ຊື່ໂດເມນ(Domain name) ຫລືຊື່ຂອບເຂດໃນລະບົບເຄືອຂ່າຍເນັຕເວີກ ທີ່ບົ່ງບອກເຖິງຊື່ແລະທີ່ຢູ່ ຂອງເຄື່ອງອຸປະກອນຄອມພິວເຕີຣ໌.

ໃນລະບົບເຄືອຂ່າຍເນັຕເວີກ ເຄື່ອງອຸປະກອນຄອມພິວເຕີຣ໌ ຈະມີຫມາຍເລກໄອພີ ຫມາຍເລກສະເພາະຂອງອຸປະກອນດັ່ງກ່າວ. ແຕ່ເພື່ອງ່າຍໃນການຈື່ແລະເຂົ້າໃຈ ຈະຖືກຂຽນດວ້ຍຊື່ໂດເມນ ທີ່ເປັນໂຕອັກສອນໂຣມັນ.

ຢູອາຣ໌ແອລ ດັດແກ້

ຊື່ໂດເມນ ໃນລະບົບເຄືອຂ່າຍອິນເຕີຣ໌ເນັຕ ທີ່ບົ່ງບອກເຖີງຊື່ແລະທີ່ຢູ່ ຂອງເວ໊ບໄຊຕ໌ ເອີ້ນວ່າ ຢູອາຣ໌ແອລ ແລະ ຈະຖືກຂຽນເທິງເວັບເບຣົາວ໌ເຊີຣ໌‍.

ຢູອາຣ໌ແອລ ຈະຖືກປ່ຽນໃຫ້ເປັນຫມາຍເລກໄອພີ ໂດຍຜ່ານລະບົບຊື່ໂດເມນ(DNS) ຫລື ໃນທາງກົງກັນຂ້າມ.

  • ຊື່ໃນຮູບແບບຫມາຍເລກໄອພີ
http://208.77.188.166/ Archived 2007-06-07 at the Wayback Machine
  • ຊື່ໃນຮູບແບບຢູອາຣ໌ແອລ
http://www.example.com/

ຊັ້ນເທິງສຸດຂອງໂດເມນ ດັດແກ້

ໃນລະບົບເຄືອຂ່າຍອິນເຕີຣ໌ເນັຕ ຢູອາຣ໌ແອລຂອງເວ໊ບໄຊຕ໌ ແມ່ນລົງທ້າຍດວ້ຍຊັ້ນເທິງສຸດຂອງໂດເມນ.

ເວ໊ບໄຊຕ໌ທີ່ຈົດທະບຽນໃນປະເທດລາວ ຈະລົງທ້າຍດວ້ຍຊັ້ນເທິງສຸດຂອງໂດເມນດັ່ງລ່ມນີ້:

  • .com.la ສໍາຫລັບເວັບໄຊຕ໌ໂດຍທົ່ວໄປ, ເວັບໄຊຕ໌ຂອງບໍລິສັດຕ່າງໆ
  • .net.la ສໍາຫລັບເວັບໄຊຕ໌ໂດຍທົ່ວໄປ, ເວັບໄຊຕ໌ທີ່ກ່ຽວຂ້ອງກັບເນັຕເວີກ
  • .edu.la ສໍາຫລັບເວັບໄຊຕ໌ທີ່ກ່ຽວຂ້ອງກັບການສຶກສາ
  • .org.la ສໍາຫລັບເວັບໄຊຕ໌ຂອງອົງການຕ່າງໆ
  • .gov.la ສໍາຫລັບເວັບໄຊຕ໌ທີ່ກ່ຽວຂ້ອງກັບລັດຖະບານ

ໂຕຢ່າງ:

http://www.buylaos.com.la/ Archived 2008-10-26 at the Wayback Machine
http://www.laonix.net.la/ Archived 2008-07-05 at the Wayback Machine
http://www.simt.edu.la/ Archived 2009-01-22 at the Wayback Machine
http://www.laoepf.org.la/
http://www.maf.gov.la/

LANIC (Lao National Internet Committee) ເປັນຜູ້ໃຫ້ບໍລິການຈົດທະບຽນຊື່ໂດເມນໃນປະເທດລາວ.

ແຕ່ຍ້ອນວ່າ LA ແມ່ນຄ້າຍຄືກັບຊື່ຫຍໍ້ຂອງລັດ Los Angeles ໃນປະເທດອະເມຣິກາ, ສະນັ້ນ .la ຂອງປະເທດລາວ ຈິ່ງຖືກລະເມີດໃຊ້ ໂດຍບໍລິສັດ CentralNic ໃນປະເທດອັງກິດ ແລະ ໃຫ້ບໍລິການຈົດທະບຽນຊື່ໂດເມນລົງທ້າຍດວ້ຍ .la.

ລິ້ງຄ໌ພາຍນອກ ດັດແກ້