ຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ

ຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ ແມ່ນ ຂົວຂ້າມນ້ຳຂອງ ຂະໜາດໃຫຍ່ທຳອິດ ທັງ ພາຍໃນປະເທດ ແລະ ລະຫວ່າງປະເທດ. ປະຈຸບັນ ສຳລັບພາຍໃນປະເທດ ມີ ຂົວຂ້າມນ້ຳຂອງ ຢູ່ ແຂວງຈຳປາສັກ ປະເທດລາວ, ລະຫວ່າງປະເທດ ມີ ຂົວມິດຕະພາບ ລາວ-ໄທ ແຫ່ງທີສອງອີກ.

ມິດຕະພາບ ລາວ-ໄທ ແຫ່ງທຳອິດ ຖ່າຍຈາກຝັ່ງລາວ
ຂໍ້ຄວາມໃນປ້າຍໝາຍເຖິງ "ຈຸດປ່ຽນແນວທາງການສັນຈອນ ຢູ່ເບື້ອງໜ້າ ໃຫ້ກຽມຢຸດ"

ສະຖິຕິ ດັດແກ້

  • ຄວາມຍາວ : 1170 ແມັດ
  • ຄວາມກ້ວາງ : ທາງລົດ (3.5 ແມັດ) 2 ເລນ, ທາງຍ່າງ (1.5 ແມັດ) 2 ເລນ, ທາງລົດໄຟ (? ແມັດ)
  • ມູນຄ່າກໍ່ສ້າງ : 30 ລ້ານ ໂດລາສະຫະລັດ
  • ແຫລ່ງທຶນ : ເງິນຊ່ອຍເຫລືອລ້າ ຈາກ ລັດຖະບານປະເທດອົດສະຕາລີ
  • ໄລຍະກໍ່ສ້າງ : ຕຸລາ ປີ 1991 ຫາ ເມສາ ປີ 1994
  • ພວກເຮົາມາສືກສາເບີ່ງວ່າ ເປັນຫຍັງ? ໄທຈຶ່ງຢາກກໍ່ສ້າງຂົວມິດຕະພາບ ຂ້າມນ້ຳຂອງກັບ ປະເທດເຮົາ?
 ອິງຕາມຂໍ້ມູນທີ່ໄດ້ຮັບຈາກ ໜັງສືພິມວຽງຈັນໃໝ່ ແລະ ໜັງສືພິມອອນລາຍເກົາຫຼີ ໃຫ້ຮູ້ວ່າ: ສາເຫດຫຼັກທີ່ ລັດຖະບານໄທ ຢາກກໍ່ສ້າງຂົວຂ້າມແມ່ນ້ຳຂອງກັບ ປະເທດເຮົາ ແມ່ນເພື່ອຢາກ

ຂະຫຍາຍຕະຫຼາດໄທໃຫ້ກວ້າງອອກ ໂດຍຖືເອົາປະເທດເຮົາເປັນຕະຫຼາດໃນການສົ່ງອອກສິນຄ້າສຳເລັດຮູບປະເພດຕ່າງໆ, ແຕ່ມັນກໍເປັນໄປຕາມກົນໄກຂອງເສດຖະກິດ ປະເທດຜູ້ຜະລິດຍາມ ໃດກໍເປັນຝ່າຍຊອກຫາຕະຫຼາດ ປະເທດທີ່ບໍ່ມີການຜະລິດກໍຈະເປັນຕະຫຼາດ.ເນື່ອງຈາກວ່າ ປະເທດເຮົາ ຍັງບໍ່ທັນມີ ໂຮງຈັກ ຫຼື ໂຮງງານປຸງແຕ່ງ ທີ່ຈະສາມາດຜະລິດເຄື່ອງອຸປະໂພກ ແລະ ບໍລິໂພກ ເພື່ອຮັບໃຊ້ພາຍໃນປະເທດໄດ້, ໂດຍສາເຫດຫຼັກທີ່ປະເທດເຮົາ ບໍ່ມີໂຮງງານປຸງແຕ່ງຂະໜາດໃຫຍ່ນັ້ນ ແມ່ນຍ້ອນເຮົາມີພົນລະເມືອງໜ້ອຍ ບວກໃສ່ກັບ ການມີລາຍຮັບສະເລ່ຍຕໍ່ຫົວຄົນຕ່ຳ, ຕົວເມືອງມີຂະໜາດນ້ອຍ, ເສັ້ນທາງເຊື່ອມຕໍ່ພາຍໃນປະເທດຍັງບໍ່ທັນທົ່ວເຖີງ ແລະ ເຖີງຈະທົ່ວເຖີງກໍ່ບໍ່ສາມາດຈະຂົນສົ່ງສິນຄ້າໄປມາໄດ້ໃນລະ ດູຝົນ ສົ່ງຜົນເຮັດໃຫ້ ການຂົນສົ່ງສິນຄ້າໄປສູ່ຜູ້ບໍລິໂພກໃນເຂດຊົນນະບົດ ພົບຄວາມຫຍຸ້ງຍາກ ເພາະສະນັ້ນ, ການບໍລິການສ່ວນຫຼາຍ ແມ່ນມີແຕ່ຢູ່ໃນບັນດາຕົວເມືອງໃຫຍ່ເທົ່ານັ້ນ, ສ່ວນໃນຊົນນະບົດແມ່ນ ຍັງບໍ່ທັນບັນລຸເທົ່າທີ່ຄວນ. ຕໍ່ກັບບັນຫາດັ່ງກ່າວນີ້, ຈຶ່ງເຮັດໃຫ້ ບັນດານາຍທຶນພາຍໃນ ແລະ ຕ່າງປະເທດ ບໍ່ກ້າລົງທືນ ເພື່ອສ້າງໂຮງງານຜະລິດສິນຄ້າ ເພາະວ່າ ບໍ່ພຽງແຕ່ຕະຫຼາດບໍລິໂພກພາຍໃນ ມີຂະໜາດນ້ອຍເທົ່ານັ້ນ, ປະເທດເຮົາ ຍັງບໍ່ມີທາງອອກສູ່ທະເລອີກດ້ວຍ, ດັ່ງນັ້ນ, ຖ້າຫາກຜະລິດສິນຄ້າອອກມາຫຼາຍ, ຈະບໍ່ມີຕະຫຼາດຮັບຮອງ, ເພາະການສົ່ງອອກ ຕ້ອງໄດ້ຜ່ານທ່າເຮືອຂອງໄທ ແລະ ຫວຽດນາມ ໂດຍຕ້ອງໄດ້ເສຍຄ່າຜ່ານ ອັນສົ່ງຜົນເຮັດໃຫ້ລາຄາສິນຄ້າຂອງເຮົາ ແພງຂື້ນ, ຊຶ່ງບໍ່ສາມາດແຂ່ງຂັນກັບສິນຄ້າຈາກ ປະເທດ ອື່ນໄດ້, ກົງກັນຂ້າມ ຖ້າໂຮງງານຫາກຜະລິດສິນຄ້າໜ້ອຍ ຈະມີໂອກາດຫຼູບທຶນ. ເພາະສະນັ້ນ, ການອຸປະໂພກ ແລະ ບໍລິໂພກຂອງປະຊາຊົນລາວ ທີ່ລຽບຕາມແຕ່ຝັ່ງແມ່ນ້ຳຂອງ ຈຶ່ງອາໄສແຕ່ການນຳເຂົ້າສິນຄ້າທີ່ມີລາຄາຖືກ ຈາກປະເທດໄທເທົ່ານັ້ນ. ເມື່ອໄທ ສຶກສາໄດ້ການຕະຫຼາດດັ່ງກ່າວນີ້ແລ້ວ, ລັດຖະບານໄທ ຈຶ່ງໃຫ້ການສະໜັບສະໜູບທືນຮອນ ໃນການກໍ່ສ້າງຂົວຂ້າມແມ່ນ້ຳຂອງ ເຊື່ອມຕໍ່ມາຝັ່ງລາວເຮົາ ໂດຍຫວັງຈະກືນຕະຫຼາດບໍລິໂພກ ແລະ ອຸປະໂພກຢູ່ໃນ ສປປ ລາວເຮົາ ເນື່ອງຈາກ ສິນຄ້າຈາກຈີນ ແລະ ຫວຽດນາມນັ້ນ ເຖີງຈະມີລາຄາຖືກກວ່າກໍ່ຕາມ ແຕ່ມີຄຸນະພາບຕ່ຳ ເມື່ອທຽບກັບຂອງໄທ. ເພາະສະນັ້ນ, ຖ້າຫາກເສັ້ນທາງການສຶ່ສານໄປມາກັບໄທຫາກສະດວກດີຂື້ນ, ຍິ່ງຈະເຮັດໃຫ່ຍອດນິຍົມສິນຄ້າໄທຂອງ ຄົນລາວເຮົາ ສູງຂຶ້ື້ນ, ດັ່ງນັ້ນ, ທາງລັດຖະບານໄທ ຈຶ່ງມີນະໂຍບາຍໃຫ້ການ ສະໜັບສະໜູບກໍ່ສ້າງຂ້າມນ້ຳຂອງ, ທາງລົດໄຟໃນລາວ ພ້ອມທັງຍັງໃຫ້ການຊ່ວຍເຫຼືອແກ່ການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະ ແມ່ນບັນດາເສັ້ນທາງທີ່ເຊື່ອມຕໍ່ກັບປະເທດໄທ.

ເບິ່ງຕື່ມ ດັດແກ້

ແຫຼ່ງຂໍ້ມູນອື່ນ ດັດແກ້