປະດິດສະຖານ ທີ່ກຸງທົນບຸລີ ຕໍ່ມາໃນສະໄໝພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ຈຶ່ງໄດ້ພະຣາຊະທານ ພະບາງຄືນໃຫ້ແກ່ລ້ານຊ້າງດັ້ງເດີມ ສ່ວນພະແກ້ວມໍລະກົດນັ້ນ ປະດິດສະຖານຢູ່ທີ່ວັດພະແກ້ວໃນປະຈຸບັນ .