ນ້ຳຕົກຕາດນ້ຳ ກັດເມືອງໄຊຈະເປັນອີກແຫລ່ງທ່ອງທ່ຽວຫນຶ່ງທີ່ຈະໄດ້ຮັບການພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວຢ່າງເປັນລະບົບນັບແຕ່ນີ້ຮອດປີ 2015 ເຊິ່ງຈະໄດ້ມີການປັບ ປຸງ ແລະ ກຳນົດບຸລິມະສິດເຂດພື້ນທີ່ອະນຸລັກທັງສ້າງສິ່ງອຳນວຍຄວາມສະດວກບາງສ່ວນໃຫ້ແທດ ເຫມາະໂດຍຈະຮັກສາສິ່ງແວດລ້ອມໃນບໍລິເວນຕາດນ້ຳກັດໄວ້ຄືເກົ່າ. ນ້ຳຕົກຕາດນ້ຳ ກັດເປັນຕາດທີ່ມີຄວາມງົດງາມແຫ່ງຫນຶ່ງຢູ່ໃນແຂວງອຸດົມໄຊຫ່າງຈາກເທດສະບານແຂວງປະມານ 20 ກິໂລແມັດ ຢູ່ເຂດບ້ານກັດ ແລະ ບ້ານແຟນເມືອງໄຊ ນອນຢູ່ໃນເຂດອະນຸລັກຫົວ ນ້ຳກັດ ມີເນື້ອທີ່ 19 ພັນ 700 ເຮັກຕາໃນແຕ່ລະປີຈະມີນັກທ່ອງທ່ຽວເຂົ້າມາຫລາຍກວ່າ 20% ຂອງນັກທ່ອງທ່ຽວທັງຫມົດທີ່ມາທ່ຽວຊົມເມືອງໄຊເນື່ອງຈາກສະຖານທີ່ແຫ່ງນີ້ຍັງມີທຳມະ ຊາດອັນອຸດົມສົມບູນ ແລະ ສວຍງາມກົມກືນກັບນ້ຳຕົກຕາດທີ່ໂອບລ້ອມດ້ວຍທຳມະຊາດປ່າໄມ້ອາຍຸນັບຮ້ອຍປີ.

ຜົນຈາກການທ່ອງທ່ຽວຈິ່ງເຮັດໃຫ້ປະຊາຊົນເຂດບ້ານໃກ້ຄຽງມີລາຍຮັບຈາກການຂາຍ ເຄື່ອງຫັດຖະກຳພື້ນເມືອງຂອງເຜົ່າ ແລະ ການບໍລິການອື່ນໆແກ່ນັກທ່ອງທ່ຽວ.

ແຕ່ນີ້ຮອດ 2015 ອົງການທ່ອງທ່ຽວແຫ່ງຊາດ ແລະ ພະແນກທ່ອງທ່ຽວແຂວງອຸດົມໄຊຈະພັດທະນາຕາດນ້ຳກັດໃຫ້ກາຍເປັນ 1 ໃນ 3 ຂອງສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໃນແຂວງ ອຸດົມໄຊ ໂດຍຈະສ້າງກິດຈະກຳການທ່ອງທ່ຽວແບບອະນຸລັກ ດ້ວຍການປະສານສົມທົບກັບພາກເອກະຊົນ ແລະ ປະຊາຊົນໃນທ້ອງຖິ່ນໃກ້ຄຽງພັດທະນາດ້ານການຕະຫລາດທີ່ເນັ້ນໃສ່ໂຄ ສະນາຕາດນ້ຳກັດ, ການພັດທະນາຕາດນ້ຳກັດຈະເປັນການອະນຸລັກເຂດອ່າງໂຕ່ງນ້ຳກັດ ເຊິ່ງເປັນແຫລ່ງຊັບພະຍາກອນອັນຕົ້ນຕໍຂອງການພັດທະນາການທ່ອງທ່ຽວ ໃນແຂວງອັນເປັນ ການປະກອບສ່ວນເຂົ້າໃນການຫລຸດຜ່ອນຄວາມທຸກຍາກສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ໂດຍສະເພາະແມ່ນຄອບຄົວທີ່ທຸກຍາກຢູ່ບ້ານແຟນໂດຍຈະສ້າງໃຫ້ປະຊາຊົນ ເຂົ້າຮ່ວມກິດຈະກຳການທ່ອງທ່ຽວ ແລະ ຄຸ້ມຄອງສະຖານທີ່ທ່ອງທ່ຽວໃຫ້ມີຄວາມຍືນຍົງ ແລະ ເປັນແຫລ່ງລາຍຮັບດ້ານການທ່ອງທ່ຽວຂອງແຂວງອຸດົມໄຊໃນອະນາຄົດ.