ນ້ຳຕົກຕາດຄອນພະເພັງ

ນໍ້າຕົກຕາດຄອນພະເພັງ ແມ່ນໜື່ງໃນບັນດາສະຖານທີ່ ນໍ້າຕົກຕາດທີ່ກວ້າງໃຫຍ່ທີ່ສຸດ ແລະ ມີແມ່ນໍ້າຂອງໄຫຼຜ່ານ ເປັນບໍລິເວນກວ້າງເຖິງ 14 ກິໂລ ແມັດ.ມີນໍ້າຕົກທີ່ສູງ ແລະ ແຮງທີ່ໜ້າປະທັບໃຈທີ່ສຸດ ໂດຍສະເພາະໃນລະດູຝົນ ກະແສນໍ້າຈະໄຫຼຄົດລ້ຽວ ແລະ ໂຫດຮ້າຍ. ນໍ້າຕົກຕາດແຫ່ງນີ້ ແມ່ນໄດ້ຖືກສະຖາປະນາໃຫ້ເປັນ ນໍ້າຕົກຕາດທີ່ໃຫຍ່ທີ່ສຸດ ທາງດ້ານບໍລິມາດ ຢູ່ໃນອາຊີຕາເວັນອອກສຽງ ໃຕ້. ນອກຈາກຄວາມສວຍງາມຂອງ ນໍ້າຕົກຄອນພະເພັງ ທີ່ເຕັມໄປດ້ວຍໂງ່ນຫີນສະຫຼັບຢາຍກັນແລ້ວ ກໍ່ຍັງມີພາບການທຳ ມາຫາກິນ ຂອງຊາວບ້ານຄື: ເຕັກນິກວິທີຈັບປາແບບດັ່ງເດີມ. ນອກນັ້ນ ຍັງມີສະຖານທີ່ນໍ້າຕົກຕາດ ທີ່ໜ້າປະທັບໃຈອີກແຫ່ງ ໜື່ງຊື່ວ່າ: ຫຼີ່ຜີ,ຊຶ່ງສາມາດ ເຂົ້າໄປໄດ້ທາງເຮືອ ຈາກບ້ານນາກະສັງໄປ. ຖ້າໂຊກດີກໍ່ອາດຈະເຫັນປາຂ່າ ໂລມານໍ້າຈືດ ທີ່ລອຍ ຫຼີ້ນໃນແມ່ນໍ້າຂອງ.ເມື່ອໄປເຖີງດອນຄອນ ກໍ່ໄປເບິ່ງຫົວລົດໄຟເກົ່າ ໃນສະໄໝຝຣັ່ງເຂົ້າມາປົກຄອງ. ສະຖານທີ່ຕ່າງໆ ທັງໝົດ ແມ່ນສະດວກໃນການເຂົ້າໄປຮອດໄປເຖິງ ແລະ ຄຸ້ມຄ່າໃນການທ່ອງທ່ຽວ.ຖ້າຈະຢຸດພັກຍາວ ກໍ່ມີເຮືອນພັກແບບລາວໆ ໃຫ້ພັກເຊົາ.

Commons:Category
Commons:Category