ຈາກຕົວເມືອງໄລຍະທາງປະມານ 15 ກິໂລແມັດ ໄປຕາມເສັ້ນທາງສາຍຫລວງພະບາງ - ວຽງຈັນ (ຖະໜົນເລກທີ 13 ເໜືອ) ບໍລິເວນປາກທາງເຂົ້າຈະມີປ້າຍຂະໜາດໃຫຍ່ບອກລ້ຽວຊ້າຍ (ຫາກມາຈາກຕົວເມືອງຫລວງພະບາງ) ໄປຕາມຖະໜົນເສັ້ນດັ່ງກ່າວຈົນມາເຖິງບ່ອນຈອດລົດຂອງຫມູ່ບ້ານທີ່ມີຊື່ວ່າ"ເຮືອນແອນ" ຊຶ່ງຈະຕ້ອງຝາກລົດໄວ້ບ່ອນນີ້ ແລ້ວຈຶ່ງຍ່າງຕີນຕໍ່ໄປອີກປະມານ 100 ແມັດ ເພື່ອຈະນັ່ງເຮືອຕໍ່ ໃຊ້ເວລາໃນການນັ່ງເຮືອໄປຕາມແມ່ນ້ຳຄານ ອີກປະມານ 10 ນາທີ ກໍຈະແນມເຫັນທ່າເຮືອດ້ານຂວາມື ລົງຈາກເຮືອແລ້ວຍ່າງຕີນອີກປະມານ 200 ແມັດ ກໍຈະເຖິງ ນ້ຳຕົກຕາດແສ້ ນ້ຳຕົກຕາດແສ້ ເປັນນ້ຳຕົກຫີນປູນຂະໜາດກາງ ຊັ້ນຂອງນ້ຳຕົກອາດບໍ່ສູງຊັນເທົ່າໃດເມື່ອທຽບກັບນ້ຳຕົກຕາດກວາງຊີ ແຕ່ຄວາມສວຍງາມຂອງນ້ຳຕົກຕາດແສ້ ນີ້ຢູ່ກົງກັບສາຍນ້ຳທີ່ໄຫລມາຕາມລານຫີນກວ້າງຊັບຊ້ອນລົງມາເປັນຊັ້ນໆ ລົງສູ່ແອ່ງເບື້ອງລຸ່ມເຫມືອນເປັນສະລອຍຕາມທຳມະຊາດຂະໜາດໃຫຍ່ ເໝາະແກ່ການລົງຫລິ້ນນ້ຳເປັນຢ່າງຍິ່ງ ໂດຍສະເພາະໃນຊ່ວງລະດູຝົນຊຶ່ງຈະມີນ້ຳຫລາຍເປັນພິເສດ ນອກຈາກນັ້ນບໍລິເວນຮອບນອກຂອງຕົວນ້ຳຕົກຍັງມີສະຖານທີ່ສຳລັບຈັດສະແດງ ໂຊຊ້າງແສນຮູ້ ຊຶ່ງການສະແດງຈະມີ 2 ຮອບ / ມື້ ຄືໃນເວລາ 11:00 ແລະ 15:00 ແລະ ຫາກນັກທ່ອງທ່ຽວທ່ານໃດທີ່ມັກການຜະຈົນໄພແບບກາງແຈ້ງ ກໍສາມາດຂີ່ຊ້າງຊົມຄວາມງາມຂອງສະພາບປ່າໂດຍຮອບໄດ້ດ້ວຍເຊັ່ນກັນ ທາງດ້ານຂ້າງຕິດກັບນ້ຳຕົກຕາດແສ້ ມີຮ້ານອາຫານຕາມສັ່ງໄວ້ຄອຍຖ້າບໍລິການອີກດ້ວຍ.