ຕົ້ນທຶນໂອກາດ

ໃນ ເສດຖະສາດ, ຕົ້ນທຶນໂອກາດ(opportunity cost) ແມ່ນ ຕົ້ນທຶນ ຂອງ ໂອກາດທີ່ເສຍໄປໃດໜຶ່ງ (ແລະ ຜົນປະໂຫຍດທີ່ອາດຊິໄດ້ມາ ຈາກ ໂອກາດທີ່ເສຍໄປນັ້ນ), ຫຼື ໂອກາດເສຍໄປທີ່ມີຄຸນຄ່າສູງສຸດ. ຕົວຢ່າງ: ຖ້າ ແຂວງ ໃດໜຶ່ງຕັດສິນໃຈສ້າງ ໂຮງໝໍ ຫຼັງໜຶ່ງ ຢູ່ ດິນຫວ່າງຂອງຕົນເອງນັ້ນ, ຕົ້ນທຶນໂອກາດ ແມ່ນ ສິ່ງທີ່ຊິສາມາດເຮັດໄດ້ ຈາກ ດິນຫວ່າງຕອນນັ້ນ ແລະ ທຶນກໍ່ສ້າງໂຮງໝໍນັ້ນ. ເຊັ່ນ ເມື່ອສ້າງໂຮງໝໍ ແຂວງກໍ່ຊິເສຍໂອກາດສ້າງ ສູນກິລາ ຫຼື ບ່ອນຈອດລົດ ລວມທັງລາຍໄດ້ເຊິ່ງອາດຊິໄດ້ມາຈາກມັນນັ້ນ.