ໂດຍຫຍໍ້ ດັດແກ້

ການຄ້າສາກົນ ແມ່ນ ການແລກປ່ຽນ ທຶນ, ສິນຄ້າ ແລະ ການບໍລິການ ຂ້າມຊາຍແດນລະຫວ່າງປະເທດ ຫຼື ເຂດແຄວ້ນ. ໂດຍທົ່ວໄປ ມັນກວມອັດຕາສ່ວນສູງ ໃນ ຜະລິດຕະພັນແຫ່ງຊາດ (ຈີດີພີ). ປະເທດທີ່ບໍ່ມີ ຫຼື ບໍ່ອະນຸຍາດໃຫ້ມີ ການຄ້າສາກົນ ກໍ່ຈະສາມາດຊົມໃຊ້ ແຕ່ ຜະລິດຕະພັນ ທີ່ ຜະລິດຂຶ້ນໃນປະເທດຕົນເອງເທົ່ານັ້ນ.ok

ບັນດາຂະແໝງການສຶກສາ ກ່ຽວກັບ ການຄ້າສາກົນ ດັດແກ້

ການຄ້າສາກົນ ແມ່ນ ຂະແໜງການສຶກສາ ກ່ຽວກັບ ການແລກປຽນ ສິນຄ້າ ແລະ ການບໍລິການ ຂ້າມ ຊາຍແດນລະຫວ່າງປະເທດ. ໂດຍທົ່ວໄປ ການຄ້າສາກົນ ຈະກວມເອົາພາກສ່ວນໃຫຍ່ສົມຄວນ ໃນ GDP ແລະ ມັນກໍ່ແມ່ນ ຕົວຊີ້ບອກຫຼັກ ອັນໜຶ່ງ ຂອງ ໂລກາພິວັດ(globalization)ອີກ.

ຣິຄາຣດຽນ ໂມເດລ (Ricardian model) ດັດແກ້

ຣິຄາຣດຽນ ໂມເດລ ຖືວ່າ ຄວາມໄດ້ປຽບທຽບຖານ(comparative advantage) ແມ່ນ ປັດໃຈຫຼັກ ທີ່ ເຮັດໃຫ້ເກີດມີ ການຄ້າລະຫວ່າງປະເທດ. ຣິຄາຣດຽນ ໂມເດລ ແມ່ນ ແບບຈຳລອງເສດຖະກິດ ແບບງ່າຍໆ ທີ່ຕັ້ງສົມມຸດຕິຖານວ່າ ແຕ່ລະສິນຄ້າ ມີພຽງ ແຕ່ ປັດໃຈການຜະລິດ (ເຊັ່ນ: ແຮງງານ, ທຶນ, ເຕັກໂນໂລຢີ ແລະອື່ນໆ) ດຽວ ຄື ແຮງງານ. ມັນຖືວ່າ ຄວາມແຕກຕ່າງ ຂອງ ຜະລິດຕະພາບຂອງແຮງງານໃນການຜະລິດ 2 ສິນຄ້າໃດໜຶ່ງ ລະຫວ່າງ 2 ປະເທດໃດໜຶ່ງ ແມ່ນ ສາຍເຫດທີ່ເຮັດໃຫ້ເກີດມີການຄ້າ ລະຫວ່າງ 2 ປະເທດນັ້ນ. ການບໍ່ຄຳນຶງເຖິງ ຄວາມສຳພັນ ລະຫວ່າງ ປັດໃຈການຜະລິດ ແມ່ນ ຂໍ້ຈຳກັດ ຂອງ ທິດສະດີນີ້​ ແຕ່ ມັນກໍ່ແມ່ນ ຈຸດເລີ່ມຕົ້ນ ທີ່ ພິສູດທາງຄະນິດສາດ ວ່າ ຜະລິດຕະພາບ ແມ່ນ ສາຍເຫດໜຶ່ງ ຂອງ ການຄ້າ.

ເຮັກເຊີ-ໂອລິນ ໂມເດລ (Heckscher-Ohlin model) ດັດແກ້

ໂມເດລຄວາມດຶງດູດ (Gravity model) ດັດແກ້

ເມື່ອສົມທຽບກັບ ໂມເດລ ຂ້າງເທິງນີ້​ແລ້ວ ໂມເດລຄວາມດຶງດູດການຄ້ານີ້ ຈະມີລັກສະນະ ເປັນ ການຄາດຄະເນປະລິມານການຄ້າ ລະຫວ່າງ 2 ເສດຖະກິດ ຫຼື ປະເທດໃດໜຶ່ງ ໂດຍ ຖືວ່າມັນ ແມ່ນ ຕຳລາ ຂອງ ໄລຍະຫ່າງ ແລະ ຂະໜາດຂອງແຕ່ລະເສດຖະກິດນັ້ນ.