ອ່ານແລ້ວ ມີປະໂຫຍດ ເລີຍເອົາມາ ໃຫ້ພີ່ນ້ອງອ່ານນໍາ

1 ຄົນໃຫ້ຄະແນນ: 5

ທ່ານໄດ້ໃຫ້ຄະແນນແລ້ວ: 5


1. ຢ້ານລູກມີເພດສຳພັນໃນໄວຮຽນ

   * ບໍ່ຢາກໃຫ້ເກີດ ຕ້ອງເອົາປັນຍາໃສ່ໃນມືລູກ
   * ໃຫ້ເງິນລູກໜອ້ຍໆ ໃຫ້ຄວາມຮູ້ແກ່ລູກຫຼາຍໆ
   * ດ່າລູກໜອ້ຍໆ ໃຫ້ຄຳສອນລູກຫຼາຍໆ

2. ໄຫວ້ພຣະຂໍພອນອີ່ຫຍັງດີ

   * (1) ຂໍຢ່າໃຫ້ໂລບຈົນບໍ່ມືນຫູມືນຕາ
   * (2) ຂໍຢ່າໃຫ້ໃຈຮ້າຍຈົນທຳຮ້າຍໂຕເອງ
   * (3) ຂໍຢ່າໃຫ້ຫຼົງຈົນບໍ່ຮູ້ດີຮູ້ຊົ່ວ
   * (4) ຂໍຢ່າໃຫ້ຕາຍໃນສົງຄາມລະຫວ່າງຄົນເຮົານຳກັນ

3. ອຸກໃຈກັບປັນຫາຫຼາຍຢ່າງຊິເຮັດຈັ່ງໃດດີ

   * ປາທີ່ຍັງບຕາຍຢູ່ ຍ່ອມຮູ້ທີ່ຈະລອຍຕ້ານນ້ຳ
   * ສ່ວນປາທຕາຍມັກໄຫຼໄປຕາມນ້ຳ
   * ປັນຫາເຮັດໃຫ້ຄົນທຳມະດາຍອມແພ້ ແຕ່ເຮັດໃຫ້ຄົນທມີປັນຍາລຸກຂື້ນມາແກ້ໄຂ

4. ຜິດກັບແຟນຈົນບໍ່ມີສະມາທິເຮັດວຽກ

   * ວຽກສ່ວນວຽກ ແຟນສ່ວນແຟນ
   * ຮູ້ຈັກແບ່ງເວລາໃຫ້ວຽກ ຮູ້ຈັກແບ່ງເວລາໃຫ້ແຟນ
   * ຢ່າເສຍວຽກຍ້ອນແຟນ ຢ່າເສຍແຟນຍ້ອນວຽກ

5. ໃຈຮ້າຍ ຖືກໝູ່ເວົ້າຂວັນ

   * ໂບຮານເພນວ່າບໍ່ມີໃຜເຕະໝາທີ່ຕາຍແລ້ວ
   * ເຈົ້າຖືກເວົ້າຂວັນສະແດງວ່າເຈົ້າຍັງມີຄວາມໝາຍ
   * ເຈົ້າເປັນຄົນໂຊກດີ ຢູ່ດີໆກະມີແວ່ນແຍງວິເສດສະທ້ອນຄວາມຂີ້ຮ້າຍ ໃຫ້ເຫັນຈຸດບົກຜ່ອງຂອງໂຕເອງ

6. ຈັບໄດ້ວ່າແຟນມີກິກເຮັດຈັ່ງໃດດີ

   * (1) ຖາມໂຕເອງວ່າເຮົາດີກັບເຂົາພໍຫຼືບໍ່
   * (2) ລະຫ່ວາງເຮົາກັບກິກ ມີຂໍ້ດີຂໍ້ເສຍຕ່າງກັນບ່ອນໃດ
   * (3) ຖາມແຟນວ່າຊິເລືອກໃຜກໍ່ໃຫ້ເລືອກໄວໆ ບໍ່ຮັກຂ້ອຍຢ່າເຮັດໃຫ້ຂ້ອຍຕອງເສຍເວລາ

7. ຖືກເພື່ອນຮ່ວມງານຍາດຊິງເອົາຫນາເຮັດແນວໃດດີ

   * ເຂົາຍາດຈາກເຮົາໄດ້ພຽງແຕ່ຜົນງານເທົ່ານັ້ນ ແຕ່ເຂົ້າບໍ່ສາມາດຍາດຄວາມຮູ້ແລະຄວາມສາມາດໄປຈາກເຮົາໄດ້

8. ວຽກຫຼາຍໂພດເຮັດແນວໃດດີ

   * 1) ຮູ້ວ່າວຽກຫຼາຍຕ້ອງຟ້າວເຮັດ
   * (2) ຢ່າເກັບວຽກຂ້າມປີຂ້າມຊາດ
   * (3) ລຽງລຳດັບຄວາມສຳຄັນຂອງວຽກ ສຳຄັນກ່ອນໃຫ້ຟ້າວເຮັດ ສຳຄັນໜ້ອຍຄ່ອຍທະຍອຍເຮັດ

9. ເຮັດວຽກດີມີແຕ່ຄົນອິດສາຊິຮັບມືແນວໃດດີ

   * ໂບຮານເພນວ່າ ໄມ້ໃຫ່ຍຍ່ອມຖືກຂວານຄົມຟັນໃຫລມ
   * ຄົນເດັ່ນຕ້ອງມີຄົນດ່າ ຄົນມີປັນຍາຈຶ່ງມີຄົນລອງດີ
   * ຄົນເຮັດວຽກດີຈຶ່ງມີຄົນອິດສາ ປະກົດການເຊັ່ນວ່ານີ້ ເປັນຂອງທຳມະດາ ເຮັດວຽກດີຈົນມີຄົນອິດສາ
   * ຍັງດີກ່ວາເຮັດວຽກບໍ່ດີ ທີ່ຖ້າອິດສາຫມູ່

10. ເຮັດວຽກເກືອບຕາຍ ເງິນບໍ່ພໍໃຊ້ເຮັດແນວໃດດີ

   * (1) ຫາວຽກໃໝ່
   * (2) ລົດຄວາມຕ້ອງການໃຫ້ໜ້ອຍລົງ ຢູ່ກັບຄວາມຈິງໃຫ້ຫຼາຍຂນ
   * (3) ບໍລິໂພກປັດໃຈສີ່ ໂດຍເບງປະໂຫຍດ ຢ່າເບງເພອປະດັບ
   * (4) ເຮັດບັນຊີລາຍຮັບລາຍຈ່າຍ ຮັບຫຼາຍກ່ວາຈ່າຍຈຶ່ງຖືວ່າດີ ຈ່າຍຫຼາຍກ່ວາຮັບຖືວ່າບໍ່ດີ

11. ຖືກນາຍດ່າອາລົມບໍ່ດີ

   * ຄົນທີ່ດ່າຄົນອື່ນສະທ້ອນໃຫເຫັນວ່າລະບົບພາຍໃນກຳລັງເສຍ
   * ຄົນອາລົມບດີເພາະຖືກດ່າ ສະແດງວ່າອາລົມຂອງໂຕເອງກກຳກັງເສຍໄປນຳ

12. ໄຖ່ຊີວິດງົວໄດ້ບຸນຫຼາຍບໍ່

   * ຖ້າໄຖ່ແລ້ວງົວມີຊີວິດລອດ ເຈົ້າໄດ້ບຸນ ແຕ່ຫາກໄຖ່ໄປເພື່ອເຮັດໃຫ້ວັດຢູ່ລອດ ເຈົ້າໄດ້ບາບ
   * ແທນທີ່ຈະໄຖ່ງົວຄວາຍ ເຈົ້າຄວນໄຖ່ຖອນໂຕເອງໃຫ້ພົ້ນຈາກຄວາມໂລບ ໂກຼດ ຫລົງ ດີກ່ວາ

13. ແຟນຕິດໜັງເກົາຫຼີ ເບິ່ງໜົດຄືນບໍ່ຍອມນອນ

   * ຂໍໃຫ້ຄິດວ່າຢ່າງໜ້ອຍລາວຍັງນັ່ງເບິ່ງຢູໃນເຮືອນ ເຖິງລາວຈະຕິດໜັງເກົາຫຼີ ກະຍັງດີກ່ວາຕິດຜູ້ບ່າວທີ່ຢູນອກເຮືອນ

14. ລູກຄ້າລຳລິລຳໄລເຮັດແນວໃດດີ

   * ມີລູກຄ້າລຳລິລຳໄລຍັງດີກ່ວາໝົດມື້ບໍ່ມີລູກຄ້າເຂົ້າມາ ລູກຄ້າລຳລິລຳໄລໄດ້ ແຕ່ເຈົ້າຕ້ອງເຮັດໃຫ້ເຂົາປະທັບໃຈຕະຫຼອດ

15. ໄປງານວັນເກີດຄວນໄດ້ອີຫຍັງ

   * (1) ໄດຖາມໂຕເອງວ່າເຮົາເກີດມາເພື່ອຫຍັງ
   * (2) ໄດຖາມໂຕເອງວ່າເກີດມາຈາກໃຜ
   * (3) ໄດຖາມໂຕເອງວ່າເຮົາກະຕອບແທນບຸນຄຸນຕໍ່ຜູ້ໃຫ້ກຳເນີດແລ້ວຫຼືຍັງ

16. ສວດມົນບົດໃດດີ

   * (1) ສວດພຸດທະຄຸນເພື່ອເຕືອນວ່າ ຈົ່ງເປັນຜູ້ຕື່ນ
   * (2) ສວດທຳມະຄຸນເພື່ອເຕືອນວ່າ ຈົ່ງເວັ້ນສິ່ງທີ່ຄວນເວັ້ນ ຈົ່ງເຮັດສິ່ງທີ່ຄວນເຮັດ
   * (3) ສວດສັງຂະຄຸນເພື່ອເຕືອນວ່າ ພຣະອະຣະຫັນທີ່ແທ້ ຄືພໍ່ກັບແມ່ທີ່ຢູ່ໃນເຮືອນຂອງເຮົານັ້ນເອງ

17. ຜົວບໍ່ສົນໃຈທັມມະເລີຍເຮັດແນວໃດດີ

   * (1) ເຮົາຄວນມີທັມມະໃຫ້ເຂົາເບິ່ງ
   * (2) ເຮົາຄວນຢູ່ໃຫ້ເຂົາເຫັນ
   * (3) ເຮົາຄວນສະຫງົບເຢັນໃຫ້ເຂົາໄດ້ສຳຜັດ ເພາະ ໜຶ່ງການກະທຳສຳຄັນກ່ວາພັນຄຳເວົ້າ

18. ມີຄົນຂັບລົດຕັດໜ້າ ໃຈຮາຍແຮງ ເຮັດແນວໃດດີ

   * (1) ບອກໂຕເອງສະເໝີວ່າ ໃຈຮາຍຄືໂງ ໂມໂຫຄືບ້າ ດ່າຄືມານ ຣະຣານຄືບາບ
   * (2) ປ່ຽນການການດ່າເປັນການແຜ່ເມດຕາໃຫ້ເຂົາເຖິງຈຸດໝາຍໂດຍປອດໄພ
   * (3) ເຕືອນໂຕເອງໄວ້ວ່າ ຢ່າຂັບລົດຕັດໜ້າຄົນອນ ເພາະອາດມີອັນຕະລາຍຮອບດ້ານ

19. ຢູ່ໃນກຸ່ມພວກມັກເວົ້າຂວັນຊິຕີໂຕອອກຫ່າງດີບໍ່

   * ທ່ານພຸດທະທາດກ່າວວ່າ ຄົນມັກເວົ້າຂັວນແມ່ນຄົນທີ່ມັກກິນຂອງເນົ່າ ຖ້າເຮົາຮ່ວມກຸ່ມໄປກັບເຂົາ ສະແດງວ່າເຮົາເອງກະມັກກິນຂອງເນົ່າຄືກັນ

20. ເປັນຫຍັງຕ້ອງພົບພໍ້ກັບສິ່ງທີ່ບໍ່ມັກຕະຫຼອດ

   * ຜູ້ຮູ້ບອກວ່າ ສິລລະປິນຢ່າດູມິ່ນສິລລະປະ ກອງຂີ້ເຫຍອເບິ່ງດີໆຍັງມີສິລ ດັ່ງນັ້ນສິ່ງໃດທີ່ເຈົ້າບໍ່ມັກ ຍ່ອມມີແງ່ມຸມທີ່ເຈົ້າມັກຢ່າງແນ່ນອນ ເບິ່ງຢ່າງລະອຽດຈະເຫັນວ່າ ໃນດີມີເສຍ ໃນເສຍມີດີ